![]( /mmsource/images/2006/03/24/dmdiehsyi1.jpg)
ຕາມຂ່າວສານຊິນຮວາ,ນັກທ່ອງທ່ຽວຜູ່ໜຶ່ງ(ຊ້າຍ)ພວມເລືອກຊື້ຮູບອີປ໋ອກແບບສຸບໃສ່ມືຂອງເມືອງຈ່າງໂຈ່ວ(ຖ່າຍໃນວັນທີ22ມີນາ).ຫຼາຍປີມານີ້,ສິລະປະກຳຮູບອີປ໋ອກແບບສຸບໃສ່ມືຂອງເມືອງຈ່າງໂຈ່ວແຂວງຟູຈ້ຽນຂອງຈີນທີ່ຂຶ້ນຊື່ລືນາມມາດົນແລ້ວນັ້ນຄ່ອຍໆ ຊຸດໂຊມລົງ.ຄະນະລະຄອນຮູບອີປ໋ອກພື້ນເມືອງຈຳນວນໜຶ່ງໄດ້ພາກັນຍົກເລີກ,ພໍ່ຄູແກະສະຫຼັກຮູບອີປ໋ອກໄມ້ບໍ່ໜ້ອຍບໍ່ມີຜູ່ສືບທອດ.ດ້ວຍເຫດນີ້,ສິລະປິນແລະຄະນະສິລະປາກອນຕ່າງໆເຊັ່ນທ່ານສີຈູຊູ ພໍ່ຄູແກະສະຫຼັກຮູບອີປ໋ອກໄມ້ແລະຄະນະສະແດງລະຄອນຮູບອີປ໋ອກຈ່າງໂຈ່ວເປັນຕົ້ນໄດ້ປະດິດສ້າງຢ່າງກ້າຫານໃນດ້ານຮູບຊົງແລະຮູບການສະແດງ,ທັງຮັບເອົາປັດໄຈສິລະປະສະໄໝປັດຈຸບັນເຊັ່ນກາຕູນເປັນຕົ້ນ,ເຮັດໃຫ້ສິລະປະບູຮານດັ່ງກ່າວມີພະລັງຊີວິດໃໝ່.
![]( /mmsource/images/2006/03/24/dmdiehsyi2.jpg)
ນັກສະແດງຜູ່ໜຶ່ງຂອງຄະນະສະແດງລະຄອນຮູບອີປ໋ອກຈ່າງໂຈ່ວພວມສະແດງສີມືຍອດຢ້ຽມໃນການສະແດງຮູບອີປ໋ອກ.
1 2 3 4
|