|
 |
(GMT+08:00)
2006-03-24 20:54:29
|
 |
ພັກຝ່າຍຄ້ານຂອງໄທຮຽກຮ້ອງໃຫ້ຄະນະລັດຖະບານລາອອກຈາກຕຳແໜ່ງໝົດທຸກຄົນ
cri
Author: cai
ຕາມຂ່າວCRI:ວັນທີ 24 ມີນາ,ຜູ້ນຳ"ເຄືອຂ່າຍພັນທະມິດປະຊາຊົນເພື່ອປະຊາທິປະໄຕ"ເຊິ່ງເປັນພັກຝ່າຍຄ້ານຂອງໄທກ່າວວ່າ,ພຽງແຕ່ທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີຂອງລັດຖະບານຮັກສາການຜູ້ດຽວລາອອກຈາກຕຳແໜ່ງນັ້ນຍັງບໍ່ພໍເທື່ອ,ຄະນະລັດຖະບານໄທຄວນລາອອກຈາກຕຳແໜ່ງໝົດທຸກຄົນ.
ຂ່າວສານໄທແຈ້ງຂ່າວວ່າ,ວັນທີ 24 ມີນາ,ທ່ານຈຳລອງ ສີເມືອງ ໜຶ່ງໃນຜູ້ນຳສຳຄັນຂອງ"ເຄືອຂ່າຍພັນທະມິດປະຊາຊົນເພື່ອປະຊາທິປະໄຕ"ກ່າວວ່າ,ສະມາຊິກທັງໝົດຂອງຄະນະລັດຖະບານຊຸດປະຈຸບັນຂອງໄທລ້ວນແຕ່ຄວນຮັບຜິດຊອບຕໍ່ວິກິດການການເມືອງໃນສະເພາະໜ້ານີ້,ເພາະວ່າສະມາຊິກທຸກຄົນໃນຄະນະລັດຖະບານລ້ວນແຕ່ມີການພົວພັນທີ່ແຍກອອກບໍ່ໄດ້ກັບການຫັນບໍລິສັດການໄຟຟ້າຝ່າຍຜະລິດຂອງໄທເປັນກຳມະສິດເອກະຊົນ.ພັກຝ່າຍຄ້ານຂອງໄທແມ່ນຮຽກຮ້ອງເປັນຄັ້ງທຳອິດໃຫ້ສະມາຊິກຄະນະລັດຖະບານລາອອກຈາກຕຳແໜ່ງທັງໝົດ.
ຂ່າວແຈ້ງວ່າ,ວັນທີ 25 ມີນາ,ພັກຝ່າຍຄ້ານຈະຈັດໃຫ້ມີການແຫ່ຂະບວນທີ່ມີຂະໜາດໃຫຍ່ກວ່າຍາມໃດໝົດຢູ່ບາງກອກ,ເພື່ອບັງຄັບໃຫ້ທ່ານທັກສິນແລະສະມາຊິກຄະນະລັດຖະບານລາອອກຈາກຕຳແໜ່ງ.
|
|
|