ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-25 17:10:16    
ເຂດ​ຊິນ​ຈ່ຽງຈີນ​​ໃຊ້​ຝົນ​ທຽມ​ອະ​ນຸ​ລັກ​ປ່າ​ໄມ້​ຫູ​ຢາງ​ທຳ​ມະ​ຊາດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້, ​ເຂດ​ຊິນ​ຈ່ຽງ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ໄດ້​ເລີ່​ມປະຕິບັດ​ໂຄງການ​​ເພີ່ມ​ຝົນ​ທຽມ​ເພື່ອ​ອະນຸລັກ​ປ່າ​ໄມ້ຫູ​ຢາງ​ທຳ​ມະ​ຊາດ, ຫວັງ​ວ່າ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ​ອາກາດ​ມາກ​ອບກູ້​ປ່າ​ໄມ້​ຫູຢາງ​ຢູ່​ເຂດ​ທະ​ເລ​ຊາຍ​ທີ່​​ແຫ້ງ​ແລ້ງ.

​ຕົ້ນຫູ​ຢາງ​ແມ່ນ​ຕົ້ນໄມ້​ທີ່​ເກີດ​ຢູ່​ທະ​ເລ​ຊາຍ​ທີ່ມາ​ແຕ່ບູຮານ. ປ່າ​ໄມ້​ຫູ​ຢາງ​ທຳ​ມະ​ຊາດ​ຢູ່ເຂດ​ຊິນ​ຈ່ຽງຕົ້ນຕໍ​​ໄດ້ແຈກ​ຢາຍ​ຢູ່​ຕາມ​ເຂດ​ລ້ອງ​​ແມ່​ນ້ຳ​ຖາຫຼີມູ້, ກວມ​ປະ​ມານ 90% ຂອງ​ພື້ນທີ່​ປ່າ​ໄມ້​ຫູ​ຢາງ​ໃນ​ທົ່ວ​ໂລກ. ​ໃນຫຼາຍປີ​ມາ​ນີ້, ຍ້ອນຜົນ​ສະທ້ອນ​ຈາກ​ປັດ​ໄຈ​ຕ່າງໆ ​ເຊັ່ນ ​ການ​ປ່ຽນ​ແປງ​ຂອງ​ອາ​ກາດ ປະຊາກອນ​ເພີ່ມ​ຂຶ້ນ​ແລະ​ເຮັດ​ນາ​ເປັນ​ຕົ້ນ, ​ພື້ນ​ທີ່​ປ່າ​ໄມ້​ຫູ​ຢາງ​ໄດ້​ໜ້ອຍ​ລົງ​ຄູ່​ປີ.

ຕາມ​ໄດ້​ຊາບ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ເຂດ​ຊິນ​ຈ່ຽງຈະ​ສ້າງ​ເຂດ​ອະນຸລັກ 10 ​ແຫ່ງ​ຢູ່​ຕາມ​ເຂດ​ລ້ອງ​ແມ່​ນ້ຳ​ຖາຫຼີມູ້, ​ຜະລິດ​ຝົນ​ທຽມ, ​ເຮັດ​ໃຫ້​ປະລິມານ​ນ້ຳ​ຝົນ​ຢູ່​ເຂດປ່າ​ໄມ້​ຫູ​ຢາງ​ເພີ່ມ​ຂຶ້ນ 20%.