ຕາມຂ່າວCRI: ວັນທີ 25 ມີນາ, ການປ່ອນບັດໄລຍະຕົ້ນຂອງການເລືອກຕັ້ງລັດຖະສະພາໄທທີ່ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ເມສາ ໄດ້ເລີ່ມດຳເນີນໄປຢູ່ທີ່ບາງກອກ. ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ການເລືອກຕັ້ງລັດຖະສະພາຂອງໄທມີຫວັງຈະໄດ້ຈັດຂຶ້ນຕາມເວລາກຳນົດ.
ຕາມຂ່າວສານໄທລາຍງານວ່າ, ທ່ານເປຼມ ຕິນສຸລານົນ ປະທານອົງຄະມົນຕີໄທໄດ້ປ່ອນບັດກ່ອນໝູ່ໃນວັນທີ 25 ມີນາ. ໃນເວລາປ່ອນບັດ ທ່ານເວົ້າຕໍ່ນັກຂ່າວວ່າ, ທ່ານຫວັງໃຫ້ຜູ່ອື່ນກໍ່ຕັ້ງໜ້າເຂົ້າຮ່ວມການປ່ອນບັດ.
ບຸກຄົນວິເຄາະເຫັນວ່າ, ການຈັດການປ່ອນບັດໄລຍະຕົ້ນເປັນຂີດໝາຍສະແດງໃຫ້ເຫັນວ່າ, ການເລືອກຕັ້ງລັດຖະສະພາໄທຈະເລື່ອນເວລາຫຼືຍົກເລີກຍາກ.
|