ຕາມຂ່າວສານຊິນຮວາ: ວັນທີ 24 ມີນາ, ທ່ານເຄຼເມນສ໌ ໂບເນແຄມປ໌ ຫົວໜ້າກົມສຳຫຼວດພິຈາລະນານະໂຍບາຍການຄ້າອົງການການຄ້າໂລກ ນັກເສດຖະສາດທີ່ມີຊື່ສຽງກ່າວວ່າ, ອາເມລິກາບໍ່ຄວນໂຍນໂທດໃສ່ຈີນກ່ຽວກັບການຂາດດຸນການຄ້າຢ່າງມະຫາສານຂອງເຂົາ, ແລະລັດທິປົກປ້ອງການຄ້າກໍ່ບໍ່ສາມາດແກ້ໄຂບັນຫາຂາດດຸນການຄ້າ.
ວັນທີ 22 ແລະວັນທີ 24 ມີນາ, ອົງການການຄ້າໂລກໄດ້ສຳຫຼວດພິຈາລະນານະໂຍບາຍການຄ້າອາເມລິກາເຊິ່ງບາ 2 ປີຈັດຂຶ້ນເທື່ອໜຶ່ງ. ໃນງານຖະແຫຼງຂ່າວທີ່ຈັດຂຶ້ນຕາມຫຼັງ, ທ່ານໂບເນແຄມປ໌ກ່າວວ່າ, ສະມາຊິກສະພາອາເມລິກາບາງທ່ານໄດ້ສະເໜີມາດຕະການຈຳນວນໜຶ່ງລົງໂທດຈີນໃນບັນຫາຂາດດຸນການຄ້າກັບຈີນ.
ທ່ານກ່າວເນັ້ນວ່າ, ການໃຊ້ມາດຕະການລັດທິປົກປ້ອງການຄ້າຈະແກ້ໄຂບັນຫາການເກີນດຸນການຄ້າບໍ່ໄດ້. ໃນການສຳຫຼວດພິຈາລະນານະໂຍບາຍການຄ້າອາເມລິກາ, ສະມາຊິກອົງການການຄ້າໂລກເກືອບທັງໝົດໄດ້ເປັນຫ່ວງນຳລັດທິປົກປ້ອງການຄ້າຂອງອາເມລິກາຈະເງີຍຫົວຍ້ອນຂາດດຸນການຄ້າອັນມະຫາສານ.
|