ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-25 21:49:39    
ຈີນ​ມອບ​ລະ​ບົບ​ຮັບ​ຕົວ​ເລກ​ຂໍ້​ມູນ​ຈາກ​ດາວ​ທຽມ​ອຸ​ຕຸ​ນິ​ຍົມ​ໃຫ້​7​ປະ​ເທດ​ອາ​ຊີ​ປາ​ຊີ​ຟິກ​ເພື່ອ​ເປັນ​ຂອງ​ຂວັນ

cri

ຕາມ​ຂ່າວcri:ວັນ​ທີ24 ມີນາ,ລັດຖະບານ​ຈີນ​ໄດ້ມອບ​ລະບົບຮັບ​ຕົວ​ເລກ​ຂໍ້​ມູນ​ຈາກດາວ​ທຽມ​ອຸ​ຕຸ​ນິຍົມ​​ເຟິ່ງຢຸນ​ໃຫ້​ປະ​ເທດ​ທີ່​ເຊັນ​"ສົນ​ທິສັນຍາອົງການ​ຮ່ວມ​ມື​ເທສະ​ຂອງ​ອາຊີ​ປາຊີ​ຟິກ"ຄື​ບັງ​ກະລາ​ເດັດ,ອິນ​ໂດ​ເນ​​ເຊຍ,ອີຣານ,ມົງ​ໂກ​ລີ,ປາ​ກິ​ສຖານ,​ເປ​ຣູ​​ແລະ​ໄທ.

ທ່ານ​ລົວ​ເກີ ຮອງ​ຫົວໜ້າ​ກົມ​ການ​ບິນ​ອະວະກາດ​ແຫ່ງ​ຊາດຈີນ​ກ່າວ​ສະ​ແດງວ່າ,ລັດຖະບານ​ຈີນ​ອອກ​​ແຮງ​ຊຸກຍູ້​ການ​ສ້າງ​ຕັ້ງ​ອົງການ​ຮ່ວມ​ມືອາ​ວະ​ກາດອາຊີ​ປາຊີ​ຟິກ​ໂດຍ​ຕະຫຼອດ,ຈຸດປະສົງ​ຂອງອົງການ​ນີ້​ແມ່ນ​ໂດຍ​ຜ່ານ​ຈາກຂະຫຍາຍ​ການ​ຮ່ວມ​ມືພະຫຸ​ພາຄີ​ໃນ​ຂົງ​ເຂດ​ວິທະຍາສາດ​ເຕັກນິກ​ອະວະກາດ​ແລະ​ນຳ​ໃຊ້,ຍົກ​ສູງ​ຄວາມ​ສາມາດ​​ດ້ານ​ອະວະກາດຂອງ​ປະ​ເທດພາຄີ,ຊຸກຍູ້​ການ​ພັດທະນາ​ແບບ​ຍຶນຍົງ​ຂອງ​ເສດຖະກິດ​ແລະ​ສັງຄົມ​ບັນດາ​ປະ​ເທດ.

ຕາມ​ໄດ້​ຊາບ,ປະຈຸ​ບັນ,ຈີນ​ໄດ້​ຍີ​ງສົ່ງ​ດາວ​ທຽມ​ອຸ​ຕຸນິຍົມ​​ເຟິ່ງຢຸນເລກ1​4ໜ່ວຍແລະດາວ​ທຽມ​ອຸຕຸນິຍົມ​ເຟິ່ງຢຸນ​ເລກ​ທີ່2 3ໜ່ວຍ,ດາວ​ທຽມ​​ເຟິ່ງຢຸນ​ໄດ້​ກາຍ​ເປັນ​ສະມາ​ຊິກ​ສຳຄັນ​​ໃນ​ລະບົບ​ສັງ​ເກດ​ຢັ່ງ​ແທກໜ່ວຍ​ໂລກ​ສັງ​ລວມ​ໃນ​ທົ່ວ​ໂລກ​ແລ້ວ.