ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-26 20:30:18    
ທ່ານ​ອາ​ບາສ​ຮຽກ​ຮ້ອງ​ອີກ​ເທື່ອ​ໜຶ່ງ​ໃຫ້​ອົງ​ການ​ຮາ​ມັດ​ດັດ​ແກ້​ໂຄງ​ການ​ກຳ​ອຳ​ນາດ

cri

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ25 ມີນາ,ທ່ານ​ອາ​ບາສ ປະ​ທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຂຽນ​ຈົດໝາຍ​ໃຫ້​ທ່ານ​ຮາ​ເນຍ ຜູ້ນຳ​ອົງການ​ຮາ​ມັດ,ນາຍົກລັດຖະມົນ​ຕີຜູ້​ໃຫມ່​ຂອງ​ປາ​ເລັສຕິນ,ຮຽກຮ້ອງ​​ໃຫ້ອົງການ​ຮາ​ມັດ​ພິຈາລະນາ​ຕົກລົງ​ນະ​ໂຍບາຍ​ຂອງ​​ເຂົ້າຄືນ​ໃໝ່,​ແລະ​ດັດ​ແກ້​ໂຄງການ​ກຳ​ອຳນາດ​ຂອງ​ເຂົາ​ທີ່​ມີ​ຄວາມ​ຈຳ​ເປັນ.

ໃນ​ຈົດໝາຍ,ທ່ານ​ອາບາສສະ​ແດງ​ຄວາມ​ບໍ່​ພໍ່​ໃຈຕໍ່​ໂຄງການກຳ​ອຳນາດຂອງ​ອົງການ​ຮາ​ມັດ,​ເຫັນ​ວ່າ​ນີ້​ງ່າຍ​ເຮັດ​ໃຫ້​ປະຊາຊົນ​ປາ​​ເລັສຕິນຕົກ​ຢູ່​ໃນສະພາບໂດດດ່ຽວຢ່າງ​ງ່າຍດາຍ,​ແລະ​ສະໜອງ​ຂໍ້​ອ້າງ​ໃຫ້​ອິສຣາ​ແອນ​ຕົກລົງ​ເສັ້ນ​ຊາຍ​ແດນ​ແຕ່​ຝ່າຍ​ດຽວ.ທ່ານ​ຍັງ​ກ່າວ​ວ່າ,​ໃນກາລະ​ເທສະ​ທີ່​ຈຳ​ເປັນ,ທ່ານ​ຈະ​ໃຊ້​ຊື່ສ​ຽງ​ອິດ​ທິພົນແລະ​ອຳນາດ​ຂອງ​ທ່ານ​ປົກ​ປັກຮັກສາ​ຜົນ​ປະ​ໂຫຍ​ດຍິ່ງສູງຂອງ​ປະຊາ​ຊົນ​ປາ​ເລັສຕິນ.

ໂດຍ​ແນ​ໃສ່ຄຳ​ຮຽກຮ້ອງຂອງ​ທ່ານ​ອາ​ບາສ,ມື້​ດຽວ​ກັນ,ທ່ານ​ຮາ​ເນຍກ່າວ​ວ່າ,ອົງການ​ຮາ​ມັດຈະ​ບໍ່ຫ່ອນ​ຊິ​ມີວິ​ກິດ​ການ​ການ​ເມືອງ​ຍ້ອນ​ຈົດໝາຍ​ຂອງ​ທ່ານ​ອາ​ບາສ.ທ່ານ​ກ່າວ​ວ່າ,ຄວາມ​ເຫັນ​ແຕກດ້ານການ​ເມືອງ​ທີ່​ແຕກ​ຕ່າງ​ກັນລະຫວ່າງທ່ານ​ອາ​ບາສກັບ​ລັດຖະບານ​ຈະ​ຮັບ​ການ​ແກ້​ໄຂ​​ໃຫ້​ຕົກໂດຍ​ຜ່ານ​ການ​ສົນທະນາ.