ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Wednesday    Apr 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-26 20:33:50    
ທ່ານ​ທັກສິນ​ກ່າວ​ວ່າ ຈະ​ໂຄ​ລົບ​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​​ໄປ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 26 ມີນາ ຢູ່​ທີ່​ບາງກອກ, ທ່ານ​ທັກສິນ ຊິນນະ​ວັດ ນາ​ຍົກ​ລັດ​ຖະ​ມົນຕີຮັກສາ​ການ​ຂອງ​ໄທກ່າວ​ວ່າ, ທ່ານ​ຈະ​ໂຄລົບ​ການ​ເລືອກ​ເອົາ​ຂອງ​ປະ​ຊາ​ຊົນ​ໄທ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ​ເມສາ, ພ້ອມ​ກັນນັ້ນ ກໍ່​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ໂຄລົບ​ຜົນ​ການ​ເລືອກ​ຕັ້ງ​ເຊັ່ນ​ດຽວ​ກັນ.

ການ​ເຄື່ອນ​ໄຫວ​ປ່ອນ​ບັດ​ໄລຍະ​ຕົ້ນຂອງ​ການ​ເລືອກ​ຕັ້ງທົ່ວ​ໄປ​ເທື່ອ​ນີ້​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມີນາ, ​ແລະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 26, ການ​ປ່ອນ​ບັດ​ຢ່າງ​ເປັນ​ທາງ​ການຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ​ເມສາ. ຕາມ​ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ​ສະຖິຕິ, ພຽງ​ແຕ່​ວັນ​ທີ 25 ມື້​ດຽວ​ກໍ່​ມີ​ຜູ່​ມີ​ສິດ​ເລືອກ​ຕັ້ງ 4 ​ແສນ 7 ໝື່ນ​ຄົນ​ໄປ​ປ່ອນ​ບັດ, ​ໃນ​ນັ້ນ ນັບ​ລວມ​ແລ້ວ ​ບັນ​ດາ​ເຂດ​ເລືອກ​ຕັ້ງ​ຢູ່​ບາງ​ກອກ​ໄດ້​ປ່ອນ​ບັດ 9 ໝື່ນ​ກວ່າ​ບັດ.

ທ່ານ​ທັກສິນ​ກ່າວ​ວ່າ, ທ່າ​ທີ​ອັນຕັ້ງໜ້າ​ຂອງ​ຜູ່​ມີ​ສິດ​ເລືອກ​ຕັ້ງ​ໃນ​ການ​ປ່ອນ​ບັດ​ໄດ້​ສະ​ແດງ​ເຖິງ​ມະຫາ​ຊົນ​ຮັບຮອງ​ເອົາ​ການ​ເລືອກ​ຕັ້ງທົ່ວ​ໄປ​ເທື່ອ​ນີ້ ​ແລະ​ທະ​ໜຸ​ຖະ​ໜອມ​ສິດ​ປະ​ຊາ​ທິ​ປະ​ໄຕ.

© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040