
ຕາມຂ່າວCRI: ວັນທີ 26 ມີນາ ສັບປະດາແຟຊັນສາກົນຈີນເລີ່ມຈັດຂຶ້ນຢູ່ທີ່ປັກກິ່ງ. ຊ່າງອອກແບບແຟຊັນ 120 ກວ່າທ່ານທີ່ມາຈາກ 24 ປະເທດແລະເຂດແຄວ້ນຈະວາງສະແດງຜົນງານແຟຊັນຂອງຕົນເອງ.

ສັບປະດາແຟຊັນຄັ້ງນີ້ຈະປະກາດທ່ວງທ່ານິຍົມຂອງລະດູໃບໄມ້ຫຼົ່ນແລະລະດູໜາວປີນີ້. ໃນໄລຍະສັບປະດາໜຶ່ງ, ແຟຊັນຍີ່ຫໍ້ຊື່ດັງຈຳນວນໜຶ່ງຂອງຈີນແລະຕ່າງປະເທດຈະຈັດງານປະກາດໂດຍຈຳເພາະ, ແລະກໍ່ຈະຈັດງານປະກວດ ຄື ງານປະກວດຜົນງານຊ່າງອອກແບບແຟຊັນໜຸ່ມສາກົນແລະງານປະກວດຊາຍແບບໂລກເປັນຕົ້ນ.

1 2 3
|