ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-27 11:24:15    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ເລັສ​ຕິນ​ຜູ່​ໃຫມ່​ຫວັງ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ນອງ​ເລືອດ​ກັບ​ອິສ​ລະ​ແອນ

cri Author: sayvanny
ຕາມ​ຂ່າວ cri :ວັນ​ທີ 26 ມີນາ ຢູ່​ກາຊາ ທ່ານ​ຮາ​ນີອາ ນາຍົກລັດ ຖະມົນຕີປາ​ເລັສຕິນຜູ່​ໃຫມ່ ຜູ່​ນຳ​ຮາ​ມາສ​ເວົ້າຕໍ່​ສື່​ມວນ​ຊົນ​ວ່າ,ປາ​ເລັສຕິນ ຫວັງ​ສິ້ນ​ສຸດ​ການ​ປະ​ທະ​ກັນ​ນອງ​ເລືອດ​ກັບ​ອິສລະ​ແອນ.ນີ້​ແມ່ນ​ທ່ານ​ຮາ​ນີອາ​ກ່າວ​ຄວາມ​ເວົ້າ​ຄ້າຍຄື​ກັນ​ນີ້​ເປັນຄັ້ງທຳ​ອິດ.

ທ່ານ​ຮາ​ນີອາ​ເວົ້າວ່າ, ຮາ​ມາສບໍ່​ຫວັງ​ມີການ​ປະ​ທະ​ກັນ​ນອງ​ເລືອດ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ນີ້ຢ່າງ​ສືບ​ເນື່ອງ,ພຽງ​ແຕ່​ຫວັງ​​ໃຫ້​ປະຊາຊົນ​ປາ​ເລັສຕິນມີ​ສິດ​ແລະ​ກຽດ​ສັກ​ສີ​ຂອງ​ປະຊາຊົນ​ປາ​ເລັສຕິນ,​ແລະ​ສິ້ນ​ສຸດ​ສະຖານະ​ການ​ສັບສົນ​ລະຫວ່າງ​ປາ​ເລ​ສຕິ​ນອິສລະ​ແອນ​ທີ່​ຍືດ​ເຍືອ​ມາ​ເປັນ​ເວລາຫລາຍ​ສິບ​ປີ.ທ່ານ​ຮາ​ນີອາ​ເວົ້າວ່າ, ຝ່າຍ​ປາ​ເລັສຕິນປະຕິ​​ເສດ​ບໍ່​ຮັບຮອງ​ເສັ້ນຊາຍ​ແດນປະ​ເທດ​ປາ​ເລັສຕິນທີ່​ຝ່າຍ​ອິສລ​ະ​ແອນ​ຂີດ​ແບ່ງ​ແຕ່​ຝ່າຍ​ດຽວ, ຫວັງ​ໃຫ້​ບັນລຸ​ສະຖຽນ​ລະ​ພາບ​ແລະ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ​ນີ້​ບົນ​ພື້ນຖານ​ອິສລະ​ແອ​ນສິ້ນ​ສຸດ​ການ​ຍຶດຄອງ​ປາ​ເລັສຕິນ​ແລະ​ບັນລຸ​ຄວາມ​ທ່ຽງ​ທຳ​ແລະ​ສັນຕິພາບ.

ມື້​ດຽວ​ກັນ, ທ່ານ​ຮາ​ລິດ.ມາຍ​ຊາ​ອາ​ເລ ຜູ່​ນຳ​ກົມ​ການ​ເມືອງ​ອົງການ​ຮາ​ມາສທີ່​ກຳລັງ​ຢ້ຽມຢາມ​ຢູ່​ໂກ​ແວດ​ກໍ່​ກ່າວ​ເນັ້ນວ່າ,ຮາ​ມາສ​ເດັດດ່ຽວ​ບໍ່​ປະລະ​ສິດ​ຊອບ​ກົດຫມາຍ​ຂອງ​ປະຊາຊົນ​ປາ​ເລັສຕິນ.ມື້​ດຽວ​ກັນ, ຢູ່​ເມືອງ​ຊຳ​ຊາ​ອິດ​ຂອງ​ເອຢິບ ທ່ານ​ອາບັສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນຮຽກຮ໊ອງລັດຖະບານ​ຊຸ​ດ​ໃຫມ່​ທີ່​ກຳ​ເນີ​ດຈາກ​ການ​ເລືອກ​ຕັ້ງສະພາ​ອິສລະ​ແອນ​ສາມ​າດຕິດ​ຕໍ່​ແລະ​ຮ່ວມ​ມື​ກັບ​ຝ່າຍ​ປາ​ເລັສຕິນ.