ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-27 15:51:54    
ທ່ານ​ເຈຍ​ຊິງ​ລິນ​ກ່າວ​ເນັ້ນ​ວ່າ,​ການ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຂອງ​ຈີນ​ແມ່ນ​ໂອ​ກາ​ດີ​ຂອງ​ການ​ພັດ​ທະ​ນາ​ຂອງ​ອາ​ຊີ

cri

ຕາມ​ຂ່າວcri:ວັນ​ທີ26 ມີນາ,ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມຢາມສັນຖະວະ​ໄມ​ຕິ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້ກ່າວ​ປາຖະກະຖາ​​ໃນ​ງານ​ລ້ຽງ​ຮັບຮອງ​ທີ່​ຈັດ​ໂດຍບຸກຄົນວົງ​ການ​ຕ່າງໆ​ອິ​ໂດ​ເນ​ເຊ​ຍ.​ໃນການປາຖະກະຖາ,ທ່ານ​ກ່າວ​ເນັ້ນ​ວ່າ,ການ​ພັດທະນາ​ໂດຍ​ສັນຕິ​ຂອງ​ຈີນ​ແມ່ນ​ໂອກາດ​ດີ​ສຳລັບ​ການ​ພັດທະນາ​ຂອງ​ອາຊີ.

ທ່ານ​ເຈຍ​ຊິງ​ລິນ​ກ່າວ​ວ່າ,ຈີນ​ປະ​ຕິ​ບັດ​ທິດ​ທາງ​ການ​ຕ່າງປະ​ເທດຕໍ່​ປະ​ເທດ​ໃກ້​ຄຽງ​ຄື​ມີ​ໄມຕີ​ຈິດ​ຕໍ່​ປະ​ເທດ​ໃກ້​ຄຽງຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ,ຕັ້ງໜ້າ​ສະ​ແຫວງຫາບັນລຸ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດກັບປະ​ເທດ​ໃກ້​ຄຽງ.ການຊຸກຍູ້​ການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດ​ກັບ​ອາຊ​ຽນ​ແມ່ນ​ພາກສ່ວນ​ອັນ​ສຳຄັນ​ຂອງ​ການ​ຕ່າງປະ​ເທດ​ຕໍ່​ປະ​ເທ​ດ​ໃກ້​ຄຽງ​ຂອງ​ຈີນ.​ໃນ​ຖານ​ເປັນ​ປະເທດທີ່ມີອິດ​ທິພົນສຳຄັນ​ໃນກຸ່ມ​ອາຊຽນ,ການ​ຮ່ວມ​ມື​ລະຫວ່າງອິນ​ໂດ​ເນ​ເຊຍກັບ​ຈີນມີ​ຫຼາຍຊ່ອງທາງ,ຂອບ​ເຂດ​ກໍກວ້າງຂວາງທີ່​ສຸດ.ສອງ​ຝ່າຍ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ກັນ​ໃນ​ຂອບເຂດ​ການ​ການ​ຄ້າ​ເສລີ​ຈີນ​ອາຊ​ຽນ,ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຈີນ​ອາຊຽນພັດທະນາ​​ໄປໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ກ່າວ​ວ່າ,​​​ໃນ50ປີ​​ແຕ່​ຈີນ​ອິນ​ໂດ​ເນ​ເຊຍສ້າງ​ສາຍສຳພັນ​ການ​ທູດ​ມາ​ນີ້,ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດໄດ້ມີ​ການ​ພັດທະນາ​​ໃຫຍ່​ຫຼວງ.ຄວາມ​​ໄວ້​ເນື້ອເຊື່ອ​ໃຈ​ທາງ​ການ​ເມືອງເຊິ່ງກັນ​ແລະ​ກັນລະຫວ່າງ​ສອງ​ຝ່າຍ​ເພີ່​ມທະວີ​ຢ່າງ​ບໍ່​ຢຸດ​ຢັ້ງ,ໝາກຜົນການ​ຮ່ວມ​ມື​ດ້າ​​ເສດຖະກິດ​ການ​ຄ້າ​ມາກ​ມາຍ​ກາຍ​ກອງນີ້​ໄດ້​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ໃຫ້​ປະຊາຊົນ​ສອງຊາດ.ຈີນ​ກັບ​ອິ​ໂດ​ເນ​ເຊຍ​ພັດທະນາການ​ພົວພັນ​ຄູ່​ຂາ​ຍຸດ​ທະ​ສາດສອດຄ່ອງ​ກັບຜົນ​ປະ​ໂຫຍດກົກ​ຮາກຂອງ​ສອງ​ປະ​ເທດ​ແລ​ະປະຊາ​ຊົນສອງ​ຊາດ.

ສຸດ​ທ້າຍ​ທ່ານ​ເຈຍ​ຊິງ​ລິນ​ຫວັງ​ໃຫ້​ເພື່ອນ​ມິດ​ວົງ​ການຕ່າງໆ​ຂອງ​ອິນ​ໂດ​ເນ​ເຊ​ຍພ້ອມ​ກັບ​ປະຊາຊົນ​ຈີນພ້ອມ​ກັນ,ຄັດຄ້ານ"​ໄຕ້ຫວັນ​ເປັນ​ເອກະລາດ"ພ້ອມ​​ກັນ,ປົກ​ປັກຮັກສາ​ສັນຕິພາບ​ແລະ​ຄວາມສະຫງົບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.