ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-27 18:28:32    
ເສັ້ນ​ທາງ​ເທິງ​ທະ​ເລ​ສ້າງ​ຊ່ອງ​ທາງ​ທອງ​ຄຳ​ລະ​ຫວ່າງ​ຈີນ​ຫວຽດ​ນາມ(ສຽງ)

cri Author: sayvanny

ກຳ​ປັ່ນ​ຫລູ​ຫລາ​ຊື່​ເຈົ້າ​ຍິງ​ມະຫາ​ສະຫມຸດ​ທີ່​ຜະລິດ​ຢູ່​ເອີ​ລົບ​ລຳ​ຫນຶ່ງ​ໄດ້​ກາຍ​ເປັນສິ່ງ​ທີ່​ເຮັດ​ໃຫ້​ເມືອງ​ໄປ​ຫາຍ​ເຂດ​ກວາງ​ຊີ​​ເອກ​ອ້າງ​ທະ​ນົງ​ຕົວ, ເວລາ 7 ​ໂມງ​ຄ່ຳຂອງ​ວັນ​ທີ 6 ມີນາ,ກຳ​ປັ່ນ​ທີ່​ບັນທຸກ​ຜູ່​ທ່ອງ​ທ່ຽວ 500 ກວ່າ​ຄົນ​ໄດ້​ຈາກ​ເມືອງ​ໄປ​ຫາຍ​ເດີນ​ໄປ​ສູ່​ຫວຽດນາມ​ເປັນຄັ້ງທຳ​ອິດ,ອັນ​ໄດ້​ທັບ​ມ້າງ​ສະພາບ​ການ​ມິດ​ງຽບ​ຂອງ​ການທ່ອງ ທ່ຽວ​ເທິງ​ທະ​ເລ​ຈີນ​ຫວຽດນາມ​ສອງ​ປີ​ມາ​ນີ້.
ກຳ​ປັ່ນ​ເຈົ້າ​ຍິງ​ມະ​ຫາ​ສະ​ຫມຸດ​ແມ່ນ​ຜະລິດ​ຢູ່​ແອ​ສປາຍ,ຂະຫນາດ​ຂັບນ້ຳ 11,5 ພັນ​ໂຕນ,ສູງ 8 ຊັ້ນ, ຍາວ 140 ​ແມັດ,ກວ້າງ 21 ​ແມັດ,ຄວາມ​ໄວສູງ​ສຸດ​ແມ່ນ 3,4 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.ຢູ່​ໃນ​ກຳ​ປັ່ນ​ລຳ​ນີ້​ມີ​ສິ່ງ​ກໍ່ສ້າງ​ຄົບ​ຊຸດ,ລາຍການບໍລິ​ການ​ກໍ່​ອຸດົມສົມບູນ​ຫລາຍ, ຕົ້ນຕໍ​ມີ​ບາ​ເຫລົ້າ,ອ່າງ​ລອຍນ້ຳ,​ໄນ​ຄຼັບ,ຊາ​ລົງ​ຢ່ອນ​ອາລົມ,ຫ້ອງ​ອາຫານ​ຈີນ,ຫ້ອງ​ອາ​ຫານ​ຝຼັ່ງ,ສູນ​ຊາວ​ນ້າ,​ຫ້ອງສາຍ​ຮູບ​ເງົາ, ຫ້ອງ​ຫລິ້ນ​ໄພ້​ແລະ​ຫມາກ​ລຸກ ຫ້ອງ​ຫລິ້ນ​ສະ​ນຸ​ເກີ​ເປັນຕົ້ນ.ນອກ​ນີ້ ​ມີ​ຫ້ອງ​ນອນ 152 ຫ້ອງ,​ໃນ​ນັ້ນ ມີ​ຫ້ອງ​ຊຸດ, ຫ້ອງ​ດ່ຽວ,ຫ້ອງ​ສອງ​ຄົນ​ແລະ​ຫ້ອງ​ສີ່​ຄົນ, ​ເຊິ່ງສາມາດ​ບັນຈຸ 500 ກວ່າ​ຄົນ.

ທ່ານ​ຕ້ວນ​ເວີນ​ຕ້າວ ຮອງ​ເລຂາ​ຄະນະ​ພັກ​ເມືອງ​ໄປ​ຫາຍ​ເວົ້າວ່າ, ກຳ​ປັ່ນ​​ທີ່ແລ່ນ​ຢູ່​ອ່າວ​ພາກ​ເຫນືອ ​ເຊິ່ງ​ເປັນ​ທາງນ້ຳທອງ​ທຳ​ທີ່​ຕິດ​ຕໍ່​ຈີນ​ກັບ​ຫວຽດ ນາມລຳ​ນີ້​ແມ່ນປ່ອງຢ້ຽມສຳຄັນ​ແຫ່ງ​ຫນຶ່ງ​ທີ່​​ໄປ​ຫາຍ​ໄປ​ຫາອາ​ຊຽນ,​ແລະ​ກໍ່​ແມ່ນ​ຂົວ​ແລະ​ສາຍ​ພານ​ທີ່​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ໄປ​ຫາຍ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ.ການ​ຟື້ນ​ຟູ​ໃຊ້​ທາງ​ເດີນ​ເຮືອ​ສາຍ​ນີ້​ຈະ​ມີ​ບົດບາດ​ຊຸກ​ຍູ້​ຫລາຍ​ດ້ານ​ຄື:ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ອ່າວ​ພາກ​ເຫນືອ, ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ​ແລະ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ອາ​ຊຽນ​ກັບ​ຈີນ​ກໍ່​ຄື​ຫວຽດ​ນາມ​ກັບ​ຈີນ, ດຶງ​ດູດ​ຄົນ​ຍິ່ງ​ຫລາຍ​ໄປ​ທ່ຽວ​ເມືອງ​ໄປ​ຫາຍ, ​ເພີ່ມ​ກຳລັງ​ຊີວິດ​ທາງ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ເມືອງ​ໄປ​ຫາຍ​ໃຫ້​ຫລາຍ​ຂຶ້ນ,​ ເສີມ​ຂະ​ຫຍາຍ​ສັບພະ​ຄຸນ​ຕ່າງໆ​ຂອງ​ເມືອງ​ໄປ​ຫາຍ​ໃນ​ຖານ​ເປັນ​ຕົວ​ເມືອງ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່​ພາຍ​ໃນ​ປະ​ເທດ​​ແລະ​ຕ່າງປະ​ເທດ​ເປັນ​ຕົ້ນ.

ການ​ທ່ອງ​ທ່ຽວ​ແມ່ນ​ອຸດ​ສາ​ຫະ​ກຳ​ເສົາ​ຄ້ຳ​ຂອງ​ເມືອງ​ໄປ​ຫາຍ​ໂດຍ​ຕະຫລອດ, ພາບ​ວິວທິວ​ທັດ​ອັນ​ສວຍ​ງາມ​ແລະ​ຮີດ​ຄອງ​ປະ​ເພນີ​ຫລາ​ຍສີ​ຫລາຍ​ສັນ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນກໍ່​ດຶງ​ດູດ​ຄົນ​ນັບ​ເປັນ​ລ້ານ​ໄປ​ທ່ຽວ​.

ປີ 1997,​ເຂດ​ກວາງ​ຊີ​ໄດ້​ເປີດ​ທາງ​ເດີນ​ເຮືອ​ທ່ອງ​ທ່ຽວ​ຈາກ​ເມືອງ​ໄປ​ຫາຍ​ຮອດ​ອ່າວ​ຮ່າ​ລອງ​ຂອງ​ຫວຽດນາມ,ປັດຈຸ​ບັນ, ທາງ​ເດີນ​ເຮືອ​ເສັ້ນນີ້​ໄດ້​ກາຍ​ເປັນ​ເສັ້ນທາງ​ທ່ອງ​ທ່ຽວ​ທອງຄຳ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ແຂກ​ທ່ອງ​ທ່ຽວ,​ໄດ້​ຮັບ​ຄວາມ​ຮັກ​ແພງ​ຈາກ​ວິ​ສາ​ຫະກິດ​ທ່ອງ​ທ່ຽວ​ແລະ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ວົງ​ການ​ຕ່າງໆ​ຂອງ​ສັງຄົມ,​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ຊຸກ​ຍູ້​ກວາງຊີ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ແລະ​ການທ່ອງທ່ຽວ​ລະຫວ່າງ​ຈີນ​ກັບ​ຫວຽດນາມ.ທາງ​ເດີນ​ເຮືອ​ເສັ້ນນີ້​ທຳ​ອິດ​ແມ່ນອາ​ທິດລະ​ຖ້ຽວ​ແລ້ວ​ຄ່ອຍໆ​ຂະຫຍາຍ​​ເປັນ​ອາທິດ​ລະສອງ​ຖ້ຽວ,​ສາມ​ມື້​ສອງ​ຖ້ຽວ,ຈົນ​ຮອດ​ບາ​ມື້ຖ້ຽວ​ຫນຶ່ງ, ​ແຂກ​ທ່ອງ​ທ່ຽວ​ກໍ່​ຈາກ​ຄົນ​ຢູ່​ເຂດ​ອ້ອມ​ແອ້ມ​ເມືອງ​ໄປ​ຮາ​ຍຂະຫຍາຍ​ເປັນ​ຄົນ​ຢູ່​​ເຂດ​ແຂວງອ້ອມ​ແອ້ມ​ກວາງຊີ​ຈົນ​ຮອດ​​ທົ່ວ​ປະ​ເທດ​ຈີນ.

ທ່ານ​ໂຈ່​ວນິງ ຜູ່​ອຳນວຍ​ການ​ໃຫຍ່​ບໍ​ລິ​ສັດ​ກຳ​ປັ່ນ​ຫລູ​ຫລາ​ຮົງ​ກົງ​ຈຳ​ກັດ​ທີ່​ຮັບ​ຜິດ​ຊອບ​ຫນ້າ​ທີ່​ເດີນ​ເຮືອ​ລຳ​ນີ້​ບອກ​ນັກ​ຂ່າວ​ວ່າ,ມູນ​ເຫດ​ທີ່​ພວກ​ເຂົາ​ເຈົ້າ​ໃຊ້​ເງິນ​ກ້ອນ​ໃຫຍ່​ນຳ​ເຂົ້າ​ກຳ​ປັ່ນ​ຫລູ​ຫລາ​ຈາກ​ແອສ​ປາຍ​ລຳ​ນີ້,ກໍ່​ແມ່ນ​ຍ້ອນ​ໄດ້​ເຫັນ​​ໄປ​ໃນ​ແງ່​ດີ​ຕໍ່ການ​ພົວພັນ​ທີ່​ນັບ​ມື້​ນັບ​ແຫນ້ນ​ແຟ້ນ​ຂຶ້ນ​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​,ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ທີ່​ອຸ​ດົມ​ສົມ​ບູນ​ຈະ​ເຮັດ​ໃຫ້ການ​ບຸກ​ເບີກ​ທາງ​ເດີນ​ເຮືອ​ມີ​ອະນາຄົດ​ອັນ​ກວ້າງ​ຂວາງ.