|
|
(GMT+08:00)
2006-03-27 20:06:40
|
|
ກ່ຽວກັບບ່ອນຂອງແຕ່ລະຄົນ
cri
Author: min
ໃນຊີວິດ, ແຕ່ລະຄົນຕ່າງເປັນຕົວສະແດງທີ່ຕ່າງກັນ, ມີບ່ອນຂອງໃຜຂອງມັນ, ໃນລາຍການພາກນີ້, ພວກເຮົາຈະສະເໜີຄວາມເວົ້າອັນຄົມຄາຍກ່ຽວກັບບ່ອນຂອງແຕ່ລະຄົນ, ຄວາມເວົ້າບາງຄວາມອາດຈະຖືກກັບຄວາມຮູ້ສຶກຂອງທ່ານ, ຄຶດວ່າຄົງຈະເປັນການຊີ້ແນະແງະໄງ້ຄວາມຄຶດຂອງທ່ານບໍ່ຫຼາຍກໍ່ໜ້ອຍ.
ມີຄົນເວົ້າວ່າ: ຖ້າເຈົ້າແຫງນເບິ່ງແຕ່ທາງເທິງ, ເຈົ້າກໍ່ຈະຮູ້ສຶກວ່າຕົນເອງຢູ່ທາງລຸ່ມ, ຖ້າເຈົ້າເບິ່ງລົງລຸ່ມສະເໝີ, ເຈົ້າກໍຈະຮູ້ສຶກວ່າຕົນເອງຢູ່ທາງເທິງ. ຖ້າເຈົ້າຮູ້ສຶກວ່າຕົນເອງຢູ່ຫຼັງໝູ່ຢູ່ຕະຫຼອດ, ແນ່ນອນຕ້ອງແມ່ນເຈົ້າເບິ່ງໄປແຕ່ທາງໜ້າຢູ່ພໍປານນັ້ນ, ຖ້າຮູ້ສຶກວ່າຕົນເອງມີແຕ່ຢູ່ທາງໜ້າໝູ່, ແນ່ນອນ, ຕ້ອງແມ່ນເຈົ້າເບິ່ງໄປແຕ່ທາງຫຼັງ.
ສາຍຕາຕັດສິນບ່ອນຂອງເຈົ້າບໍ່ໄດ້, ແຕ່ວ່າບ່ອນຕັ້ງຕົວຢູ່ໃສຈະຕ່າງກັນຍ້ອນສາຍຕາບໍ່ຄືກັນ. ສິ່ງສຳຄັນແມ່ນ, ເຖິງວ່າພວກເຮົາຈະຢູ່ໃນບ່ອນທີ່ແນ່ນອນແລ້ວ, ແຕ່ສາຍຕາພວກເຮົາພັດເລັງປໃສ່ບ່ອນຕ່າງໆໄດ້.
ທະແນມແຕ່ພວກເຮົາຕັ້ງຕົວຢູ່ບ່ອນຂອງຕົນຢ່າງອຸ່ນອຽນໃຈ, ທຸກສິ່ງທຸກຢ່າງຢູ່ອ້ອມຂ້າງພວກເຮົາກໍຈະຖືພວກເຮົາເປັນໃຈກາງ, ບາງພ່ອງອາດຈະໜີຫຼືຈາກພວກເຮົາໄປ, ບາງພ່ອງອາດຈະແລ່ນມາໃສ່, ບາງພ່ອງກ້ຽວໄປວຽນມາຢູ່ອ້ອມຂ້າງພວກເຮົາ, ບາງພ່ອງອາດຈະງຽບມິດຢູ່ຕໍ່ໜ້າພວກເຮົາ. ຖ້າພວກເຮົາວິຕົກກັງວົນຢູ່ໝົດມື້, ຮູ້ສຶກວ່າບໍ່ມີບ່ອນທີ່ເໝາະສຳລັບຕົນເອງແລ້ວ, ທຸກສິ່ງທຸກຢ່າງທີ່ຢູ່ອ້ອມຂ້າງພວກເຮົາກໍຈະກາຍເປັນເຈົ້າຂອງຂອງພວກເຮົາ, ແລ້ວພວກເຮົາກໍຕ້ອງປິ່ນຢູ່ຄ້ວງໆ, ແລ່ນຮັບໃຊ້ມັນຢູ່ບໍ່ເຊົາ, ບຶດຊ້າຍບຶດຂວາ. ທັງປະຈົບປະແຈງ, ເອົາອົກເອົາໃຈ, ທັງຍົກຍໍປໍປັ້ນແລະອື່ນໆ.
ຄວາມຍິ່ງໃຫຍ່ຂອງຈອມພູຈູມູລັງມາບໍ່ແມ່ນຍ້ອນບ່ອນຕັ້ງຂອງມັນ, ຫາກແມ່ນຍ້ອນຄວາມສູງຂອງມັນ. ທະແນມແຕ່ແມ່ນຄຳ, ໄປຕົກຢູ່ໃສ, ບ່ອນຫັ້ນກໍ່ແມ່ນບ່ອນຂອງມັນ, ແລະມັນກໍເປັ່ງແສງເຫຼື້ອມອອກມາໂລດ. ຄົນຜູ້ຍິ່ງໃຫຍ່, ຍາມໃດກໍ່ແມ່ນບ່ອນເຂົາຢູ່ນັ້ນເລືອກເອົາເຂົາ, ມີແຕ່ຄົນທຳມະດາ, ຈຶ່ງຫຼຽວເບິ່ງພີ້ເບິ່ງພຸ້ນເລືອກແຕ່ບ່ອນຢູ່ເຊົາ.
ຖ້າຢືນຢູ່ບ່ອນຂອງນັກສະແດງ, ກໍ່ຕ້ອງຮຽນສະແດງໃຫ້ເປັນ, ຖ້ານັ່ງຢູ່ບ່ອນນັ່ງຂອງຜູ້ຊົມ, ກໍ່ຕ້ອງຮຽນຊົມໃຫ້ເປັນ. ສັງຄົມແມ່ນເວທີລະຄອນທີ່ໃຫຍ່ໂຕ, ແຕ່ພວກເຮົາຊ້ຳພັດບໍ່ຊ່າງຈຳແນກວ່າຕົນເອງແມ່ນສະແດງລະຄອນຫຼືວ່າພວມຊົມລະຄອນ. ຄວາມຈິງແລ້ວ, ຊີວິດກໍ່ຕ້ອງການໃຫ້ພວກເຮົາໄປສະແດງດ້ວຍຈິດໃຈເປັນຜູ້ຊົມ, ແລະໄປຊົມດ້ວຍຈິດໃຈຂອງນັກສະແດງ, ທັງນີ້ອາດຈະພໍດີເປັນການກວດສອບຄວາມສາມາດຂອງຄົນຜູ້ໜຶ່ງໃນການສັບຊ້ອນແລະປັບຕົວໃຫ້ເຂົ້າກັບສິ່ງແວດລ້ອມໃນທຸກເວລາ.
ເມື່ອຢູ່ຖານະຂອງຜູ້ເປັນພໍ່ແມ່, ກໍ່ຈະມີຄວາມຮັກແລະຄວາມພຽນໃຈ, ມີຄວາມຫວັງຢ່າງໜຶ່ງທີ່ບໍ່ດັບມອບຈັກເທື່ອ. ຖ້າຢູ່ໃນຖາະນຂອງຜູ້ເປັນລູກ, ກໍ່ຈະມິຄວາມຈິດໃຈແລະຄວາມຮັກແພງອັນເລິກເຊິ່ງ, ມີຄວາມລະອາຍໃຈທີ່ບໍ່ຫຼຸດໜ້ອຍຖອຍລົງຈັກເທື່ອ. ຊີວິດຂອງຄົນອາດຈະເຮັດໃຫ້ທຸກໆຄົນມີຄວາມຮູ້ສຶກທີ່ສັບສົນລະຫວ່າງຄວາມຫວັງກັບຄວາມລະອາຍໃຈ, ຈຶ່ງຈັດວາງໃຫ້ພວກເຮົາເມື່ອໄດ້ເປັນລູກເຕົ້າໄລຍະໜຶ່ງແລ້ວ, ກໍ່ໃຫ້ພວກເຮົາໄປເປັນພໍ່ແມ່.
ມີແຕ່ຢືນຢູ່ໃນຖານະຂອງຜູ້ອື່ນ, ຈຶ່ງອາດຈະເຂົ້າໃຈຜູ້ອື່ນໄດ້, ຈຶ່ງຈະຖະໜອມຖານະຂອງຕົນ. ຜູ້ທີ່ບໍ່ເຂົ້າໃຈຜູ້ອື່ນ, ທັງບໍ່ຖະໜຸຖະໜອມຖານະຂອງຕົນເອງນັ້ນ, ແມ່ນຍາກທີ່ຈະມີຖານະຢູ່ໃນໃຈຂອງຜູ້ອື່ນ. ນີ້ກໍ່ໝາຍຄວາມວ່າ, ບໍ່ວ່າຍາມໃດກໍ່ບໍ່ຄວນອວດອົ່ງຍ້ອນຖານະຂອງຕົນເອງ, ບໍ່ວ່າຍາມໃດກໍ່ບໍ່ຄວນດູຖູກຜູ້ອື່ນຍ້ອນຖານະຂອງຜູ້ນັ້ນ. ໂຕເອງຢືນຢູ່ໃນຖານະໃດ, ກໍ່ໃຫ້ພະຍາຍາມຊອກຫາຄວາມໝາຍຂອງຖານະນັ້ນ.
ທ່ານຜູ້ຟັງທີ່ຮັກແພງ, ລາຍການຄາລົມຄົມຄາຍພາກນີ້ກໍສ້ຽງສຸດລົງພຽງທໍ່ນີ້, ຖ້າທ່ານມີຄວາມເຫັນແລະຂໍ້ສະເໜີຫຍັງຕໍ່ເນື້ອໃນແລະຮູບການຂອງລາຍການພວກເຮົາ, ກໍຂໍ້ໃຫ້ທ່ານຂຽນຈົດໝາຍມາໃຫ້ພວກເຮົາດ້ວຍ, ພວກເຮົາຄອງຄອຍຈົດໝາຍຂອງທ່ານ!
|
|
|