ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 10:48:18    
ສະ​ພາ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕິນ​ເລີ່ມ​ຫາ​ລື​ແຜນ​ການ​ປະ​ກອບ​ລັດ​ຖະ​ບານ​ຂອງ​ອົງ​ການ​ຮາ​ມາສ

cri
ຕາມ​ຂ່າວCRI,ວັນ​ທີ27​ມີນາ,ສະພາ​ນິຕິບັນຍັດ​ປາ​ເລັສຕິນ​ໄດ້​ແຍກ​ອອກ​ໄຂ​ກອງ​ປະ​ຊຸມ​ວິ​ສາ​ມັນ​ຢູ່​ລາມາ​ລາ​ແລະ​ກາຊາ,​ເພື່ອຫາລື​ແຜນການ​ປະ​ກອບ​ລັດ​ຖະ​ບານ​ທີ່​ທ່ານ​ຮາ​ນີຢາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ່​ໃໝ່ ຜູ່​ນຳ​ອົງການ​ຮາມ​າສຂອງ​ປາ​ເລັສ​ຕິນ​ສະ​ເໜີ.​ໃນ​ກອງ​ປະ​ຊຸມ,​ທ່ານ​ຮາ​ນີ​ຢາ​ປະ​ກາດ​ວ່າ,​ລັດ​ຖະ​ບານ​ຊຸດ​ໃໝ່​ທີ່ປະກອບ​ໂດຍ​ອົງ​ການ​ຮາ​ມາສ ​ຍິນ​ດີ​ຕິດ​ຕໍ່​ພົວ​ພັນ​ກັບ​4​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ.

ໃນ​ກອງ​ປະຊຸມ​ທີ່​ຈະດຳ​ເນີນ​ເປັນ​ເວລາ3​ມື້,​ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຍັດ​ຈະ​ຮັບ​ຟັງ​ແລະ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ລາຍ​ຊື່​ສະ​ມາ​ຊິກ​ຄະ​ນະ​ລັດ​ຖະ​ບານ​ແລະ​ໂຄງ​ການ​ການ​ເມືອງ​ທີ່​ທ່ານ​ຮາ​ນີຢາ​ ​ສະ​ເໜີ,​ແລະ​ຈະ​ຈັດການ​ປ່ອນ​ບັດ​ໄວ້​ວາງ​ໃຈ​ໃນ​ວັນ​ທີ29​ມີນາ.

ໃນ​ກອງ​ປະຊຸມ,ທ່ານ​ຮາ​ນີຢາ​ກ່າວ​ວ່າ,ລັດຖະບານ​ຊຸດ​ໃໝ່​ກຽມ​ຈະ​ພົບ​ປະ​ກັບ​4​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຄື​ຣັດ​ເຊຍ,ສະຫະພາບ​ເອີ​ລົບ,ສະຫະ​ປະຊາ​ຊາດ​ແລະ​ອາ​ເມ​ລິ​ກາ,​ເພື່ອ​ສະ​ແຫວ​ງຫາ​ແຜນການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ,​ແລະບັນລຸ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.ທ່ານ​ຮຽກຮ້ອງ​ໃຫ້4​ຝ່າຍ​ທີ່​ກ່ຽວຂ້ອງ​ແລະ​ປະ​ຊາ​ຄົມ​ໂລກ​ຈົ່ງ​ມີ​ທ່າ​ທີ​ຍຸດ​ຕິ​ທຳ,​ເພື່ອ​ເຮັດໃຫ້​​ພາກ​ພື້ນ​ແຫ່ງ​ນີ້ມີຄວາມທ່ຽງ​ທຳ​ແລະມີ​ສັນ​ຕິ​ພາບ​ຮອບ​ດ້ານ​.

ຕໍ່​ທ່າ​ທີຂອງ​ທ່ານ​ຮາ​ນີຢາ,​ວັນ​ທີ27​ມີນາ,ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ, ກ່ອນ​ອື່ນ,​ອົງ​ການ​ຮາ​ມາສ ​ຕ້ອງ​ຕອບ​ສະໜອງ​ກັບເງື່ອນ​ໄຂ​ຕ່າງໆ​ເຊັ່ນ​ປະ​ລະ​ການ​ໃຊ້​ກຳ​ລັງ​ຮຸນ​ແຮງ,​ຮັບ​ຮອງ​ອິສຣາ​ແອນ​ແລະ​ເຄົາລົບ​ສັນຍາ​ທຸກ​ສະບັບ​ທີ່​ປາ​ເລັສ​ຕິນ​ແລະ​ອິສຣ​າ​ແອນ​ໄດ້​ເຊັນ​ກັນ​ໃນ​ເມື່ອ​ກ່ອນ​ເປັນ​ຕົ້ນ,ຕໍ່​ຈາກ​ນັ້ນ,ອາ​ເມ​ລິ​ກາ​ຈິ່ງ​ອາດ​ຈະ​ພິ​ຈາ​ລະ​ນາ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ສົນທະນາ​ກັບ​ເຂົາ.