ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 15:31:50    
ປະ​ພາ​ຄານ​ຂອງ​ໂກຼ​ອາ​ຊີ

cri

ຕາມ​ຂ່າວCRI,​ໂກຼ​ອາຊີແມ່ນປະ​ເທດ​ນ້ອຍໆທີ່​ບໍ່​ປະຈັກ​ຕາ​ຄົນ​ຢູ່​ເອີ​ລົບ​ໃຕ້​.ປະ​ເທດ​ນີ້​ຕັ້ງ​ຢູ່​ແຫຼມ​ບານ​ກັງ​ທີ່​ຖືກ​ເອີ້ນ​ເປັນ​ຖັງ​ໝື້​ລະ​ເບີດ,​ເຖິງ​ວ່າ​ໄດ້​ປະ​ສົບ​ແປວ​ໄຟ​ສົງ​ຄາມ​ກໍ​ຕາມ,​ແຕ່​ພັດ​ລຶບ​ສີ​ຟ້າ​ແລະ​ຄວາມ​ມິດ​ງຽບ​ທີ່​ເກີດ​ຕາມ​ທຳ​ມະ​ຊາດ​ບໍ່​ໄດ້.

ຄົນ​ໂກຼອາຊີ​ມັກ​ເອີ້ນ​ປະ​ເທດ​ຕົນ​ເປັນ​ປະ​ເທດທີ່​ມີ​ພັນ​​ເກາະ,​ສີຟ້າ​ປານ​ເພັດ​ແລະ​ແສງ​ຕາ​ເວັນ​ອັນ​ພຽງ​ພໍ​ຂອງ​ທະ​ເລ​ອາ​ຕຼີ​ອາ​ຕິກ​ກໍ​ພໍ​ໃຫ້​ຄົນ​ທັງ​ຫຼາຍ​ມັກ​ແດນ​ສະ​ຫວັນ​ໃນ​ເມືອງ​ມະນຸດ​ແຫ່ງ​ນີ້.

ມີ​ທະ​ເລ,ມີ​ເກາະ​ດອນ,​ປະ​ພາ​ຄານ​​ເລີຍກາຍ​ເປັນ​ເທບ​ທິດາທີ່​ຊັກ​ນຳ​ຄົນ​ໂດຍ​ສານ​ໃນ​ກາງ​ຄືນ,​ເຝົ້າ​ຮັກ​ສາ​ກ່ຳ​ປັ່ນ​ທີ່​ເດີນ​ທາງ​ໄກ​ໃນ​ທ່າມ​ກາງ​ຟ້າ​ຝົນ​ລົມ​ແດງ.​ເຖິງ​ວ່າ​ແສງ​ແດດ​ບໍ່​ຫ່ອນ​ຈະ​ສະ​ຫວ່າງ​ສະ​ໄຫວ​ຈົນ​ເທົ່າ​ໃດໆ,​ນ້ຳ​ທະ​ເລ​ກໍ​ບໍ່ຫ່ອນ​ຈະ​ງຽບ​ສະ​ຫງົບ​ຈົນ​ເທົ່າ​ໃດໆ,​ແຕ່​ຢູ່​ເທິງ​ຜາ​ຊັນ​ຊິກ​ລິກ,​ຢູ່​ເທິງ​ເກາະ​ໂດດ​ດ່ຽວ​ປ່ຽວ​ພອຍ,​ປະ​ພາ​ຄານ​ພັດ​ໄດ້​ເຍື່ອງ​ແສງ​ແຫ່ງ​ຄວາມ​ຫວັງ​ຈົນ​ເທົ່າ​ໃດໆ​.


1  2  3  4  5  6  7  8  9  10  11  12  13