ລັດຖະບານຮັກສາການຂອງໄທຮຽກຮ້ອງໃຫ້ພັກຝ່າຍຄ້ານພິຈາລະນາຂໍ້ສະເໜີກ່ຽວກັບ"ລັດຖະບານແຫ່ງຊາດ"ຄືນໃໝ່
cri
ຕາມCRI,ວັນທີ28ມີນາ,ລັດຖະບານຮັກສາການຂອງໄທໄດ້ຮຽກຮ້ອງໃຫ້ສາມພັກຝ່າຍຄ້ານທີ່ສຳຄັນ,ຈົ່ງພິຈາລະນາຄືນໃໝ່ຕໍ່ຂໍ້ສະເໜີປະກອບລັດຖະບານແຫ່ງຊາດທີ່ທ່ານທັກສິນ ຊີນນະວັດ ນາຍົກລັດຖະມົນຕີລັດຖະບານຮັກສາການຂອງໄທສະເໜີອອກໃນຫວ່າງມໍ່ໆນີ້.
ວັນທີ28ມີນາ,ທ່ານສຸຣານັນ ເວດຊາຊີວະ ລັດຖະມົນຕີສຳນັກນາຍົກລັດຖະມົນຕີໄທເວົ້າຕໍ່ສື່ມວນຊົນວ່າ,ຂໍ້ສະເໜີຂອງທ່ານທັກສິນແມ່ນແຜນດີທີ່ສຸດຂອງການແກ້ໄຂວິກິດການການເມືອງຂອງໄທໃນສະເພາະໜ້າ,ທ່ານຍັງໄດ້ສະແດງຄວາມເສຍດາຍຕໍ່ສາມພັກຝ່າຍຄ້ານທີ່ປະຕິເສດຂໍ້ສະເໜີດັ່ງກ່າວໃນຫວ່າງມໍ່ໆນີ້,ແລະຫວັງໃຫ້ສາມພັກຝ່າຍຄ້ານຖືຜົນປະໂຫຍດແຫ່ງຊາດເປັນເດີມພັນ, ພິຈາລະນາຂໍ້ສະເໜີຂອງທ່ານທັກສິນຄືນໃໝ່.
|
|