ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 16:03:23    
ຄຳ​ເຕືອນ​ໃນ​ອາຫານ​ການ​ກິນ​ຂອງ​ເດັກ​ນ້ອຍ

cri Author: lm

ໜຶ່ງ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ຄວາມ​ສະ​ໝ່ຳສະ​ເໝີ​ກັນ​ໃນ​ດ້ານ​ອາຫານ​ທາດ​ກົດ​ກັບ​ອາຫານ​ທາດ​ດັ່ງ: ອາຫານ​ແບ່ງ​ອອກ​ເປັນ​ສອງ​ປະ​ເພດ​ເຊັ່ນ,ອາຫານ​ທາດ​ກົດ​ກັບ​ອາຫານ​ທາດ​ດັ່ງ. ປາ,ຊີ້ນ,ສັດລ້ຽງ,​ໄຂ່​ໄກ່,​ເຂົ້າ,ອາຫານ​ທາດ​ແປ້ງ​ເປັນ​ປະ​ເພດ​ທາດ​ກົດ. ຜັກ,ໝາກ​ໄມ້,ໝາກ​ຖົ່ວ​ຕ່າງໆ​ແລະ​ອາຫານ​ທີ່​ເຮັດ​ດ້ວຍ​ໝາກ​ຖົ່າ​ເປັນ​ອາຫານ​ປະ​ເພດ​ທາດ​ດັ່ງ.

​ໃນ​ຮ່າງກາຍ​ຄົນ​ເຮົາ​ມີ​ລະບົບ​ທີ່​ດັດສົມ​ຄວາມ​ດຸນ​ດ່ຽງ​ກັນ​ລະຫວ່າງ​ທາດ​ກົດ​ກັບ​ທາດ​ດັ່ງ​ເອົາ​ເອງ. ວ່າ​ແຕ່​ກິນ​ອາຫານ​ຫຼາຍຢ່າງ​ແລະ​ເຂົ້າປະ​ເພດ​ຕ່າງໆ​ກໍ​ສາມາດ​ຮັກສາ​ຄວາມ​ກ້ຳ​ເກິ່ງ​ກັນ​ລະຫວ່າງ​ທາດ​ກົດ​ກັບ​ທາດ​ດັ່ງ.

ສອງ,ກິນ​ແກງ​ກ່ອນ​ກິນ​ເຂົ້າມີ​ຜົນ​ດີ​ຕໍ່​ຮ່າງກາຍ.

​ໃຫ້​ເດັກນ້ອຍ​ກິນ​ແກງ​ກ່ອນ​ກິນ​ເຂົ້າກໍ​ຄື​ກັບ​ການ​ອຸ່ນ​ຄີງ​ກ່ອນ​ຫັດກາຍ​ຫຼິ້ນ​ກິລາ,​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ຍ່ອຍ​ອາຫານ​ເລີ່​ມ​ເຮັດ​ວຽກ,​ໃຫ້​ຕ່ອມ​ລະລາຍ​ລະບາຍ​ນ້ຳຍ່ອຍ​ອາຫານ​ຢ່າງ​ພຽງພໍ,​ເມື່ອ​ກິນ​ເຂົ້າ​ແລ້ວ,​ເດັກນ້ອຍ​ຈະ​ຮູ້ສຶກ​ສະບາຍ.

ສາມ​ແມ່ນ​ກິນ​ເຂົ້າ​ເຊົ້າມີ​ຜົນ​ດີ​ຕໍ່​ຮ່າງກາຍ

ອາຫານ​ຄາບ​ເຊົ້າດີ​ຫຼືບໍ່​ພົວພັນ​ເຖິງ​ການ​ເຕີບ​ໂຕ​ຂອງ​ເດັກນ້ອຍ,ຖ້າ​ບໍ່​ເອົາ​ໃຈ​ໃສ່​ນຳ​ການ​ກິນ​ເຂົ້າ​ເຊົ້າ,​ໃນ​ເວລາ​ຮຽນ,​ເດັກນ້ອຍ​ກໍ​ຈະ​ສໝອງ​ຊ້າ,​ກຳລັງ​ວັງຊາ​ບໍ່​ພຽງພໍ​,ທາດ​ນ້ຳຕານ​ໃນ​ເລືອດ​ຕ່ຳລົງ. ກາ​ໂລ​ລີ​ທີ່​ຮັບ​ເອົາ​ໃນ​ມື້ໜຶ່ງ,​ອາຫານ​ເຊົ້າກວມ 30%,​ອາຫານ​ທ່ຽງ​ກວມ 40% ​ແລະ​ອາຫານ​ຄ່ຳ​ກວມ 30%.

ສີ່,ກ່ອນ​ກິນ​ອາຫານ​ທ່ຽງ​ຢ່າ​ໃຫ້​ເດັກນ້ອຍ​ກິນນ້ຳໝາກ​ໄມ້​ລ້ວນໆ.

ນ້ຳໝາກ​ໄມ້​ສົດ​ມີ​ທາດ​ບຳລຸງ​ຮ່າງກາຍ​ຮັບ​ເອົາ​ງ່າຍ,​ແຕ່​ວ່າ,ພາຍ​ໃນ 40 ນາທີ​ກ່ອນ​ກິນ​ອາຫານ​ທ່ຽງ ຢ່າ​ໃຫ້​ເດັກນ້ອຍ​ກິນ​ນ້ຳໝາກ​ໄມ້. ​ເພາະວ່າ​ຖ້າ​ກິນ​ນ້ຳໝາກ​ໄມ້​ແລ້ວ,​ໃນ​ເວລາ​ກິນ​ເຂົ້າ,​ເດັກນ້ອຍ​ຈະ​ກິນ​ໜ້ອຍ,​ເຮັດ​ໃຫ້​ທາດ​ບຳລຸງ​ໃນ​ຄາບ​ທ່ຽງຮັບ​ເອົາ​ໄດ້​ໜ້ອຍ.

ຫ້າ,ປາ​ກັບ​ເຕົາ​ຮູ້​ກິນ​ນຳກັນຈະ​ເຮັດ​ໃຫ້​ຮ່າງກາຍ​ຮັບ​ເອົາ​ທາດ​ການ​ຊີ​ອົມ​ໄດ້ຫຼາຍ​ກວ່າ​ແນວ​ອື່ນ.
ດີ​ທີ່​ສຸດ​ແມ່ນ​ແກງ​ປາ​ໃສ່​ເຕົ້າຮູ້,​ເພາະວ່າ​ໃນ​ຊີ້ນ​ປາ​ມີ​ວິຕາມິນ​ເຕຫຼາຍ,​ເຕົາ​ຮູ້​ມີ​ທາດ​ການ​ຊຽມຫຼາຍ,​ຖ້າ​ກິນ​ແຕ່​ເຕົາຮູ້,​ຮ່າງກາຍ​ຄົນ​ເຮົາ​ບໍ່​ສາມາດ​ຮັບ​ເອົາ​ທາດ​ການ​ຊຽມຢ່າງ​ເຕັມ​ສ່ວນ,ຖ້າ​ກິນປາ​ກັບ​ເຕົ້າຮູ້​ນຳກັນ,​ວິຕາ​ມິນ​ເຕ​ໃນ​ປາ​ຈະ​ຊ່ອຍ​ໃຫ້​ຮັບ​ເອົາ​ທາດ​ການ​ຊຽມ​ຫຼາຍຂຶ້ນ 20 ​ເທົ່າ.
ຫົກ,ຢ່າ​ໃຫ້​ເດັກນ້ອຍ​ກິນ​ເຄື່ອງ​ດື່ມຫຼາຍ​ເກີນ​ໄປ

ກາ​ເຟອິນ​ໃນ​ໂຄຄາ​ໂຄ​ລາ​ຈະ​ເຮັດ​ໃຫ້​ລະບົບ​ສູນ​ປະສາດ​ຕື່ນ​ເຕັ້ນ,​ແມ່ນ​ມູນ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເດັກນ້ອຍ​ມັກ​ເໜັງ​ຕີງຫຼາຍ​ເກີນ​ໄປ. ນ້ຳອັດ​ລົມ​ຍັງ​ເຮັດ​ໃຫ້​ນ້ຳຍ່ອຍ​ອາຫານ​ມີ​ຄວາມ​ສາມາດ​ດັບ​ເຊື້ອ​ໃນ​ກະ​ເພາະ​ລຳ​ໄສ້​ອ່ອນ​ລົງ,​ແລະ​ເຮັດ​ໃຫ້​ເດັກນ້ອຍ​ບໍ່​ຢາກກິນ​ເຂົ້າ.

​ເຈັດ,ຢ່າ​ກິນ​ໄຂ່​ດິບ

ກິນ​ໄຂ່​ດິບ​ບໍ່​ດີ,​ເພາະ​ທາດ​​ໂປຼຕິນ​ຊະນິດ​ໜຶ່ງ​ໃນ​ໄຂ່​ຂາວ​ຖ້າ​ປະສົມ​ກັບ​ທາດ​ເຫຼັກ​ໃນ​ໄຂ່​ເຫຼືອງຈະ​ກາຍ​ເປັນ​ສິ່ງ​ທີ່​ກີດຂວາງ​ຮ່າງ​ກາຍ​ຮັບ​ເອົາ​ທາດ​ເຫຼັກ,​ໄຂ່​ໄກ່​ທີ່​ຕົ້ມ​ສຸກ​ແລ້ວ​ຈະ​ບໍ່​ມີ​ບັນຫາ​ເຫຼົ່ານີ້.

​ໄຂ່​ໄກ່​ກິບຫຼາຍກໍ​ບໍ່​ໄດ້,ຖ້າ​ກິນຫຼາຍ​​ໂພ​ດ,​ໂປຼຕິນ​ສ່ວນ​ທີ່​ບໍ່​ຍ່ອຍ​ໄປ​ພົບ​ກັບ​ແມ່​ພະຍາດ​ໃນ​ລຳ​ໄສ້,ມັນ​ຈະ​ເນົ່າ​,​ເກີດ​ເປັນ​ວັດຖຸ​ທາດ​ເບື່ອ​ຕໍ່​ເດັກນ້ອຍ.

​ແປດ,ບໍ່​ຄວນ​ໃຫ້​ເດັກນ້ອຍ​ກິນ​ເຂົ້າຈານ​ແກງ

ກິນ​ເຂົ້າຈານ​ແກງ,​ເດັກນ້ອຍ​ມັກ​ຫຍ້ຳລວບໆ​ແລ້ວ​ກືນ​ໂລດ,​ເສັ້ນ​ປະສາດ​ລີ້ນຍັງ​ບໍ່​ຮູ້​ລົດ​ອາຫານ​ເທື່ອ,ກໍ​ກືນ​ລົງທ້ອງ​ແລ້ວ,ອາຫານ​ບໍ່​ທັນ​ຍ່ອຍ​ແລະ​ຮ່າງກາຍ​ບໍ່​ທັນ​ຮັບ​ເອົາ​ເປັນ​ຢ່າງ​ດີ,ຖ້າ​ເປັນ​ແບບ​ນີ້​ເລື້ອຍໆ,​ເດັກນ້ອຍ​ຈະ​ນັບ​ມື້​ນັບ​ຈ່ອຍ​ຜອມ,​ແລະ​ຈະ​ເປັນ​ໂຣກ​ກະ​ເພາະ​ລຳ​ໄສ້.