ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 16:06:55    
ການ​ປ່ອນ​ບັດ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ອິສ​ຣາ​ແອນ​​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 28 ມີນາ ການ​ເລືອກ​ຕັ້ງລັດຖະສະພາ​ຂອງອິສຣາ​ແອນ​ໄດ້​ເລີ່ມ​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ, ຜູ່​ມີ​ສິດ​ເລືອກ​ຕັ້ງຂອງອິສຣາ​ແອນ​ຈະ​ປ່ອນ​ບັ​ດ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ຊຸດ​ໃໝ່, ນາ​ຍົກ​ລັດຖະມົນຕີຜູ່​ໃໝ່​ແລະ​ຄະນະ​ລັດຖະບານ​ຊຸດ​ໃໝ່ຂອງ​ອິສຣາ​ແອນ​ກໍ່​ກຳ​ເນີ​ດ​ເກີດ​ຂຶ້ນ​​ຕາມ​ຜົນ​ການ​ເລືອກ​ຕັ້ງທົ່ວ​ໄປ.

31 ພັກ​ຝ່າຍ​ເຊິ່ງລວມທັງ​ສາມພັກການ​ເມືອງໃຫຍ່ ຄື ພັກ​ຄາ​ດີ​ມາ ພັກ​ກຳມະ​ກອນ​ແລະ​ກຸ່ມ​ລີ​ຄຸດ​ໄດ້​ເຂົ້າຮ່ວມ​ການ​ເລືອກ​ຕັ້ງທົ່ວ​ໄປ​ເທື່ອ​ນີ້, ພວກ​ກ​ເຂົາ​ເຈົ້າຈະ​ແຂ່ງ​ຂັນ​ຍາດ​ເອົາ​ທີ່​ນັ່ງ​ລັດຖະສະພາ 120 ທີ່​ນັ່ງ. ອີງ​ຕາມ​ກົດ​ໝາຍ​ອິສຣາ​ແອນ, ພັກ​ການ​ເມືອງ​ທີ່​ໄດ້​ຮັບ​ທີ່​ນັ່ງ​ຫຼາຍ​ກວ່າ​ໝູ່​ໃນ​ການ​ເລືອກ​ຕັ້ງລັດຖະສະພາຈະ​ຮັບຜິດຊອບ​ປະກອບ​ລັດຖະບານ, ຜູ່​ນຳ​ຂອງ​ພັກ​ດັ່ງກ່າວຈະ​ດຳລົງ​ຕຳ​ແໜ່ງ​ນາ​ຍົກລັດຖະມົນຕີຂອງລັດຖະບານ.

ການ​ປ່ອນ​ບັດ​​ໄດ້​ເລີ່​ມດຳ​ເນີນ​​ແຕ່​ 7 ​ໂມງເຊົ້າວັນ​ທີ 28 ມີນາ, ​ແລະຈະ​ສິ້ນ​ສຸດ​ລົງ​ໃນ​ເວລາ 22 ​ໂມງ​ມື້​ດຽວ​ກັນ. ​ເພື່ອ​ຮັບປະກັນ​ໃຫ້ການ​ເລືອກ​ຕັ້ງທົ່ວ​ໄປ​​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ, ພາກສ່ວນ​ຮັກສາ​ຄວາມ​ປອດ​ໄພຂອງ​ອິສຣາ​ແອນ​ໄດ້​ເພີ່ມ​ທະວີການ​ປ້ອງ​ກັນ​ຄວາມ​ປອດ​ໄພ.