ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-28 16:19:18    
ຮົງ​ກົງ​ບໍ່​ຫ່ອນ​ຈະ​ຖືກ​ບຽດ​ໄປ​ຢູ່​ຂອກ​ຂ້າງ

cri
ຕາມ​ຂ່າວCRI,​ຫວ່າງ​ມໍ່ໆ​ນີ້,​ມີ​ບຸກ​ຄົນ​ຮົງ​ກົງ​ບາງ​ຄົນ​ເປັນ​ຫ່ວງ​ວ່າ​ການ​ພັດທະ​ນາ​ຢ່າງ​ວ່ອງ​ໄວ​ຂອງ​ເຂດ​ໃນ​ຈີນ​ຈະ​ເຮັດ​ໃຫ້​ຖານະ​ຂອງ​ຮົງ​ກົງຫຼຸດ​ຕ່ຳ​ລົງ,​ແລະ​ໃຫ້​ຮົງ​ກົງ​ຖືກ​ບຽດ​ໄປ​ຢູ່ຂອກ​ຂ້າງ.​ຕໍ່​ເລື່ອງ​ນີ້,ວັນ​ທີ28ມີນາ,​ທ່ານ​ຊີລີ​ນ ຮອງ​ຫົວໜ້າ​ກົມ​ແຜນ​ພັດທະ​ນາ​ຂອງ​ຄະ​ນະ​ກຳມະ​ການ​ພັດທະ​ນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນກ່າວ​ເນັ້ນ​ວ່າ,​ເຖິງວ່າ​ເຂດ​ໃນ​ຈີນ​ພັດທະ​ນາ​ແລ້ວ,​ຮົງ​ກົງ​ກໍບໍ່​ຫ່ອນ​ຈະ​ຖືກ​ບຽດ​ໄປ​ຢູ່​ຂອກ​ຂ້າງ.

ທ່ານ​ຊີລີນ​ທີ່​ໄປ​ເຂົ້າ​ຮ່ວມ​ງານ​ສຳ​ມະ​ນາ​ແຜນ​ພັດ​ທະນາ​ຫ້າ​ປີ​ຄັ້ງ​ທີ​11​ແຫ່ງ​ລັດ​ທີ່​ຮົງ​ກົງ​ກ່າວ​ວ່າ,​ປີ​ກາຍ​​ແຂວງ​ກວາງ​ຕຸ້ງ​ໄດ້​ສົ່ງ​ອອກ​ສິນ​ຄ້າຕົກ​ເປັນ​ມູນ​ຄ່າ​420ຕື້​ໂດ​ລາ,​ໃນ​ນັ້ນ​ມີ​ສິນຄ້າ​ເກືອບ​300ຕື້​ໂດ​ລາ​ແມ່ນ​ສົ່ງ​ອອກ​ໂດຍ​ຜ່ານ​ຈາກ​ຮົງ​ກົງ,​ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຮົງ​ກົງ​ມີ​ຖານະ​ສຳ​ຄັນ​ໃນ​ການ​ພັດທະນາ​ເສດ​ຖະກິດ​ຂອງ​ເຂດ​ໃນ​ຈີນ.

ພ້ອມ​ກັນ​ນັ້ນ,​ທ່ານ​ຊີ້​ອອກ​ວ່າ,​ເຖິງ​ວ່າ​ຫຼາຍ​ຕົວ​ເມືອງ​ເຂດ​ໃນ​ຫວັງ​ຢາກ​ກາຍ​ເປັນ​ສູນ​ການ​ທະ​ນາ​ຄານ​ສາ​ກົນກໍ​ຕາມ,​ແຕ່​ອາ​ໄສ​ເງື່ອນ​ໄຂພາຍ​ນອກ​ຢ່າງ​ດຽວ​ນັ້ນ​ແມ່ນ​ບໍ່ພຽງ​ພໍ,​ຮົງ​ກົງ​ມີ​ທ່າ​ແຮງ​ອັນ​ພົ້ນ​ເດັ່ນ​ໃນ​ດ້ານ​ການ​ບໍລິ​ການ​ການ​ທະນາ​ຄານ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ດ້ານ​ອື່ນໆ.