|
 |
(GMT+08:00)
2006-03-28 20:38:04
|
ການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນຍີ່ປຸ່ນຊ່ອຍປົວແປງແລະຂະຫຍາຍການພົວພັນລະຫວ່າງສອງປະເທດ
cri
Author: da
ຕາມຂ່າວCRI:ວັນທີ 28 ມີນາ ຢູ່ປັກກິ່ງ ທ່ານຊິນກ່າງ ໂຄສົກກະຊວງການຕ່າງປະເທດຈີນເວົ້າວ່າ,ການໄປມາຫາສູ່ກັນລະຫວ່າງປະຊາຊົນຈີນກັບຍີ່ປຸ່ນມີຄວາມໝາຍສຳຄັນທີ່ສຸດຕໍ່ການເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງປະເທດແລະຊຸກຍູ້ການປົວແປງແລະຂະຫຍາຍການພົວພັນລະຫວ່າງຈີນຍີ່ປຸ່ນ.
ໃນງານຊຸມນຸມນັກຂ່າວ ທ່ານຊິນກ່າງເວົ້າວ່າ,ໂດຍຕອບສະໜອງຄຳເຊີນຂອງສະມາຄົມມິດຕະພາບຈີນຍີ່ປຸ່ນ,ຫົວໜ້າຂອງ 7 ຄະນະຜູ້ແທນມິດຕະພາບຍີ່ປຸ່ນຈີນຂອງຍີ່ປຸ່ນຈະຢ້ຽມຢາມຈີນໃນທ້າຍເດືອນມີນາ,ແລກປ່ຽນຄວາມເຫັນກັບຜູ້ຮັບຜິດຊອບຄະນະທີ່ກ່ຽວຂ້ອງຂອງຈີນກ່ຽວກັບການເພີ່ມທະວີການແລກປ່ຽນລະຫວ່າງປະຊາຊົນແລະຊຸກຍູ້ການຂະຫຍາຍຕົວແຫ່ງການພົວພັນລະຫວ່າງສອງປະເທດ.ຮອດຍາມນັ້ນ,ຜູ້ນຳຈີນຈະພົບປະຜູ້ແທນຝ່າຍຈີນແລະຍີ່ປຸ່ນ.
|
|
|