ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 15:45:46    
ປະ​ທາ​ນາ​ທິ​ບໍ​ດີ​ລູ​ມາ​ນີ​ກ່າວ​ວ່າ​ຈະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ​ຈີນ​ລູ​ມາ​ນີ​ຕື່ມ​ອີກ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ວັນ​ທີ​29​ມີນາ,​ໃນ​ເວລາ​ກ່າວ​ປາຖະ​ກະຖາ​ໃນ​ໂຮງ​ຮຽນ​ຊັ້ນ​ສູງ​ແຫ່ງ​ໜຶ່ງ​ທີ່​ປັກ​ກິ່ງ,​ທ່ານ​ບາ​ເສ​ສ໌ຄູ ປະທາ​ນາທິ​ບໍດີ​ລູມາ​ນີທີ່​ພວມ​ຢ້ຽມ​ຢາມ​ຈີນ​ກ່າວ​ວ່າ,​ຫວັງ​ໃຫ້​ສອງ​ປະ​ເທດ​ຈີນ​ລູ​ມາ​ນີ​ເຮັດ​ໃຫ້​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ແໜ້ນ​ແຟ້ນ​ຂຶ້ນ​ຕື່ມ​ອີກ.

ທ່ານ​ບາ​ເສ​ສ໌ຄູ​ເວົ້າ​ວ່າ,​ປັດຈຸ​ບັນ​ມີ​ນັກ​ສືກສາ​ຈີນ​100​ກວ່າ​ຄົນ​ຮຽນ​ຢູ່​ລູມາ​ນີ,​ກໍ່​ມີ​ນັກ​ສຶກ​ສາ​ລູມາ​ນີ​ຈຳນວນ​ໜຶ່ງ​ຮຽນ​ຢູ່​ປັກ​ກິ່ງ​ແລະ​ຊຽງ​ໄຮ້​ເປັນ​ຕົ້ນ,​ຫວັງ​ວ່າ​ຕໍ່​ໄປ​ພາຍ​ໜ້າ​ສອງ​ປະ​ເທດ​ຈະ​ເພີ່ມ​ຈຳ​ນວນ​ນັກ​ສຶກສາ​ໄປ​ຮຽນຢູ່​ປະ​ເທດ​ກົງ​ກັນ​ຂ້າມ,​ດຳ​ເນີນ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຊາວ​ໜຸ່ມ​ຫຼາຍ​ກວ່າ​ເກົ່າ.

ທ່ານ​ບາ​ເສ​ສ໌ຄູ​ແນະນຳ​ວ່າ,​ປີ​ນີ້​ຈີນ​ຈະ​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງຈື້​ແຫ່ງ​ໜຶ່ງຢູ່​ບຸຍກາ​ແລັດ ນະຄອນ​ຫຼວງ​ລູມາ​ນີ,​ລູມາ​ນີກໍ​ຈະ​ສ້າງ​ສູນ​ວັດທະ​ນະທຳ​ແຫ່ງ​ໜຶ່ງ​ຢູ່​ຈີນ.ທ່ານ​ເຫັນ​ວ່າ,​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ແມ່ນ​ເສົາ​ຄ້ຳ​ສຳຄັນ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ສອງ​ຕໍ່​ສອງ​ລະ​ຫວ່າງ​ຈີນ​ລູມາ​ນີ,​ແລະ​ກໍ່​ແມ່ນ​ພາຫະນະ​ແຫ່ງ​ການ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ລະຫວ່າງ​ປະຊາຊົນ​ສອງ​ຊາດ.

ທ່ານ​ບາ​ເສ​ສ໌ຄູ​ແມ່ນ​ເລີ່​ມຢ້ຽມຢາມ​ຈີນ​ທາງ​ລັດ​ຖະກິດ​ເປັນ​ເວລາ​ສາມ​ມື້​​ແຕ່​ວັນ​ທີ27ມີນາ.