 ທ່ານໂອນເມີດກ່າວຄຳປາໄສໃນງານສະເຫຼີມສະຫຼອງ
ວັນທີ29ມີນາ,ພາຍຫຼັງປະກາດຜົນເບື້ອງຕົ້ນແລ້ວ,ທ່ານໂອນເມີດກ່າວຄຳປາໄສໂດຍກ່າວວ່າ,ທ່ານຫວັງເຈລະຈາກັບປາເລັດສະຕິນເພື່ອຕົກລົງຊາຍແດນຖາວອນລະຫວ່າງປາເລັດສະຕິນກັບອິດສະລະແອນ;ຖ້າວ່າປາເລັດສະຕິນກັບອິດສະລະແອນກ້າວເຖິງຂັ້ນເຊັນສັນ ຍາສັນຕິພາບບໍ່ໄດ້,ອິດສະລະແອນຈະໃຊ້ການເຄື່ອນໄຫວແຕ່ຝ່າຍດຽວ.
 ທ່ານເພເລັສ ອະດີດນາຍົກລັດຖະມົນຕີອິດສະລະແອນສະແດງຄວາມອວຍພອນຕໍ່ທ່ານໂອນເມີດ
ມື້ດຽວກັນ,ຄະນະກຳມະການນິຕິບັນຍັດປາເລັດສະຕິນໄດ້ຜ່ານຮັບຮອງບັນຊີລາຍຊື່ຂອງລັດຖະບານປາເລັດສະຕິນປົກຄອງຄົນເອງຊຸດໃໝ່ທີ່ອົງການຮາມາສຈັດຕັ້ງ.ໃນຜູ້ຮັບເລືອກຕັ້ງເປັນລັດຖະມົນຕີ24ຄົນນັ້ນ,ອົງການຮາມາສໄດ້ກວມຕຳແໜ່ງສຳຄັນຕ່າງໆ ເຊັ່ນວຽກງານພາຍໃນແລະການຕ່າງປະເທດເປັນຕົ້ນ. 1 2
|