ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 17:39:26    
ປະ​ກາດ​ຄຳ​ຕອບ​ຂອງ​ການ​ເສັງ​ຄວາມ​ຮູ້ກ່ຽວ​ກັບ​ໄຕ້​ຫວັນ(ສຽງ)

cri Author: cai

ທ່ານ​ຜູ້ຟັງ,ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ--​ເກາະ​ປະ​ເສີດ​ຂອງ​ຈີນ​ທີ່​ວິທະຍຸ CRI ພວກ​ເຮົາ​ຈັດ​ຂຶ້ນນັ້ນ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ,ກ່ຽວ​ກັບຜູ້​ຟັງ​ທີ່ໄດ້​ຮັບ​ລາງ​ວັນ,ພວກ​ເຮົາ​ກໍ່​ໄດ້​ປະກາດ​ໃນ​ລາຍ​ການ​ເພື່ອນ​ມິດຜູ້​ຟັງ​ຂອງ​ພວກ​ເຮົາ​ແລ້ວ,ແຕ່ມີ​ຜູ້​ຟັງ​ຫຼາຍ​ທ່ານ​ຫວັງ​ຢາກ​ຮູ້​ຄຳ​ຕອບ​ອັນ​ຖືກຕ້ອງ​ຂອງ​ຄຳ​ຖາມ 8 ຂໍ້,ສະ​ນັ້ນ,​ໃນ​ລາຍການ​ພາກ​ນີ້,ພວກ​ເຮົາ​ກໍ່​ຂໍປະກາດ​ຄຳ​ຕອບ​ອັນ​ຖືກຕ້ອງ​,​ຂໍ​ໃຫ້​ບັນ​ດາ​ທ່ານ​ຈົ່ງຕິດ​ຕາມ​ຮັບ​ຟັງ:ຄຳ​ຕອບ​ຂໍ້ທີ 1 ຄື:ເກາະ​ໄຕ້​ຫວັນ​ຕັ້ງ​ຢູ່​ທິດ​ຕາ​ເວັນ​ອອກ ສຽງ​ໃຕ້​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ,ຢູ່ລະ​ຫວ່າງ​ເກາະ​ໄຕ້​ຫວັນ​ກັບ​ແຜ່ນດິນ​ໃຫຍ່​ມີຊ່ອງ​ແຄບ​ຂັ້ນ​ຢູ່,ບ່ອນ​ແຄບ​ກວ່າ​ໝູ່​ຫ່າງ​ກັນ 130​ ກິ​ໂລ​ແມັດ.ຄຳ​ຕອບ​ຂໍ້ທີ​ 2 ຄື:​ປີ 1943,ຈີນ ອາເມ​ລິກາ ອັງກິດ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ສະ​ບັບ​ໜຶ່ງ,ໄດ້​ຮັບ​ຮອງ​ໄຕ້​ຫວັນ ເປັນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນໃນ​ດ້ານ​ກົດ​ໝາຍ.​ເອ​ກະ​ສານ​ນີ້​ຊື່ວ່າຖະ​ແຫຼ​ງການ​ເລີ​ແກ.ຄຳຕອບຂໍ້​ທີ 3 ຄື:ທິດ​ທາງ​ພື້ນຖານ​ຂອງ​ລັດຖະບານ​ຈີນ​​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແມ່ນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ,ປະ​ເທດ​ດຽວ​ສອງ​ລະບອບ.ຄຳຕອບຂໍ້​ທີ 4 ຄື:​ເມື່ອ​ເດືອນ​ມີນາ​ປີ​ກາຍ,ອົງ​ການ​ອຳນາດ​ແຫ່ງ​ຊາດ​ສູງ​ສຸດ​ຂອງ​ຈີນ​ໄດ້​ປະກາດ​ກົດໝາຍ​ສຳຄັນ​ສະບັບ​ໜຶ່ງ,​ໄດ້​ຕົກລົງ​ທິດທາງ​ພື້ນ​ຖານ​ຂອງ​ລັດຖະບານ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແລະ​ຄວາມ​ຕັດສິນ​ໃຈ​ຕ້ານ​ການ​ແບ່ງ​ແຍກ​ດ້ວຍ​ຮູບ​ແບບ​ກົດ​ໝາຍ.ກົດ​ໝາຍ​ສະບັບ​ນີ້​​ແມ່ນ​ກົດໝາຍ​ຕ້ານ​ການ​ແບ່ງ​ແຍກ​ຊາດ.ຄຳຕອບຂໍ້​ທີ 5 ຄື:ປະຈຸ​ບັນ,ຕະຫຼາດ​ຈຳ​ໜ່າຍ​ໃຫຍ່​ທີ​ໜຶ່ງ​ແລະ​ແຫຼ່ງ​ການ​ຄ້າ​ໄດ້​ປຽບ​ຂອງ​ເກາະ​ໄຕ້​ຫວັນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ.ຄຳ​ຕອບຂໍ້​ທີ 6 ຄື:ຄຳ​ຮຽກ​ຮ້ອງ​ໃຫ້​ແຜ່ນດິນ​ໃຫຍ່​ແລະ​ໄຕ້​ຫວັນ​ດຳ​ເນີນການ​ໄປມາ​ຫາສູ່​ກັນ​ທາງ​ການ​ຄ້າ ​ໄປສະນີ​ແລະ​ການ​ເດີນ​ເຮືອ​ເດີນ​ອາກາດ​ໂດຍ​ກົງ​ນັ້ນ​ແມ່ນ​ຝ່າຍ​ແຜ່ນດິນ​ໃຫຍ່​ຈີນ​ເປັນ​ຜູ້​ສະ​ເໜີ​ອອກ​ມາ.ມູນ​ເຫດ​ທີ່​ພາ​ໃຫ້​ລະຫວ່າງ​ສອງ​ຝັ່ງ​ຍັງ​ບໍ່​ສາມາດ​ໄປມາຫາສູ່​ກັນ​ທາງ​ການ​ຄ້າ ​ໄປ​ສະ​ນີ​ແລະ​ການ​ເດີນ​ເຮືອ​ເດີນ​ອາກາດ​ໂດຍ​ກົງ​ຈົນ​ຮອດປະຈຸ​ບັນ​ນັ້ນ​ແມ່ນ​ຍ້ອນ​ວ່າ​​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ບໍ່​ເຫັນ​ດີ​ນຳ.ຄຳຕອບຂໍ້​ທີ 7 ຄື:ບຸນ​ກຸດ​ຈີນ ບຸນ​ຂະໜົມ​ບົວ​ລອຍ ບຸນ​ໄຫວ້​ພະຈັນ​ແມ່ນ​ບຸນ​ທີ່​ມີ​ປະ​ເພນີ​ຄື​ກັນ​ລະ​ຫວ່າງ​ແຜ່ນ​ດິນ​ໃຫຍ່​ຈີນ​ກັບ​ໄຕ້​ຫວັນ.ຄຳຕອບຂໍ້​ທີ 8 ຄື:ມວນ​ຊົນ​ໄຕ້​ຫວັນ​ທີ່​ມີ​ບັນ​ພະ​ບູລຸດ​ຢູ່​ແຜ່ນດິນ​ໃຫຍ່​ມີ 98%.

ເອົາລະ,ທ່ານຜູ້​ຟັງ​ທີ່​ເຄົາລົບ,​ໃນ​ຄຳ​ຖາມ 8 ຂໍ້​ດັ່ງກ່າວ,ທ່ານ​​ໄດ້​ຕອບຖືກຈັກຂໍ້?ບໍ່​ວ່າ​ທ່ານໄດ້​ຮັບ​ຫຼື​ບໍ່​ໄດ້​ຮັບ​ລາງວັນ,ທ່ານຄົງໄດ້​ຮັບຄວາມ​ຮູ້​ແລະ​ຄວາມ​ມ່ວນ​ຊື່ນ​ຈາກ​ລາຍການ​ຂອງ​ພວກ​ເຮົາ,ແມ່ນບໍ່?​ໃນຕອນທ້າຍ​ລາຍການ​ພາກ​ນີ້,ພວກ​ເຮົາຈົ່ງ​ມາ​ຟັງ​ເພງ​ມ່ວນໆ​ນຳ​ກັນ,ເພງນີ້ຊື່ວ່າ​"ລານລຽນ​ຮວ່າ",​ແປ​ວ່າ​ດອກ​ບົວ​ສີຟ້າ.
(ເປີດເພງ)