ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Tuesday    Mar 25th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-29 20:51:32    
ຈີນ​ກຳ​ນົດ​ເປົ້າ​ໝາຍ​ປ້ອງ​ກັນ​ແລະ​ປົວ​ແປງ​ການ​ເຊື່ອມ​ພິດ​ໃນ​ລ້ອງ​ແມ່​ນ້ຳ​ຊົງ​ຮວາ

cri
ຕາມ​ຂ່າວCRI,ວັນ​ທີ29​ມີນາ,ກອງ​ປະຊຸມ​ປະຈຳຂອງ​ຄະນະ​ລັດຖະບານ​ຈີນ​ໄດ້​ສຳ​ຫຼວດ​ພິ​ຈາ​ລະ​ນາ​ແລະ​ຜ່ານ​ຮັບຮອງ​​ໃນ​ດ້ານ​ຫຼັກການກ່ຽວ​ກັບ​ເປົ້າ​ໝາຍ​ປ້ອງ​ກັນ​ແລະ​ປົວ​ແປງ​ການ​ເຊື່ອ​ພິມ​ຂອງ​ລ້ອງ​ແມ່​ນ້ຳ​ຊົງ​ຮວາ​ໃນ5​ປີ​ຂ້າງ​ໜ້າ.ຄືເມື່ອ​ຮອດ​ປີ2010,​ຈະ​ປົວ​ແປງ​ແລະ​ປ້ອງ​ກັນ​ແຫຼ່ງ​ນ້ຳ​ກິນ​ແບບ​​ໂຮມ​ສູນ​ຕົວ​ເມືອງ​ໃຫຍ່​ແລະ​ຜ້ານກາງ​​ໃນເຂດ​ລ້ອງ​ແມ່​ນ້ຳ​ດັ່ງ​ກ່າວ​.

ໃນ​ກາງ​ເດືອນ​ພະຈິກ​ປີ​ກາຍ​ນີ້,​ແມ່​ນ້ຳ​ຊົງ​ຮວາ​​ເຊິ່ງເປັນ​ແຫຼ່ງນ້ຳ​ກິນ​ຂອງ​ຫຼາຍ​ຕົວ​ເມືອງ​ຢູ່​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ​ໄດ້​ຖືກ​ເຊື່ອມ​ພິດ​ຢ່າງ​ໜັກໜ່ວງ.ການ​ປົວ​ແປງ​ສິ່ງ​ເຊື່ອມ​ພິດ​ຈິ່ງ​ໄດ້​ກາຍ​ເປັນ​​ໂຄງການ​ສຳຄັນ​ໃນ​ການ​ປົວ​ແປງ​ການ​ເຊື່ອມ​ພິດ​ແມ່​ນ້ຳລຳ​ເຊອງ​ຈີນ​ໃນ5​ປີ​ຂ້າງ​ໜ້າ.

ດ້ວຍ​ເຫດ​ນີ້,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຈະ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ຂອງ​​ແຫຼ່ງ​ນ້ຳ​ກິນ,​ເພີ່ມ​ທະວີ​ການ​ປ້ອງ​ກັນ​ແລະ​ປົວ​ແປງ​ການ​ເຊື່ອມ​ພິດ​ດ້ານ​ອຸດ​ສາ​ຫະ​ກຳ,​ເລັ່ງ​ລັດ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຊຳ​ລະ​ນ້ຳ​ໂສ​​ໂຄກ,ສ້າງ​ກົນ​ໄກ​ລົງທຶນ​ຫຼາຍ​ເຄົ້າ​ຄື​ລັດ​ຖະ​ບານ,​ວິ​ສາ​ຫະກິດ​ແລະ​ສັງ​ຄົມ,​ປະ​ຕິ​ບັດ​ໂຄງ​ການ​ຢ່າງ​ແທ້​ຈິງ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040