|
![](/images/spacer.gif) |
(GMT+08:00)
2006-03-30 08:50:59
|
![](/images/shim.gif) |
ຂ່າວດີແລະຂໍຟັງເພງ
cri
ໃນລາຍການພາກນີ້,ພວກເຮົາຈະແຈ້ງຂ່າວດີໃຫ້ທ່ານຊາບ,ແຕ່ມື້ນີ້ເປັນຕົ້ນໄປ,ທ່ານຈະຕິດຕໍ່ພວກເຮົາໄດ້ດ້ວຍຮູບແບບສົ່ງຂໍ້ຄວາມສັ້ນທາງໂທລະສັບມືຖື,ທະແນມແຕ່ທ່ານສົ່ງຂໍ້ຄວາມສັ້ນໄປຮອດເບີ 5301264,ທ່ານກໍ່ສາມາດເລົ່າຄວາມຮູ້ສຶກຂອງທ່ານໃຫ້ພວກເຮົາຟັງຢ່າງງ່າຍໆ,ຍັງສາມາດສົ່ງຂໍ້ຄວາມສັ້ນມາໃຫ້ພວກເຮົາເພື່ອເຂົ້າຮ່ວມການເສັງຄວາມຮູ້ທີ່ວິທະຍຸ CRI ພວກເຮົາຈັດຂຶ້ນໃນຕໍ່ໄປພາຍໜ້າ,ເມື່ອເປັນແນວນີ້,ຖ້າທ່ານຢາກຕິດຕໍ່ນຳພວກເຮົາ,ນອກຈາກຮູບແບບ 4 ຢ່າງຄືຝາກຈົດໝາຍ ໂທລະສັບ ສົ່ງອີເມວແລະສົ່ງແຟັກສ໌ຄືເມື່ອກ່ອນແລ້ວ,ໄດ້ເພີ່ມຮູບແບບທີ່ສະດວກແລະໄວກວ່າເກົ່າອີກຢ່າງໜຶ່ງ,ນັ້ນກໍ່ແມ່ນສົ່ງຂໍ້ຄວາມສັ້ນ,ທະແນມແຕ່ທ່ານກົດປຸ່ມມືຖື,ພວກເຮົາກໍ່ຮູ້ຄວາມຄິດໃນໃຈຂອງທ່ານແລ້ວ,ຂໍໃຫ້ທ່ານຈື່ເບີໂທລະສັບຂອງພວກເຮົາໄວ້ດີໆເດີ໋,ຄື 5301264 5301264,ສົ່ງຂໍ້ຄວາມສັ້ນມາໃຫ້ພວກເຮົາໄວໆເດີ້.ຍ້ອນວ່າພວກເຮົາຫາກໍ່ເລີ່ມໃຊ້ຮູບແບບຕິດຕໍ່ແບບນີ້,ໃນດ້ານຮັບຂໍ້ຄວາມສັ້ນ,ຍັງມີຄວາມຈຳກັດດ້ານເງື່ອນໄຂໃນລະດັບໃດໜຶ່ງ,ພວກເຮົາສະເໜີໃຫ້ທ່ານພະຍາຍາມຂຽນພາສາອັງກິດໃນຂໍ້ຄວາມສັ້ນ,ຖ້າເກີດຄວາມບໍ່ສະດວກແກ່ທ່ານ,ກໍ່ຂໍໃຫ້ທ່ານເຫັນໃຈດ້ວຍ, ພວກເຮົາຈະພະຍາຍາມດັດແປງ.
ເອົາລະ,ທ່ານຜູ່ຟັງທີ່ເຄົາລົບແລະຮັກແພງ,ມ້ວນທ້າຍລາຍການມື້ນີ້,ພວກເຮົາມາຢ່ອນອາລົມນຳກັນກັບເພງ"ປູຈ້ຽນປູຊານ",ແປວ່າ,ບໍ່ພົບບໍ່ໜີ,ໃຫ້ພວກເຮົາຈົ່ງນັດພົບກັນໃນລາຍການຂົວອາກາດມື້ອື່ນ,ສະບາຍດີ.
|
|
|