ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 10:48:27    
ຈີນ​ຊົມ​ເຊີຍທ່າ​ທີ​ອັນຕັ້ງ​ໜ້າ​ຂອງ​ພັກ​ໃຫຍ່​ທີ​ໜຶ່ງ​ຂອງ​ອິສ​ຣາ​ແອນ

cri Author: lm

ຕາມ​ຂ່າວສາ​ນຊິນ​ຮວາ: ວັນ​ທີ 29 ມີນາ, ທ່ານ​ຊຸນ​ປີ້​ກ້ານ ​ທູດ​ພິ​ເສດ​ຜູ່​ໃໝ່​ຂອງ​ຈີນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ກ່າວ​ວ່າ, ຈີນ​ຊົມ​ເຊີຍທ່າ​ທີ​ອັນຕັ້ງໜ້າ​ຂອງ​ພັກ​ຄາ​ດີ​ມາ ​ເຊິ່ງ​ແມ່ນ​ພັກ​ໃຫຍ່​ທີໜຶ່ງ​ຂອງ​ອິສຣາ​ແອນ​ທີ່​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ.

​ໃນ​ມື້​ດຽວ​ກັນ, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ປະກາດ​ວ່າ, ​ແຕ່​ວັນ​ທີ 1 ​ເມສາ​ເປັນຕົ້ນ​ໄປ, ທ່ານ​ຊຸ່ນ​ປີ້​ກ້ານ​ຈະ​ເປັນ​ທູດ​ພິ​ເສດ​ຈີນ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ເພື່ອເຂົ້າ​ແທນ​ທ່ານ​ຫວາງ​ຊື້​ເຈ ​. ທ່ານ​ຊຸນ​ປີ້​ກ້ານ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ​ໃນ​ມື້​ດຽວກັນ.

ທ່ານ​ຊຸນ​ປີ້​ກ້ານ​ກ່າວ​ວ່າ, ຜົນ​ການ​ເລືອກ​ຕັ້ງລັດຖະສະພາ​ຂອງ​ອິສຣາ​ແອນ​ໄດ້​ສະ​ແດງ​​ໃຫ້​ເຫັນ​ການ​ເລືອກ​ເອົາ​ຂອງ​ປະຊາຊົນ​ອິສຣາ​ແອນ. ທ່ານ​ກ່າວ​ວ່າ, ຝ່າຍ​ຈີນ​ຫວັງ​ຢ່າງ​ຈິງ​ໃຈ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ຈົ່ງ​ຍຶດໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ​ດ້ວຍ​ການ​ເຈລະຈາ​ສັນຕິພາບ ​ໂດຍ​ອີງຕາມມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ແລະຫຼັກການ "​​ເອົາ​ດິນ​ແດນ​ແລກປ່ຽນ​ສັນຕິ​ພາບ".