ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 11:04:01    
ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ​ການ​ຕັດ​ສິນ​ຂອງ​ຝ່າຍ​ເອີ​ລົບ​ກ່ຽວ​ກັບ​ຖາ​ນະ​​ເສດ​ຖະ​ກິດ​ຕະ​ຫລາດ​ຂອງ​ວິ​ສາ​ຫະ​ກິດ​ຜະ​ລິດ​ເກີບ​ຫນັງ​ຂອງ​ຈີນ​ນັ້ນ​ຂາດ​ຄວາມ​ຍຸດ​ຕິ​ທຳ

cri Author: sayvanny
ຕາມ​ຂ່າວ CRI: ຫວ່າງ​ມໍ່ໆ​ນີ້ ຄະນະ​ກຳມະການ​ສະຫະພາບ​ເອີ​ລົບ​ໄດ້​ອະນຸມັດ​ແຜນການ​ຕັດສິນ​ເບື້ອງຕົ້ນຕໍ່​ຄະດີ​ຕ້ານ​ການ​ຂາຍ​ເລ​ເກີບ​ຫນັງ​ຢ່າງ​​ເປັນ​ທາງ​ການ,ຈະ​ເກັບ​ພາສີ​ຕ້ານ​ການ​ຂາຍ​ເລ​ຊົ່ວຄາວ​ຕໍ່​ເກີບ​ຫນັງ​ຈີນ​ແຕ່​ວັນ​ທີ 7 ​ເມສາ​ເປັນຕົ້ນ​ໄປ. ວັນ​ທີ 29 ມີນາ,ທ່ານ​ຊົງ​ຊວນ ​ໂຄສົກ​ຖະ​ແຫລ​ງຂ່າວ​ຂອງ​ກະຊວງ​ການ​ຄ້າ​ຈີນ​ເວົ້າວ່າ,ການ​ຕັດສິນ​ຂອງ​ຝ່າຍ​ເອີ​ລົບ​ກ່ຽວ​ກັບຖານະ​​ເສດຖະກິດ​ຕະຫລາດ​ຂອງ​ວິ​ສາ​ຫະກິດ​ຈີນນັ້ນ​ຂາດ​ຄວາມ​ຍຸດຕິ​ທຳ​ແລະ​ບໍ່​ຊອບ​ກົດຫມາຍ.

ທ່ານ​ຊົງ​ຊວນ​ເວົ້າວ່າ, ກ່ອນ​ອື່ນ, ​ວິ​ສາ​ຫະກິດ 13 ຫລັງ​ທີ່​ຝ່າຍ​ເອີ​ລົບ​​ເລືອກ​ເອົາ​ເປັນ​ຕົວຢ່າງ​​ໃນ​ຄະດີ​ນີ້​ລ້ວນ​ແຕ່​ແມ່ນ​ວິ​ສາ​ຫະກິດ​ເອກະ​ຊົນ​ຫລື​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ, ວິ​ສາ​ຫະກິດ​ເຫລົ່າ​ນີ້ສອດຄ່ອງ​ກັບ​ມາດຖານ 5 ຂໍ້​ຂອງ​ຝ່າຍ​​ເອີ​ລົບ​ກ່ຽວ​ກັບຖານະ​ເສດຖະກິດ​ຕະຫລາດ​ທັງ​ນັ້ນ, ​ແຕ່​ຝ່າຍສະຫະ ພາບເອລົບ​ພັບຢັບຢັ້ງຖານະ​ເສດຖະກິດ​ຕະຫລາດ​ຂອງ​ວິ​ສາ​ຫະກິດ​ເຫລົ່າ​ນີ້​ດ້ວຍ​ເຫດຜົນ​ຕ່າງໆ​ນາໆ, ຕໍ່​ເລື່ອງ​ນີ້, ຝ່າຍ​ຈີນ​ໄດ້​ສະ​ເຫ​ນີ​ເອກະສານ​ຄ້ານ​ຄະດີ​ຫລາຍ​ເທື່ອ​ແລ້ວ.

ສອງ, ການ​ກະທຳ​ຂອງ​ຝ່າຍ​ເອີ​ລົບ​ທີ່​ຢັງ​ຢັ້ງຖານະເສດຖະກິດ​ຕະ ຫລາດ​ຂອງຂະ​ແຫນງ​ການ​ທັງ​ຫມົດຂອງ​ຈີນ​ໂດຍຜ່ານຈາກ​ການ​ຢັບຢັ້ງຖາ ນະເສດຖະກດຕະຫລາດ​ຂອງ​ວິ​ສາ​ຫະກິດ​ທີ່​​ເລືອກ​ເອົາ​​ເປັນ​ຕົວຢ່າງນັ້ນ​ໄດ້​ລື່ນ​ກາຍ​ຂໍ້​​ກຳນົດ​ໃນ​ອະນຸສັນຍາກ່ຽວ​ກັບ​ຈີນ​ເຂົ້າຮ່ວມ​ອົງການ​ການ​ຄ້າ​ໂລກ,​ໄດ້ຕັດ​ຮອນ​ສິດທິ​ຜົນ​ປະ​ໂຫຍ​ດທີ່ຊອບ​ກົດຫມາຍ​ຂອງ​ວິ​ສາ​ຫະກິດ,​ແລະ​ໄດ້​ຝືນ​ກັບ​ການ​ກະທຳ​​ຕະຫລອດມາ​ຂອງ​ຝ່າຍສະຫະພາບ​​ເອລົບ.

ທ່ານ​ຊົງ​ຊວນ​ເວົ້າວ່າ, ການ​ໃຊ້​ມາດຕະການ​ຕ້ານ​ການ​ຂາຍ​ເລ​ຕໍ່​ປະ​ເພດ​ເກີບ​ຂອງ​ຈີນ,ຍ່ອມ​ຈະ​ທຳລາຍ​ຜົນ​ປະ​ໂຫຍ​ດຂອງ​ພໍ່ຄ້າ​ນຳ​ເຂົ້າ ພໍ່ຄ້າ​ຂາຍຍ່ອຍ ຜູ່​ບໍລິ​ໂພ​ກ​ແລະ​ອຸດສາຫະກຳ​ທີ່​ກ່ຽວຂ້ອງ​ຂອງ​ສະຫະພາບ​ເອີ​ລົບ.ຝ່າຍ​ຈີນ​ທວງ​ໃຫ້​ຝ່າຍ​ສະຫະພາບ​ເອີ​ລົບ​ປະຕິບັດ​ຕໍ່​ວິ​ສາ​ຫະກິດ​ຈີນ​ຢ່າງ​ທ່ຽງ​ທຳ,ວິ​ເຄາະ​ແລະ​ປະ​ເມີນ​ຕໍ່​ຄະດີ​ດັ່ງກ່າວ​ຄືນ​ໃຫມ່ຢ່າງຮອບດ້ານ​ແລະ​ສົມ​ເຫດ​ສົມ​ຜົນ.