ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 11:25:18    
ລັດ​ຖະ​ບານ​ຊຸດ​ໃໝ່​ຂອງ​ປາ​ເລັດ​ສະ​ຕິນ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ

cri Author: shuo

ຕາມ​ຂ່າວCRI:ວັນ​ທີ29​ມີນາ,ລັດ​ຖະບານ​ຊຸດ​ໃໝ່​ຂອງ​ປ​າ​ເລັດ​ສະຕິ​ນທີ່​ປະ​ກອບ​ໂດຍ​ອົງ ການ​ຮາ​ມາສ​ໄດ້​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ​​ໂດຍ​ມີ​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັດ​ສະ​ຕິນ​ເປັນ​ປະ​ທານ​ຈັດ​ພິ​ທີ.

ພາຍຫຼັງສາບານ​ຕົວ​ຂຶ້ນຮັບ​ຕຳ​ແໜ່​ງ​ແລ້ວ,ທ່ານ​ຮາ​ນີຢາ ນາ​ຍົກ​ລັດຖະມົນຕີ​ຜູ້​ໃໝ່​ເວົ້າວ່າ,​ທ່ານ​ຈະ​ນຳພາ​ລັດຖະບານ​ຊຸດ​ນີ້​ສະໜັບສະໜູນ​ທ່ານ​ອັບບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັດ​ສະຕິ​ນ,ຖ້າວ່າ​ທ່ານ​ອັບ​ບາສຫວັງຢາກ​ເຈລະຈາ​ກັບ​ອິດ​ສະລາ​ແອນ,ລັດ ຖະບານ​ປາ​ເລັດ​ສະຕິ​ນ​ບໍ່​ຫ່ອນ​ຈະຄັດຄ້ານ.ທ່ານ​ຍັງ​ເວົ້າວ່າ,ຖ້າວ່າ​ຜົນ​ການ​ເຈລະຈາ​ສອດ ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ປາ​ເລັດ​ສະຕິ​ນ,ອົງການ​ຮາ​ມາສກໍ​ຈະ​ພິຈາລະນາ​ຫຼັກໝັ້ນຂອງ​ຕົນ​ຄືນ​ໃໝ່.


​ໃນມື້​ດຽວ​ກັນ,ທ່ານ​ອັບບາສກໍ​ກ່າວ​ວ່າ,ທ່ານ​ຫວັງ​ໃຫ້​ລັດຖະບານ​ຊຸດ​ໃໝ່​ຂອງ​ປາ​ເລັດ​ສະ​ຕິນ​ຮັກ​ສາ​ການຕິດ​ຕໍ່​ພົວພັນ​​ເລື່ອຍໆ​ກັບ​ອາ​ເມ​ລິ​ກາ​ແລະ​ອິດ​ສະລະ​ແອນ,​ແລະ​ວາງ​ນະ​ໂຍ​ບາຍ​ບົນ​ພື້ນຖານ​ສັນຕິພາບ ການ​ເຈລະຈາ​ແລະ​ມະຕິ​ສາກົນ.ທ່ານ​ກ່າວ​ລື້​ມວ່າ,ຝ່າຍ​ປາ​ເລັດ​ສະ​ຕິນ​ຍິນ​ດີ​ເຈລະຈາ​ກັບ​ອິດ​ສະລາ​ແອນ​ບົນພື້ນ​ຖານ​ມະຕິ​ທີ່​ກ່ຽວຂ້ອງ​ແລະ​ແຜນ​ການ​ເສັ້ນ​ທາງ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ.

ຕໍ່​ທ່າ​ທີ​ຂອງ​ທ່ານ​ຮາ​ນີຢາ,​​ຝ່າຍ​ອາ​ເມ​ລິ​ກາ​ກໍສະ​ແດງ​ໃນ​ມື້​ດຽວ​ກັນວ່າ,ບໍ່​ວ່າ​ສະມາຊິກ​ອົງ ການ​ຮາ​ມາສມີ​ຕຳ​ແໜ່​ງຫຍັງ,ອາ​ເມ​ລິ​ກາ​ກໍ​ບໍ່ຫ່ອນ​ຊິ​ຕິດ​ຕໍ່​ພົວພັນ​ກັບ​​ເ​ຂົາ,​ແລະ​ບໍ່ຫ່ອນ​ຊິ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ໃດໆໃຫ້​ລັດຖະບານ​ປາ​ເລັດ​ສະຕິ​ນທີ່​ນຳ​ໂດຍ​ເຂົາ.