ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 15:23:12    
ອິນ​ໂດ​ເນ​ເຊຍ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ໃນ​ການ​ກູ້​ໄພ​ຄື້ນ​ຊູ​ນາ​ມີ​ແລະ​ການ​ສ້າງ​ສາ​ຄືນ​ໃໝ່

cri
ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ29​ມີນາ,ຢູ່​ທີ່​ປັກ​ກິ່ງ,​ສະຖານ​ທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ແລະ​ອົງ​ການ​ຄຸ້ມ​ຄອງ​ການ​ຟື້ນ​ຟູ​ແລະ​ການສ້າງ​ສາອາ​ເຈະ​ແລະ​ເນຍສ໌ ຄືນ​ໃໝ່​ໄດ້​ຕາງ​ໜ້າ​ລັດຖະ​ບານ​ອິນ​ໂດ​ເນ​ເຊຍ​ແຈ້ງຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພຄື້ນ​ຊູ​ນາ​ມີ​ຂອງູ​ອິນ​ໂດ​ເນ​ເຊຍໃຫ້​ຜູ້​ແທນ​200​ກວ່າ​ຄົນ​ຊາບ,​ແລະ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈ​ຕໍ່ຝ່າຍ​ຈີນ​ທີ່​ໄດ້​ສະໜອງ​ການ​ຊ່ວຍ​ເຫຼືອ​ໃນ​ການ​ກູ້​ໄພ​ຊູ​ນາ​ມີ​ແລະ​ວຽກ​ງານ​ສ້າງສາ​ຄືນ​ໃໝ່.

ທ່ານຊູດຣາຢາ ​ເອກ​ອັກຄະ​ລັດຖະທູດ​ອິນ​ໂດ​ເນ​ເຊຍ​ປະຈຳ​ຈີນ​ເວົ້າ​ວ່າ,​ອິນ​ໂດ​ເນ​ເຊຍ​ຈະ​ຈື່​ຈຳ​ປະ​ຊາຊົນ​ຈີນ​ທີ່​ເອື້ອ​ເຟື້ອ​ເຜື່ອ​ແຜ່.​ການ​ຊ່ວຍ​ເຫຼືອ​ຂອງ​ຈີນ​ແມ່ນ ສຳຄັນ​ທີ່​ສຸດ​ຕໍ່​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ວຍໄມຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ.

ຜູ້​ຕາງໜ້າ​ຂອງ​ອົງ​ການ​ຄຸ້ມ​ຄອງ​ການ​ຟື້ນ​ຟູ​ແລະ​ການສ້າງ​ສາອາ​ເຈະ​ແລະ​ເນຍສ໌​ຄືນ​ໃໝ່​ເວົ້າ​ວ່າ,ອິນ​ໂດ​ເນ​ເຊຍ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ປະຊາ​ຊົນ​ຈີນ​ແລະ​ລັດ​ຖະບານ​ຈີນ​ທີ່​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ແລະ​ການ​ຊ່ວຍ​ເຫຼືອ​ຢ່າງ​ຕໍ່​ເນື່ອງບໍ່​ຢຸດ​ຢັ້ງ​ແກ່​ການ​ສ້າງສາ​ອາ​ເຈະ​ແລະ​ເນຍສ໌ຄືນ​ໃໝ່.