ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-30 20:34:33    
ທ່ານ​ນາງ​ອາ​ໂລ​ໂຢ​ພົບ​ປະ​ທ່ານ​ລູ​ປິ່ນ ປະ​ທານ​ເຂດ​ກວາງ​ຊີ​ພ້ອມ​ດ້ວຍ​ຄະ​ນະ

cri
ຕາມ​ຂ່າວ​ຈາກ​ກະຊວງ​ການ​ຄ້າ​ຈີນ,ວັນ​ທີ29​ມີນາ,ຢູ່​ທຳນຽບມາລາ​ຄາ​ນັງ,ທ່ານ​ນາງ​ອາ​ໂລ​ໂຢ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ພົບ​ປະ​ທ່ານ​ລູ​ປິ່ນ​ປະ​ທານ​ເຂດ​ກວາງ​ຊີ​ເຜົ່າ​ຈວ້າງ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​ພ້ອມ​ດ້ວຍ​ຄະນະ​ທີ່​ໄປ​ຢ້ຽມ​ຢາມ.

ທ່ານ​ນາງ​ອາ​ໂລ​ໂຢ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ປະ​ທານ​ລູ​ປິ່ນ​ນຳ​ພາ​ຄະ​ນະ​ຜູ່​ແທນ​ອົງ​ການ​ປົກ​ຄອງ​ເຂດ​ກວາງ​ຊີ​ມາ​ຢ້ຽມ​ຢາມ​ຟີ​ລິບ​ປິນ​ແລະ​ເປັນ​ປະ​ທານ​ຈັດ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ຂາຍ​ສິນ​ຄ້າ​ກວາງ​ຊີ,​ທ່ານ​ນາງ​ຄອງ​ຄອຍ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັນ​ໃນ​ຂົງ​ເຂດ​ເສດ​ຖະ​ກິ​ດການ​ຄ້າ​ລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ເຂດ​ກວາງ​ຊີ​ຕື່ມ​ອີກ.

ທ່ານ​ລູປິ່ນ​ໄດ້​ແນະນຳ ໃຫ້​ທ່ານ​ນາງ​ອາ​ໂລ​ໂຢຊາບ ​ເຖິງ​ສະພາບ​ສັງ​ເຂ​ບກ່ຽວ​ກັບ​ການ​ຈັດ​ງານ​ວາງ​ສະ​ແດງ​ຂາຍ​ສິນ​ຄ້າ​ເຂດ​ກວາງ​ຊີ​ຢູ່​ຟີ​ລິ​ບປິນ​ເທື່ອ​ນີ້​,​ແລະ​ສະ​ພາບ​ກະ​ກຽມ​ງານ​ເອັກສ໌​ໂປ​ຈີນອາ​ຊຽນຄັ້ງ​ທີ​ສາມ,​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນ,ການ​ເຄື່ອນ​ໄຫວ​ລະ​ລຶກ​ຈີນ​ອາ​ຊຽນ​ສ້າງ​ສາຍ​ພົວ​ພັນ​ຄູ່​ສົນ​ທະ​ນາ​ຄົບ​ຮອບ​15​ປີ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ ​ໃນ​6​ເດືອນ​ທ້າຍ​ປີ.​ທ່ານ​ກ່າວ​ວ່າ​ຫວັງ​ໃຫ້​ຜ່ານ​ຈາກ​ການ​ຈັດ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ,​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ຕື່ມ​ອີກ​ລະ​ຫວ່າງ​ເຂດ​ກວາງ​ຊີ​ກັບ​ຟີ​ລິບ​ປິ່ນ​ພ້ອມ​ດ້ວຍ​ປະ​ເທດ​ອາ​ຊຽນ​ອື່ນໆ.