ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 09:30:53    
ປະເພນີແຕ່ງດອງຂອງບັນດາເຜົ່າຈີນ(3)

cri
ເຜົ່າລີຫືຼເຜົ່າດອຍທ່ີຕັ້ງພູມລຳເນົາຢູ່ເກາະໄຫຫຼຳ ແມ່ນຊົນເຜົ່າທ່ີເປີດອົກຊ່ືສັດແລະມັກ
ຟ້ອນລຳທຳເພງ, ບ່າວສາວທ່ີຮັກກັນ ກໍມັກໃຊ້ການຂັບຕ່ໍແຍ ແລະ ເປົ່າປ່ີມາສະແດງ
ຄວາມຮັກມັກກັນ, ເຮັດໃຫ້ລາຕີລະດູບານໃໝ່ຍ່ິງເຕັມໄປດ້ວຍຄວາມຮັກແພງອັນເລິກ
ເຊ່ິງແລະສະໜິດສະໜົມ.ເມ່ືອນາງສາວເຜົ່າດອຍຮອດອາຍຸ 14 ຫາ 15 ປີແລ້ວ, ກໍຈະ
ຢູ່ໃນຕູບທ່ີພ່ໍແມ່ປຸກໃຫ້,ຢູ່ຫັ້ນເຂົາເຈົ້າກໍຮູ້ຈັກມັກຄຸ້ນກັບຜູ້ບ່າວ,ຂັບຕ່ໍແຍກັນ,ຫິ້ຼນເຄ່ືອງ
ເສບແລະສະແດງຄວາມຮັກຕ່ໍກັນ.ແຕ່ວ່າຜູ່ບ່າວຢາກເຂົ້າໄປໃນເຮືອນນ້ອຍເຊ່ິງເປັນວັງ
ແຫ່ງຄວາມຮັກນັ້ນ ມັນບ່ໍແມ່ນເລື້ອງງ່າຍ,ຈະຕ້ອງຂັບກອນເຊີນໄຂປະຕູ.ຄັນເຂົ້າປະຕູ
ໄດ້ແລ້ວກໍຕ້ອງຂັບກອນພົບໜ້າພໍ້ຕາກັນ, ຂັບກອນຈຸດປະສົງໃນການມາ,ກອນເຊີນນ່ັງ.
ກອນສະແດງຄວາມຮັກລອງເບ່ິງ,ກອນຜູກຮັກແລະອ່ືນໆ, ຄັນເຂົາເຈົ້າໄປມາຫາສູ່ກັນ
ຊ່ົວໄລຍະນ່ືງແລ້ວ,ສອງຝ່າຍຕ່າງຮູ້ສຶກວ່າຢູ່ຮ່ວມກັນບ່ໍໄດ້,ກໍຕ້ອງຂັບກອນຕັດຄວາມ
ຮັກສະແດງຂາດກັນ.ແລ້ວກໍຈາກກັນໄປ,ແຕ່ນີ້ໄປຕ່າງຄົນກໍຕ່າງໄປຊອກຄູ່ໃໝ່ຂອງໃຜ
ຂອງລາວ.

ຕາມຮີດຄອງຂອງເຜົ່າດອຍຜູ່ອອກສ່ົງເຈົ້າສາວນັ້ນແມ່ນປະກອບດ້ວຍເພ່ືອນເຈົ້າສາວ
ໂດຍແມ່ນຝ່າຍຊາຍເປັນຜູ່ແຕ່ງໄປກັບໝູ່ເພ່ືອນຂອງເຈົ້າສາວເອງ,ຜູ່ຊາຍແມ່ນບ່ໍໃຫ້
ເຂົ້າຮ່ວມນຳ.ເມ່ືອຜູ່ສ່ົງເຈົ້າສາວມາຮອດບ້ານເຈົ້າບ່າວແລ້ວ ພິທີຕ້ອນຮັບກໍເລ່ີມຈັດຂຶ້ນ
ໂດຍມີເຫົ້ຼາລ້ຽງຄົນທັງຫຼາຍເປັນຖ້ວຍບັກໃຫຍ່,ເຂົາເຈົ້າເອີ້ນວ່າກິນເຫົ້ຼາໂຊກເຫົ້ຼາໝານ.

ຈຳນວນຄົນເຜົ່າຮ້ານກວມປະຊາກອນຈີນກ່ວາ 90%, ແຕ່ເປີງບູຮານ ເຈົ້າສາວແມ່ນ
ນ່ັງຕະຫ່ຼຽງໃຫ້ຄົນຫາມໄປເຮືອນເຈົ້າບ່າວ ເຊ່ິງເປັນສັນຍາລັກຕົ້ນຕໍຂອງພິທີແຕ່ງດອງ
ຂອງຄົນເຜົ່າຮ້ານ, ແຕ່ວ່າ ມາສະໄໝນີ້ ເຈົ້າສາວເຜົ່າຮ້ານແມ່ນບ່ໍນ່ັງຕະຫ່ຼຽງອີກແລ້ວ,
ເຜົ່າຮ້ານແມ່ນຢາຍກັນຢູ່ທ່ົວປະເທດຈີນ, ພິທີແຕ່ງດອງຢູ່ຕາມແຫ່ງຕ່າງໆກໍບ່ໍຄືກັນ.

ພິທີແຕ່ງດອງຢູ່ເຂດຊານເມືອງຊີອານ ເຊ່ິງເປັນເມືອງບູຮານຂອງຈີນແມ່ນເປັນແນວນີ້,
ໃນມື້ຈັດພິທີແຕ່ງດອງນັ້ນ ຄົນໃນຄອບຄົວທ່ີກຽມຮັບເອົາເຈົ້າສ່າວ ຕ້ອງຫ້າງເຄ່ືອງກິນ
ແນວແຊບໆໄວ້ຫຼາຍຢ່າງຫຼາຍແນວ,ເພ່ືອຕ້ອນຮັບຍາດມິດທັງຫຼາຍ.

ສ່ວນຝ່າຍເຈົ້າສາວນັ້ນ ຕ້ອງເຊີນແມ່ຍິງຜູ່ນ່ືງທ່ີມີບຸນຫຼາຍ ທ່ີພ່ໍແມ່ແລະພ່ໍປູ່ແມ່ຍ່າຍັງຢູ່
ນັ້ນ ມາແຖໜ້າໃຫ້ເຈົ້າສາວ. ເພ່ືອສະແດງວ່າ ແຕ່ນີ້ຕ່ໍໄປ ເຈົ້າສາວໄດ້ໝົດຍາມເປັນ
ຜູ່ສາວແລະຈະມີຄູ່ຄອງແລ້ວ. ກ່ອນເຈົ້າສາວຈະອອກຈາກບ້ານໄປ ຕ້ອງປົດເກີບຄູ່ເກົ່າ
ແລ້ວສຸບເກີບຄູ່ໃໝ່,ທັງນີ້ແປວ່າ ໄປແລ້ວຈະບ່ໍຕ່າວຄືນຫັຼງ. ຈະຢູ່ສຸກກິນດິບນຳຜົວຕະ
ຫຼອດຊີວິດ.

ຄັນໄປຮອດເຮືອນຜົວແລ້ວ ເຈົ້າບ່າວເຈົ້າສາວຕ້ອງຍາດກັນເຂົ້າສ້ວມນອນ ຖ້າຜູ່ໃດ
ເຂົ້າໄປກ່ອນກໍແປວ່າຜູ່ນັ້ນຈະເປັນຜູ່ກຳກັບເຮືອນຊານ.ຄັນເຂົ້າສ້ວມນອນແລ້ວຈະຕ້ອງ
ໄຕ້ໂຄມອາຍຸຍືນ.ເພ່ືອສະແດງວ່າ ມີໂຊກມີໝານ. ເຈົ້າສາວຕ້ອງມອບເກີບທ່ີເຈົ້າສາວ
ຫຍິບເອົາເອງນັ້ນໃຫ້ພ່ໍປູ່ແມ່ຍ່າ,ເພ່ືອສະແດງວ່າຕົນເປັນຜູ່ຫ່ວງໃຍນຳຄົນໃນເຮືອນຜົວ.
ແລະສະແດງວ່າຕົນມີສີໄມ້ລາຍມືໃນການຫຍິບປັກຖັກແສ່ວ,ສະແດງວ່າ,ຕ່ໍໄປເມືອໜ້າ,
ຕົນຈະເປັນລູກໄພ້ຊ່າງຫຍິບຊ່າງແສ່ວ.

ເມ່ືອງານລ້ຽງເລ່ີມຕົ້ນແລ້ວ, ເຈົ້າບ່າວເຈົ້າສາວຕ້ອງຍົກຈອກອວຍພອນແກ່ແຂກ.ເມ່ືອພິ
ທີແຕ່ງດອງມ່ໍຈະສ້ຽງສຸດລົງ ເອື້ອຍໄພ້ຂອງເຈົ້າບ່າວຕ້ອງເອົາໝາກຖ່ົວດິນແລະໝາກ
ທັນຈີນເທລົງຕຽງຂອງຜົວເມຍໃໝ່,ເພ່ືອອວຍພອນໃຫ້ເຂົາເຈົ້າຈ່ົງໄດ້ອູ້ມຫຼານໂດຍໄວ.