ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 09:39:13    
ຮອບ​ແອວ​ນ້ອຍ​ໃຫຍ່​ບໍ່​ມີ​ການ​ພົວ​ພັນ​ໂດຍ​ກົງ​ກັບ​ພະ​ຍາດ​ຫົວ​ໃຈ​(ສຽງ)

cri Author: mo


ຄວາມ​ອ້ວນ​ແລະ​ໜັກ​ເກີນ​ແມ່ນ​ປັດ​ໃຈ​ສ່ຽງອິດສະລະ​ຂອງ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ນັ້ນ ​ໄດ້​ຖືກ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ທີ່​ຄົ້ນ​ຄວ້າ​ແພດ​ສາດ​ຖົກ​ຖຽງ​ກັນ​ໂດຍ​ຕະ​ຫຼອດ.​ທ່ານດ.ຣ.ອາສ໌​ນາ​ເຊ ​ເບ​ເນ​ທົສ໌ ຂອງ​ສູນ​ປ້ອງ​ກັນ​ແລະ​ຄົ້ນ​ຄວ້າ​ການ​ປິ່ນ​ປົວ​ຂອງ​ປາ​ລີ​ແຫ່ງ​ຝຣັ່ງ​ພ້ອມ​ເພື່ອນ​ຮ່ວມ​ງານ​ຂອງ​ທ່ານ​ໄດ້ພິມ​ບົດ​ຄວາມ​ໃນ​ວາ​ລະ​ສານ​"ເລືອດ​ດັນ​ສູງ"​ທີ່​ພິມ​ຈຳ​ໜ່າຍ​ຫຼ້າ​ສຸດ​ນັ້ນ​ຂຽນ​ວ່າ,​ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຜູ້​ມີ​ນ້ຳ​ໜັກ​ເກີນ​ແລະ​ຄົນ​ອ້ວນ​ໃນ​ປະ​ຖົມ​ປັດ​ໃຈ​ທີ່​ບໍ່​​ໄດ້​ເປັນ​ພະ​ຍາດ​ເລືອດ​ດັນ​ສູງ,​ຄວາມ​ສ່ຽງ​​ໃນ​ການ​ຕາຍ​ຍ້ອນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ບໍ່​ໄດ້​ເພີ່ມ​ຂຶ້ນ. ​

ເມື່ອ​ກ້າວ​ເຂົ້າສູ່​ສະຕະວັດ​ທີ 21, ພະຍາດ​ສາຍ​ເລືອດ​ຫົວ​ໃຈ​ນັບ​ມື້​ນັບ​ມີ​ທ່ວງ​ທ່າ​ແຜ່​ຂະ​ຫຍາຍ​ໃນ​ໂລກ,​ການ​ສະ​ແຫວງ​ຫາ​ວິ​ທີ​ປິ່ນ​ປົວ​ທີ່​ປອດ​ໄພ​ແລະບັງ​ເກີດ​ຜົນ​​ທີ່​ແນ​ໃສ່​​ເຫດ​ເກີດ​ພະ​ຍາດ​ທີ່​ບົ່ມ​ຊ້ອນ​ຢູ່​ປະ​ເພດ​ຕ່າງໆ, ປົວ​ແປງ​ປັດ​ໃຈ​ອັນ​ຕະ​ລາຍ​ທີ່​ຫຼາຍ​ຊະ​ນິດ​ຍ້ອນ​ການ​ປ່ຽນ​ຖ່າຍ​ຂອງ​ໝາກ​ຫົວ​ໃຈນັ້ນ​ແມ່ນ​ຮີບ​ດ່ວນ​ທີ່​ສຸດ.​ແຕ່​ວ່າ,​ນອກ​ຈາກ​ປັດ​ໃຈ​ດ້ານ​ກຳ​ມະ​ພັນ​ແລ້ວ,​ປັດ​ໃຈ​ສິ່ງ​ແວດ​ລ້ອມ​ທີ່​ພາ​ໃຫ້​ເກີດ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ນັ້ນ​ກໍ​ພວມ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ​ແລະ​ນັບ​ມື້​ນັບ​ສັບ​ສົນ​ເຂົາ.

ຕົວຢ່າງຄື, ຄວາມ​ເຂົ້າ​ໃຈຕໍ່ເລືອດ​ດັນ​ສູງ, ​ແຕ່​ກ່ອນ,​ຄົນ​ທັງ​ຫຼາຍ​ເຫັນ​ວ່າ, ກີນ​ເກືອ​ຫຼາຍ​ເກີນ​ຄວນ​ແມ່ນ​ມູນ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ເລື​ອດດັນ​ສູງ.​ແຕ່​ໃນ​ 10 ປີ​ມາ​ນີ້,​ຜູ້​ຄົ້ນ​ຄວ້າ​ເລີ່​ມສົງ​​ໄສ​ວ່າ ຄວາມ​ອ້ວນ​ແລະ​ໜັກ​ເກີນ​ໄປ​ແມ່ນ​ປັດ​ໃຈ​ສຳຄັນ​ທີ່​ພາ​ໃຫ້​ເປັນ​ເລືອດ​ດັນ​ສູງ​ແລະ​ພະ​ຍາດ​ໝາກ​ຫົວ​ໃຈ. ຫວ່າງ​ບໍ່​ດົນ​ນີ້,​ການ​ຄົ້ນ​ຄວ້າ​ລາຍ​ໜຶ່ງ​ທີ່​ຊື່​ວ່າ​INTERHEART​ ທີ່​ດຳ​ເນີນ​ຢູ່​52​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ທ້ອງ​ປຸ້ງ​ແມ່ນ​ປັດ​ໃຈ​ອັນ​ຕະ​ລາຍ​ອິດ​ສະ​ຫຼະ​ທີ່​ພາ​ໃຫ້​ເປັນ​ພະ​ຍາດ​ຫົວ​ໃຈ,​ການ​ພະ​ຍາ​ກອນ​ພະ​ຍາດ​ຫົວ​ໃຈ​ດ້ວຍ​ປັດ​ໃຈ​ດັ່ງ​ກ່າວ​ຍິ່ງ​ແມ່ນ​ຢຳ​ກວ່າ​ຕົວ​ເລກ​ດັດ​ຊະ​ນີ​ນ້ຳ​ໜັກ​ທີ່​ຄົນ​ທັງ​ຫຼາຍ​ມັກ​ໃຊ້​ໃນ​ປັດ​ຈຸ​ບັນ.

ແຕ່​ຂໍ້​ສະຫຼຸບດັ່ງກ່າວ​ພັດ​ບໍ່​ຖືກ​ຄົນ​ທັງ​ຫຼາຍຮັບຮອງ. ທ່ານ​ດ.ຣ.Benetos ​ເຄີຍ​ຄົ້ນຄວ້າ​ວິ​ເຄາະ​ຕໍ່​ຜູ້​ທີ່​ເຄີຍ​ການ​ກວດ​ກາ​ສຸ​ຂະ​ພາບ​ຕາມ​ປົກ​ກະ​ຕິ​ຢູ່​ສູນ​ຄົ້ນ​ຄວ້າ​ການ​ປ້ອງ​ກັນ​ແລະ​ປົວ​ພະ​ຍາດ​ຂອງ​ປາ​ລີ​​ແຫ່ງ​ຝຣັ່ງ 2 ​ແສນ 4 ໝື່ນ​ກວ່າ​ຄົນ, ​​ໃນ​ຄົນ​ເຫຼົ່​ານີ້ ​ບາງ​ຄົນ​ມີ​ເລືອດ​ດັນ​ສູງ,​ໂຣກ​ເບົາ​ຫວານ​ແລະ​​ໄຂມັນ​​ໃນເລື​ອດ​ບໍ່​ປົກ​ກະ​ຕິ​ ​ເຊິ່ງ​ເປັນ​ປັດ​ໃຈ​ສ່ຽງ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ອ້ວນ, ​ແຕ່​ບາງ​ຄົນ​ພັດ​ບໍ່​ມີ. ​ໃນ​ການ​ຕິດ​ຕາມ​ຕາມ​ຫຼັງ​ນັ້ນ,​ມີ ຜູ້​ຊາຍ 2949​ຄົນ​ແລະ​ຜູ້​ຍິງ​929​ຄົນ​ຕາຍ​ຍ້ອນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ.

ພະນັກງານຄົ້ນຄວ້າ​ປະກົດ​​ເຫັນ​ວ່າ, ຄວາມ​ອ້ວນ​ແລະ​ໜັກ​ເກີນ​ແຕ່​ບໍ່​ມີ​ປັດ​ໃຈ​ສ່ຽງ​ທີ່​ກ່ຽວ​ຂ້ອງ​ເຊັ່ນ​ເລືອດ​ດັນ​ສູງ​ເປັນຕົ້ນ, ​ຄວາມ​ສ່ຽງທີ່​ເກີດ​ພະຍາດ​ສາຍ​ເລືອດ​ຫົວ​ໃຈກໍ​ບໍ່​​ໄດ້​ເພີ່ມ​ຂຶ້ນ.​ແຕ່​ຜູ້​ອ້ວນ​ແລະ​ໜັກ​​ເກີນ​ທັງ​ມີ​ເລືອດ​ດັນ​ສູງ​ຫຼື​ປັດ​ໃຈ​ສ່ຽງ​ອື່ນໆ​ນັ້ນ, ຄວາມ​ສ່ຽງ​ທີ່​ຕາຍ​ຍ້ອນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ແມ່ນ​ສອງ​ເທົ່າ​ຂອງ​ຜູ້​ທີ່​ໜັກ​ເກີນ​ແຕ່​ເລືອດ​ດັນ​ເປັນ​ປົກ​ກະ​ຕິ.​ພ້ອມ​ກັນ​ນັ້ນ,​ພະ​ນັກ​ງານ​ຄົ້ນ​ຄວ້າ​ປະ​ກົດ​ເຫັນ​ວ່າ, ຜູ້​ທີ່​ອ້ວນ​ແລະ​ໜັກ​ເກີນ​ທັງ​ເປັນ​ພະ​ຍາດ​ເບົາ​ຫວານ​ລ້ວນໆ​ຫຼື​ມີ​ອາ​ການ​ໂຄ​ເລັສ​ເຕ​ລອນ​ສູງ​ລ້ວນໆ​ນັ້ນ,​ຄວາມ​ສ່ຽງ​ທີ່​ຕາຍ​ຍ້ອນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ນັ້ນ​ກໍ​ບໍ່​ໄດ້​ເພີ່ມ​ຂຶ້ນ. ​ແຕ່​ຖ້າ​ມີ​ເລືອດ​ດັນ​ສູງ,​ອັດ​ຕາ​ການ​ຕາຍ​ຍ້ອນ​ເປັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ຂອງ​ຜູ້​ອ້ວນ​ແລະ​ໜັກ​ເກີນ​ກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ທ່ານ​ດ.ຣ.Benetos​ເຫັນ​ວ່າ,​ພະ​ຍາດ​ເລືອດ​ດັນ​ສູງ​ແມ່ນ​ປັດ​ໃຈ​ສຳ​ຄັນ​ກວ່າ​ໝູ່​ທີ່​ພາ​ໃຫ້​ອັດ​ຕາ​ການ​ຕາຍ​ຍ້ອນ​ເປັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ຂອງ​ຜູ້​ໜັກ​ເກີນ​ໄປ​ນັ້ນ​ເພີ່ມ​ຂຶ້ນ.

ຖ້າ​ໝາກຜົນ​ດັ່ງກ່າວ​ຖືກ​ຢືນຢັນ​ຍິ່ງຫຼາຍຈາກ​ຈາກ​ການ​ຄົ້ນຄວ້າ​ທີ່​ກ່ຽວຂ້ອງ​ແລ້ວ,​ມັນ​ອາດ​ຈະ​ປ່ຽນ​ແປງ​ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ທັງ​ຫຼາຍ​ທີ່​ມີ​ຕໍ່​ຄວາມ​ອ້ວນ​ແລະ​ໜັກ​ເກີນ.​ແຕ່​ກ່ອນ,​ຍ້ອນ​ຄົນ​ທັງ​ຫຼາຍ​ຮັບ​ເອົາ​ທັດ​ສະ​ນະ​ທີ່​ວ່າ, ຄວາມ​ອ້ວນ​ແລະ​ໜັກ​ເກີນ​ຈະ​ພາ​ໃຫ້​ເປັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ,​ສະ​ນັ້ນ,​ຈຶ່ງ​ມີ​ຫຼາຍໆ​ຄົນ​ນັບ​ມື້​ນັບ​"ປະ​ຢັດ",​ພະ​ຍາ​ຍາມ​ຫຼຸດ​ນ້ຳ​ໜັກ​ຂອງ​ຕົນ​ຈົນ​ສຸດ​ຄວາມ​ສາມາດ. ​ແຕ່​ວ່າ,​ເຖິງ​ວ່າ​ໃນຫຼາຍປີ​ມາ​ນີ້, ​ໄດ້​ມີ​ຢາ​ໃໝ່ຫຼາຍໆ​ຢ່າງ​ກຳ​ເນີດ​ຂຶ້ນ,​ວິ​ທີ​ກວດກາ​ທີ່​ກ້າວ​ໜ້າ​ຍິ່ງ​ຫຼາຍ​ໄດ້​ເຮັດ​ໃຫ້​ການ​ບົ່ງ​ມະ​ຕິ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ຍິ່ງ​ໄວ​ແລະ​ງ່າຍ,​ຄົນ​ທັງ​ຫຼາຍ​ໄດ້​ໃຊ້​ມາດ​ຕະ​ການ​ຫຼຸດ​ຄວາມ​ອ້ວນ​ຊະ​ນິດ​ຕ່າງໆ​ເຊິ່ງ​ລວມ​ທັງ​ການ​ຄວບ​ຄຸມ​ການ​ກິນ​ດື່ມ​ກໍ​ຕາມ, ​ແຕ່​ອັດ​ຕາ​ການ​ຕາຍ​ຍ້ອນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ໃນ​ທົ່ວ​ໂລກ​ພັດ​ບໍ່​ໄດ້​ຫຼຸດ​ລົງ​ຢ່າງ​ເດັ່ນ​ຊັດ.​ນີ້​ເຮັດ​ໃຫ້​ບາງ​ຄົນ​ສົງ​ໃສ​ວ່າ,​ຄວາມ​ອ້ວນ​ແລະ​ໜັກ​ເກີນ​ລ້ວນໆ​ແມ່ນ​ປັດ​ໃຈ​ທີ່​ພາ​ໃຫ້​ເປັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ແທ້​ບໍ່?

ທ່ານ​ດ.ຣ.Frank B Hu ຂອງ​ວິທະຍາ​ໄລ​ສາທາລະນະ​ສຸກ​ມະຫາວິທະຍາ​ໄລ​ຮາ​ເວິດຂອງ​ອາ​ເມ​ລິ​ກາ​ໄດ້​ຊີ້​ອອກ​ວ່າ​ໃນ​ການ​ວິຈານ​ທີ່​ກ່ຽວຂ້ອງ​ວ່າ, ການ​ປະກົດ​ເຫັນ​ທີ່​ສຳຄັນ​ອັນ​ໜຶ່ງ​ໃນ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ແມ່ນ​ໄດ້​​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ເລືອດ​ດັນ​ສູງ,​ຍ້ອນ​ວ່າ, ກົນ​ໄກ​ທີ່​ຄວາມ​ອ້ວນ​ພາ​ໃຫ້​ເປັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈນັ້ນ, ອາດ​ຈະ​ແມ່ນ​ຜ່ານ​ຈາກ​ເລືອດ​ດັນ​ສູງ. ທ່ານ​ດ.ຣ.Benetos​ເຫັນ​ວ່າ,​ຢາກ​ຫຼຸດ​ຄວາມ​ສ່ຽງ​ທີ່​ຄວາມ​ອ້ວນ​ແລະ​ໜັກ​ເກີນ​ພາ​ໃຫ້​ເປັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ. ວິທີ​ທີ່​ດີ​ທີ່​ສຸດ​ແມ່ນ​ຄວບ​ຄຸມ​ເລືອດ​ດັນ​ແລະ​ຫຼຸດ​ນ້ຳ​ໜັກ​ໄປ​ພ້ອມ​ກັນ.​ແຕ່​ພະ​ນັກ​ງານ​ຄົ້ນ​​ຄວ້າ​ກໍ​ຮັບ​ຮອງ​ວ່າ, ບັນຫາ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຄວາມ​ອ້ວນ​ແລະ​ໜັກ​ເກີນ​ໄປ​ກັບ​ຄວາມ​ສ່ຽງ​ທີ່​ພາ​ໃຫ້​ເປັນ​ພະ​ຍາດ​ສາຍ​ເລືອດ​ຫົວ​ໃຈ​ນັ້ນ ຍັງ​ຕ້ອງ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຫຼາຍ​ກວ່າ​ເກົ່າ.​ເຖິງ​ວ່າ​ປັດຈຸບັນ, ວົງ​ການ​ແພດ​ສາດ​ຍັງ​ບໍ່​ທັນ​ຮູ້​ແຈ້ງ​ສາ​ເຫດ​ທີ່​ພາ​ໃຫ້​ຄົນ​ອ້ວນ​ຍ້ອນ​ຂາດ​ການ​ອອກ​ກຳ​ລັງ​ກາຍ​ແລະ​ຄວາມ​ຊິນ​ເຄີຍ​ໃນ​ການ​ກິນ​ດື່ມ​ທີ່​ບໍ່​ດີ​ກໍ​ຕາມ, ​ແຕ່​ມີ​ຈຸດ​ໜຶ່ງ​ແມ່ນ​ໃຜໆ​ກໍ​ຮັບ​ຮູ້​ຄື​ກັນ,​ນັ້ນ​ກໍ​ຄື:​ກິນ​ໝາກ​ໄມ້​ແລະ​ຜັກ​ໃຫ້​ຫຼາຍ​ແລະ​ເຂົ້າຮ່ວມ​ການ​ອອກກຳລັງ​ກາຍ​ດ້ານ​ກິລາ​ໃຫ້​ຫຼາຍ​ນັ້ນ​ແມ່ນ​ມີ​ຜົນ​ດີ​ຕໍ່​ສຸ​ຂະ​ພາບ.
(ຈົບ)