ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 10:57:12    
ຈີນ​ຫວັງ​ໃຫ້​ຍີ່​ປຸ່ນ​ຕັ້ງ​ຫນ້າ​ປະ​ຕິ​ບັດ​ຕໍ່​ຫລັກ​ຫມັ້ນ​ອັນ​ເຄັ່ງ​ຂຶມ​ຂອງ​ຝ່າຍ​ຈີນ​ໃນ​ບັນ​ຫາ​ເກາະ​ຕ້ຽວ​ອີ

cri Author: sayvanny
ຂ່າວ​ຈາກ​ຫນັງສືພິມ​ເຢີນມີນຢື້​ປາວ​ສະບັບ​ພົ້ນທະ​ເລ:ວັນ​ທີ 30 ມີນາ ທ່ານ​ຊິນ​ກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ​ແຕ່​ບູຮານ​ນະ​ການ​ມາ​ນີ້ ​ເກາະ​ຕ້ຽວ​ອີ​​ແລະ​ເກາະ​ທີ່​ຂຶ້ນ​ກັບ​ເກາະ​ຕ້ຽວ​ອີແມ່ນ​ຜືນ​ແຜ່ນດິນ​ຂອງ​ຈີນ, ຝ່າຍ​ຈີນ​ມີ​ຫລັກ​ອ້າງ​ອີງ​ດ້ານ​ກົດຫມາຍ​ທີ່​​ໂຕ້​ຖຽງ​ບໍ່​ໄດ້.ຫວັງ​ໃຫ້​ຝ່າຍ​ຍີ​ປຸ່ນຈົ່ງ​ຕັ້ງຫນ້າ​ປະຕິບັດ​ຕໍ່ຫລັກ​ຫມັ້ນ​ອັນເຄັ່ງຂຶມ​ດັ່ງກ່າວຂອງ​ຝ່າຍ​ຈີນ.

ທ່ານ​ຊິນ​ກາງ​ແມ່ນ​ກ່າວ​ຄວາມ​ເວົ້າດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ໃນ​​ກ່ຽວ​ກັບ​ບັນຫາຝ່າຍ​ຍີ່​ປຸ່ນ​ໄດ້​ພິຈາລະນາ​ຜ່ານ​ປື້​ມແບບຮຽນ​ທີ່​ຂຽນ​ວ່າ​ເກາະ​ຕ້ຽວ​ອີ​ຂຶ້ນ​ກັບ​ຍີ່​ປຸ່ນໃນງານ​ໃຫ້​ສຳພາດ​ຂ່າວ​ປະຈຳທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.

ວັນ​ທີ 29 ມີນາ ກະຊວງ​ສຶກສາ​ທິການ​ແລະ​ວິທະຍາສາດ​ຍີ່​ປຸ່ນ​ໄດ້​ປະ ກາດ​ຜົນ​ການພິຈາລະນາ​ປື້​ມແບບຮຽນ​ຂອງ​ໂຮງຮຽນ​ມັດທະຍົມ​ປາຍ.​ ​ໃນ​ປື້​ມ​ແບບຮຽນ​ທີ່​ໄດ້​ພິຈາລະນາ​ຜ່ານ​​ໄດ້​ເພີ່ມ​ທະວີການ​ບັນ​ລະຍາຍ​ກ່ຽວ​ກັບ​ເກາະ​ຕ້ຽວ​ອີ​ຂອງ​ຈີນ​ແມ່ນ​ແຜ່ນດິນ​ຂອງ​ຍີ່​ປຸ່ນ​.