ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 10:59:44    
ທ່ານ​ເຈຍ​ຊິ້ງ​ລິນ​ຫວັງ​ໃຫ້​ບຸກ​ຄົນ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ​ມາ​ເລ​ເຊຍ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັນ

cri Author: sayvanny
ຕາມ​ຂ່າວ CRI:ວັນ​ທີ 30 ມີນາ ຢູ່​ກົວ​ລາ​ລຳ​ເປີ ທ່ານ​ເຈຍ​ຊິ້ງ​ລິນ ປະ​ທານ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ກຳ​ລັງ​ຢ້ຽມຢາມ​ຢູ່​ມາ​ເລ​ເຊຍ​ເວົ້າວ່າ, ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​ມີ​ກຳລັງ​ບົ່ມ​ຊ້ອນ​ອັນ​ມະຫາສານ,ຫວັງ​ໃຫ້​ບຸກຄົນ​ວົງ​ການ​ອຸດສາຫະກຳ​ການ​ຄ້າ​ຂອງສອງ​ປະ​ເທດ​ຈົ່ງ​ເປີດ​ກວ້າງ​ການ​ຮ່ວມ​ມືກັນ, ​ເສີມ​ຂະຫຍາຍ​ບົດບາດ​ຍິ່ງ​ຫລາຍ​ເຂົ້າ​ໃນ​ການ​ຊຸກ​ຍູ້​ມິດຕະພາບ​ແລະ​ການ​ຮ່ວມ​ມື​ກັນລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ.

ທ່ານ​ເຈຍ​ຊິ້ງລິນ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າຮ່ວມ​ງານ​ລ້ຽງ​ ​ທີ່​ບຸກຄົນ​ຜູ່​ມີ​ໄມຕີ​ຈິດ​ໃນ​ວົງ​ການ​ຕ່າງໆ​ຂອງ​ມາ​ເລ​ເຊຍ​ຈັດ​ຂຶ້ນ​ເພື່ອ​ຕ້ອນຮັບ​ທ່ານ​ໃນ​ຕອນ​ຄ່ຳ​ວັນ​ທີ 30 ມີນາ.ທ່ານ​ເວົ້າວ່າ, ​​ແຕ່ຈີນ​​ມາ​ເລ​ເຊຍ​ສ້າງສາ​ຍສຳພັນ​ການ​ທູດ​ 30 ກວ່າ​ປີມາ​ນີ້, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍຕົວ​ຢ່າງ​ສະດວກ, ຂົງ​ເຂດ​​ຮ່ວມ​ມື​ກໍ່ນັບ​ມື້​ນັບ​ກວ້າງ​ອອກ, ການ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​​​ໄດ້​ເພີ່ມ​ຂຶ້ນ​ຕື່ມ​ອີກ,ມິດຕະພາບ​ຖານ​ບ້ານ​​​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນລະຫວ່າງ​ຈີນ​ກັບ​ມາ​ເລ​ເຊຍ​​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍ​ດ​ແທ້​ຈິງ​ມາ​ໃຫ້​ປະຊາຊົນ​ສອງ​ປະ​ເທດ,​ແລະມີ​ຜົນ​ດີ​ຕໍ່ສັນຕິພາບ ສະຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້​ກໍ່​ຄື​ຂອງ​ໂລກ.

ທ່ານ​ເຈຍ​ຊິ້ງລິນຊີ້​ອອກ​ວ່າ, ຈີນ​ມາ​ເລ​ເຊ​ຍ​ໄດ້​ກຳນົດ​ເອົາ​ກະສິກຳ ​ໄຮ​ເທັກ ການ​ບຸກ​ເບີກ​ຊັບພະຍາກອນ ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແລະ​ການທ່ອງທ່ຽວ​ເປັນ​ຂົງ​ເຂດ​ຮ່ວມ​ມື​ຈຸດ​ຫນັກ.