ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 16:38:58    
ປະ​ທານ​ສະ​ພາ​ສູງ​ແລະ​ສະ​ພາ​ຕ່ຳ​ຂອງ​ມາ​ເລ​ເຊຍ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ເຈຍ​ຊິ້ງ​ລິນ

cri
ຕາມ​ຂ່າວCRI,​ວັນ​ທີ30​ມີນາ,​ທ່ານ​ຮາ​ມິດ ປະທານ​ສະພາ​ສູງ​ແລະ​ທ່ານ​ຣາມລີ ປະ​ທານ​ສະພາ​ຕ່ຳ​ຂອງ​ມາ​ເລ​ເຊຍຕ່າງ​ໄດ້​ເຈລະຈາ​ກັບ​ທ່ານ​ເຈຍ​ຊິ້ງ​ລີນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄປ​ຢ້ຽມຢາມ.

ທ່ານ​ເຈຍຊິ້ງລິນ​​ເວົ້າ​ວ່າ,ຈີນ​ແລະ​ມາ​ເລ​ເຊຍ​ແມ່ນ​ປະ​ເທດ​ໃກ້​ຄຽງ​ສະໜິດ ສະ​ໜົມ​ທີ່​ມີ​ມິດ​ຕະ​ພາບ​ອັນ​ເປັນມູນ​ເຊື້ອ​ຢ່າງ​ເລິກ​ເຊິ່ງ.​ຝ່າຍ​ຈີນ​ຍິນ​ດີ​ເກາະ​ແຂນ​ກັບ​ຝ່າຍ​ມາ​ເລ​ເຊຍ​ພ້ອມ​ກັນ​ທຳ​ຄວາມ​ພະຍາ​ຍາມ,​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລົງ​ສູ່​ລວງ​ເລິກ,​ຊຸກຍູ້​ການ​ຮ່ວມ​ມື​ຍຸດ​ທະ​ສາດລະ​ຫວ່າງ​ຈີນ​ມາ​ເລ​ເຊຍ​ໃຫ້ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຮາ​ມິດ​ແລະ​ທ່ານ​ຣາມລີ​ກ່າວ​ວ່າ,​ຈີນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ຄູ່​ຂາ​ການ​ຄ້າ​ທີ່​ສຳຄັນ​ກວ່າ​ໝູ່.ຝ່າຍ​ມາ​ເລ​ເຊຍ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ຈີນ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະກິດ​ການ​ຄ້າ ການ​ລົງທຶນ​ແລະ​ການທ່ອງ​ທ່ຽວ​ເປັນ​ຕົ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເຈຍ​ຊິ້ງລິນ​ໄດ້​ຍ້ອງຍໍ​ແລະ​ຂອບ​ໃຈ​ນຳ​ລັດຖະ​ບານແລະ​ລັດ​ຖະສະພາ​ມາ​ເລ​ເຊຍ​ທີ່ໄດ້​ຍຶດ​ໝັ້ນ​ນະ​ໂຍບາຍ​ຈີນ​ດຽວ​ແລະ​ໃຫ້​ຄວາມ​ເຂົ້າ​ໃຈ​ແລະ​ການສະ​ສະໜັບ​ສະໜູນ​ແກ່​ຈີນ​ໃນ​ບັນ​ຫາ​ໄຕ້​ຫວັນ​ເປັນ​ເວລາ​ຍາວ​ນານ.​ທ່ານ​ຮາ​ມິດ​ແລະ​ທ່ານ​ຣາມລີ​ກ່າວ​ວ່າ,​ຝ່າຍ​ມາ​ເລ​ເຊຍ​ມີ​ຄວາມ​ເຫັນ​ໂດຍ​ຕະຫຼອດ​ວ່າ,​ໄຕ້​ຫວັນ​ແມ່ນ​ດິນ​ແດນສ່ວນ​ໜຶ່ງ​ທີ່​ຕັດ​ແຍກ​ອອກ​ບໍ່​ໄດ້​ຂອງ​ຈີນ,​ແລະ​ຈະ​ເຮັດຄື​ແຕ່​ເກົ່າ​ເມືອ​ຫຼັງ ຍຶດໝັ້ນ​ຫຼັກ​ການ​ຈີນ​ດຽວ​​.

ຕອນ​ຄ່ຳ​ມື້​ດຽວ​ກັນ,​ທ່ານ​ເຈຍ​ຊິ້ງ​ລິນ​ຍັງ​ໄດ້​ເຂົ້າ​ຮ່ວມ​ງານ​ລ້ຽງ​ຕ້ອນ​ຮັບທີ່​ບຸກຄົນ​ໄມ​ຕີ​ຈິດ​ໃນ​ວົງ​ການ​ຕ່າງໆ​ຂອງມາ​ເລ​ເຊຍ​ຈັດ​ຂຶ້ນ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ທ່ານ.​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ໃນ​ງານ​ລ້ຽງ,​ທ່ານ​ຍັງ​ໄດ້​ກ່າວ​ລື້ມ​ຫຼັກ​ໝັ້ນ​ຫຼັກການ​ຂອງ​ລັດ​ຖະບານ​ຈີນ​ກ່ຽວ​ກັບ​ບັນຫາ​ໄຕ້​ຫວັນ.​ຄຳ​ປາ​ໄສ​ຂອງ​ທ່ານ​ໄດ້​ມີປະຕິ​ກິລິຍາ​ອັນ​ຕັ້ງ​ໜ້າ​ໃນຊາວ​ຈີນຕ່າງ​ດ້າວ​ຢູ່​ມາ​ເລ​ເຊຍ.