ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 17:54:22    
ທ່ານ​ນາງ​ອາ​ໂລ​ໂຢພົບ​ປະ​ປະ​ທານ​ເຂດ​ກວາງ​ຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​

cri Author: lm

ຕາມ​ຂ່າວ​ຈາກ​ກະຊວງ​ການ​ຄ້າ​ຈີນ: ວັນ​ທີ 29 ມີນາ ຢູ່​ວັງ​ມາລາ​ຄາ​ນັງ, ທ່ານ​ນາງ​ອາ​ໂລ​ໂຢ ປະ​ທາ​ນາ​ທິບໍດີ​ຟິລິບ​ປິນ​ໄດ້​ພົບ​ປະ​ທ່ານ​ລູ້​ປິ່ງ ປະທານ​ເຂດ​ກວາງ​ຊີ​ເຜົ່າ​ຈ້ວງ​ປົກ​ຄອງ​ຕົນ​ເອງ​ຂອງ​ຈີນ​ພ້ອມ​ດ້ວຍ​ຄະນະ​ທີ່​​ໄປ​ຢ້ຽມຢາມ.

ທ່ານ​ນາງ​ອາ​ໂລ​​ໂຢ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ລູ້​ປິ່ງ​ທີ່​ພາຄະ​ນະ​ຜູ່​ແທນ​ອົງ​ການ​ປົກຄອງ​ເຂດ​ກວາງ​ຊີ​ໄປຢ້ຽມຢາມ​ຟິລິບ​ປິນ​ ​ແລະ​ເປັນ​ປະທານຈັດ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງ​ແລະ​ຈ່ຳໜ່າຍ​ສິນຄ້າ​ກວາງ​ຊີ, ຄອງ​ຄອຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ລະຫວ່າງ​ຟິລິບ​ປິນກັບ​ເຂດ​ກວາງ​ຊີໃນ​ຂົງ​ເຂດ​ເສດຖະກິດ​ການ​ຄ້າຕື່ມ​ອີກ. ທ່ານ​ລູ້​ປິ່ງ​ໄດ້​ແນະ​ນຳ​​ໂດຍຫຍໍ້​ກ່ຽວ​ກັບ​ງານ​ວາງສະ​ແດງ​ແລະ​ຈ່ຳໜ່າຍ​ສິນຄ້າ​ເຂດ​ກວາງ​ຊີຢູ່​ຟິລິບ​ປິນ​ເທື່ອ​ນີ້​ໃຫ້​ທ່ານ​ນາງ​ອາ​ໂລ​ໂຢຊາບ, ​ພ້ອມ​ດ້ວຍ​ສະພາບ​ກະກຽມ​ຂອງ​ງານ​ເອັກສ໌​ໂປ​ຈີນ​ອາ​ຊຽນຄັ້ງທີ​ສາມ ກອງ​ປະຊຸມສຸດ​ຍອດຈີນ​ອາ​ຊຽນ​ກ່ຽວ​ກັບ​ການ​ຄ້າການ​ລົງທຶນ​ແລະ​ງານ​ລະ​ລຶກຈີນ​ອາ​ຊຽນສ້າງສາ​ຍສຳພັນ​ຄູ່​ຂາ​ສົນທະນາຄົບຮອບ 15 ປີ ທີ່​ຈະ​ຈັດ​ຂຶ້ນຢູ່​ເມືອງ​ໜານ​ໜິງ​ໃນ​ທ້າຍ​ປີ​ນີ້, ​ແລະກ່າວ​ວ່າ, ຫວັງ​ວ່າ​ຜ່ານ​ຈາກການ​ເຄື່ອນ​ໄຫວ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ເຂດ​ກວາງ​ຊີກັບ​ຟິລິບ​ປິນ​ກໍ​ຄືປະ​ເທດ​ອາຊຽນອື່ນໆ​ຕື່ມ​ອີກ.