ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 18:06:12    
ເຂດ​ຄຸ້ມ​ເຮືອນ​ຢູ່​ປັກ​ກິ່ງ​​ເປີດ​ຂະ​ບວນ​ການ​ຫຼິ້ນ​ກິ​ລາ​ຫັດ​ກາຍ​ບໍ​ລິ​ຫານ​ຢ່າງ​ຟົດ​ຟື້ນ(ສຽງ)

cri Author: lm

ສະບາຍດີທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ. ​ໃນ​ລາຍ​ການ​ພາກ​ນີ້, ພວກ​ເຮົາ​ຈະ​ເລັງ​ສາຍຕາ​ໃສ່​ກິລາ​ຫັດກາຍ​ຢູ່​ເຂດ​ຄຸ້ມ​ເຮືອນ​ຢູ່​ໃນ​ຕົວ​ເມືອງ ​ເຊິ່ງ​ແມ່ນ​ດ້ານ​ສຳຄັນ​ຂອງ​ການ​ຫັດກາຍ​​ທົ່ວ​ປວງ​ຊົນ​ຈີນ.

ຕອນ​ເຊົ້າທຸກ​ມື້, ​ໃນ​ທ່າມກາງສຽງດົນຕີ​ໄດ້​ດັງ​ຂຶ້ນ, ຢູ່​ບ່ອນ​​ເປົ່າຫວ່າງ​ບໍ່​ກວ້າງ​ປານ​ໃດ​ໃນ​ເຂດ​ຄຸ້ມ​ໜົງກວ່າ​ງຕົງ​ລີ​ປັກ​ກິ່ງ, ກໍຈະ​ມີ​ຫຼາຍສິບ​ຄົນ​ມາຫັດ​ກາຍ​ນຳ​ກັນ​ຢູ່​ບ່ອນ​ນີ້, ບາງ​ຄົນ​ຫຼິ້ນດາບ, ບາງ​ຄົນຫຼິ້ນດ້ວຍ​ມື​ເປົ່າ--ພວກ​ເຂົາ​ເຈົ້າບໍ່​ແມ່ນ​ຝຶກ​ກັ່ງ​ຟູ່, ຫາກ​ແມ່ນ​ເພື່ອ​ຫັດ​ກາຍ​​ໃຫ້​ແຂງ​ແຮງ​ ຮັກສາ​​ສຸຂະພາບ​​ໃຫ້​ຢູ່​ໃນ​ສະພາບ​ດີງາມທໍ່​ນັ້ນ. ການ​ຫຼິ້ນ​ກິ​ລາ​ເບົາໆ​ທີ່​ຄ້າຍ​ຄື​ກັນ​ກັບ​ການ​ຫັດກາຍ​ບໍລິຫານຕາມ​ວິທະຍຸ​ປະ​ເພດ​ນີ້ ຖືກ​ພວກ​ເຂົາ​ເຈົ້າ​ເອີ້ນ​ເປັນ​ກິ​ລາ "ດາບ​ໄທ​ເກັກ".

ນາງ​ລິວ​ຊິ້ວມິ​ງ ຄູ​​ບຳນານ​ແມ່ນ​ຜູ່​ລິ​ເລີ່​ມຫັດກາຍ​ບໍລິຫານ​ດ້ວຍ "ດາບ​​ໄທ​ເກັກ" ຢູ່​ເຂດ​ຄຸ້ມ​ໜົງກວ່າ​ງຕົງ​ລີ, ​ເຮືອນ​ຂອງນາງ​ລິວ​ຊິ້ງມິ​ງກໍ່​ຢູ່​ເຂດ​ຄຸ້ມ​ນີ້, ນາງ​ເປັນ​ເຈົ້າ​ການ​ສອນ​ວິຊາຫຼິ້ນດາບ​ໄທ​ເກັກ​ໃຫ້​ແກ່​ເພື່ອນ​ບ້ານ​ໂດຍບໍ່​ເກັບ​ຄ່າ. ​ເມື່ອ​ໄດ້​ສິດ​ສອນ​ມາ​ເປັນ​ເວ​ລາ​ຫຼາຍ​ປີ, ດຽວ​ນີ້ ສະມາຊິກ​ທີ​ມຫຼິ້ນດາບ​ໄທ​ເກັກ​ນີ້​ໄດ້​​ເພີ່ມ​ຂຶ້ນຮອດປະມານ 80 ຄົນ​ແລ້ວ. ​​​ເວລາກ່າວ​ເຖິງ​ການ​​ເຕີບ​ໃຫຍ່ຂະຫຍາຍຕົວ​ຂອງ​ທີ​ມຫຼິ້ນດາບ​ໄທ​ເກັກ, ນາງ​ລິວ​ຊິ້ວ​ມິງ​ທີ່​ຖືກ​ຄົນ​ທັງຫຼາຍ​ເອີ້ນ​ເປັນ "ຄູ​ຝຶກ​ໃຫຍ່" ​ໄດ້​ເວົ້າຢ່າງ​ພາກພູມ​ໃຈ​ວ່າ: ຄົນ​ທັງ​ຫຼາຍ​ມີ​ຄວາມ​ຫ້າວຫັນຫຼາຍ. ​​ຜູ່​​ເຂົ້າຮ່ວມ​ການ​ຫຼິ້ນດາບນັ້ນ, ອາຍຸ​ຊ່ຳ​ໃດ​ກໍ່​ມີ, ມີອາຍຸ 70 ​​ເຖິງ 80 ປີ​, ຜູ່​ໜຸ່ມມີອາຍຸພຽງ​ 20 ກວ່າ​ປີ, ​ເຂົາ​ເຈົ້າມາຫຼິ້ນດາບ​ໄທ​ເກັກຢູ່​ນີ້. ​ເມື່ອ​ໄດ້​ຫຼິ້ນ​ມາ​ເປັນ​ເວລາ 7 ປີ​ແລ້ວ, ຮູ້ສຶກ​ວ່າ​ສຸຂະພາບ​ໄດ້​ແຂງ​ແຮງ​ຫຼາຍ.

ທ່ານ​ຫວາງ​ໂປ​ຮວາ​ເປັນຫົວໜ້າທີ​ມ ​ຮັບຜິດຊອບ​ຈັດຕັ້ງການຫຼິ້ນດາບ​ໄທ​ເກັກ, ທ່ານ​ກ່າວ​ວ່າ, ​ໃນທີ​ມຫຼິ້ນດາບ​ໄທ​ເກັກ​ນີ້, ​ຄົນ​ເຖົ້າ​ແກ່​ຊະລາຫຼາຍຄົນ​ສຸຂະພາບ​ບໍ່​ດີ​ໃນ​ເມື່ອ​ກ່ອນ, ບາງ​ຄົນ​ຄວາມດັນ​​ເລືອດ​ສູງ, ບາງ​ຄົນຍາມ​ກາງຄືນ​ນອນ​ບໍ່ຫຼັບ. ​ເມື່ອ​ໄດ້ຫັດຫຼິ້ນ​ດາບ​ໄທ​ເກັກ​ແລ້ວ, ດຽວ​ນີ້​ບໍ່ພຽງ​ແຕ່ສຸຂະພາບ​ດີ, ຈິດ​ໃຈກໍ່​ເບີກບານ. ທ່ານ​ຫວາງ​ໂປ​ຮວາ​ເວົ້າວ່າ: ​ເມື່ອ​ໄດ້​ຫຼິ້ນ​ດາບ​ໄທ​ເກັກ​ມາ​ເປັນ​ເວລາ 7-8 ປີ, ດຽວ​ນີ້ ພວກ​ເຂົາ​ເຈົ້າ​ສຸ​ຂະ​ພາບ​ດີ​ຂຶ້ນ​ ກິນ​ອາຫານ​​ແຊບ ນອບກໍຫຼັບດີ, ຜູ່​ເປັນ​ພະຍາດຄວາມດັນ​ເລືອດສູງ​ໃນ​ເມື່ອ​ກ່ອນ ດຽວ​ນີ້​ບາງ​ຄົນ​ບໍ່​ຕ້ອງ​ກິນ​ຢາ​ອີກ​ແລ້ວ. ຄົນ​ທັງຫຼາຍ​ຮູ້ສຶກ​ວ່າໄດ້ຜົນ​ແທ້ໆ.

ນອກຈາກຫຼິ້ນດາບ​ໄທ​ເກັກ​ແລ້ວ, ​ໄທ​ເມືອງ​ຢູ່​ເຂດ​ຄຸ້ມ​ໜົງກວ່າ​ງຕົງ​ລີ​ຍັງ​ມັກຫຼິ້ນ​ກິ​ລາ​ອື່ນໆ ​ເຊັ່ນ ​ເຕະ​ໝາກ​ເຕະ ຟ້ອນ​ຢັ່ງ​​ເກີ​ແລະຕີປິ່ງ​ປ່ອງ​ເປັນຕົ້ນ. ລາຍການ​ກິລາ​ອຸ​ດົມ​ສົມ​ບູນ​ທີ່​ສຸດ, ​ຄົນ​ທັງຫຼາຍມີສຸຂະພາບ​ແຂງ​ແຮງ ຈິດ​ໃຈ​ຫັນ​ຫ້າວ. ນາງ​ເຈຍ​ຈິ້ນ​ນິງ ພະ​ນັກ​ງານ​ເຂດ​ຄຸ້ມ​ເຮືອນ​ຢູ່​ໜົງກວ່າ​ງຕົງ​ລີ​ທີ່​ຮັບຜິດຊອບລາຍການ​ວັດທະນະທຳ​ແລະ​ການ​ກິ​ລາ​ເຫັນ​ວ່າ, ສິລະ​ປະ​ວັນນະຄະດີ​ແລະ​ການກິລາ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຄົນ​ທັງ​ຫຼາຍ, ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າຫ່າງ​​ເຫີ​ນອອກຈາກການ​ເຄື່ອນ​ໄຫວ​ທີ່​ບໍ່​ຈົມ​ບໍ່​ງາມ ຄື ​ການ​ພະ​ນັນ​ເປັນຕົ້ນ, ຍັງ​ມີ​ບົດບາດ​ສາມັກຄີ​ຄົນ​ທັງຫຼາຍອີກ​ດ້ວຍ. ນາງ​ເຈຍ​ຈິ້ນ​ນິງ​ເວົ້າວ່າ: ຂ້າພະ​ເຈົ້າ​ເຫັນ​ວ່າ​ລາຍການສິລະ​ປະ​​ແລະ​ລາຍການ​ກິລາ​ຍັງ​ມີ​ຜົນດີ​ອີກ​ອັນ​ໜຶ່ງ ນັ້ນ​ກໍ່​ຄື ຄົນ​ທັງຫຼາຍຫຼິ້ນຢູ່​ນຳ​ກັນ, ​ເມື່ອ​ຜູ່​ໃດມີ​ຄວາມ​ຫຍຸ້ຍາກ​​ແລ້ວ, ຄົນ​ອື່ນກໍ່​ຊ່ອຍ​ແກ້​ໄຂ​ໃຫ້​ຕົກ​ໄດ້, ສະນັ້ນ ລາຍການສິລະ​ປະ​​ແລະ​ລາຍການ​ກິລາມີ​ບົດ​ບາດຫຼາຍສົມຄວນ​ຕໍ່​ຄວາມ​ສາ​ມັກຄີ​​ໃນເຂດ​ຄຸ້ມ.

ການ​ຫຼິ້ນກິລາ​ຫັດກາຍ​ຢູ່​ເຂດ​ຄຸ້ມ​ໜົງກວ່າ​ງຕົງ​ລີ​ໄດ້​ດຳ​ເນີນມາຢ່າງ​ຟົດ​ຟື້ນ​ທີ່​ສຸດ, ​ແຕ່​ກໍ່​ຖືກຈຳກັດ​ຍ້ອນ​ສະໜາມ​ແລະ​ອຸປະກອນກິລາ​ເປັນຕົ້ນ. ນາງ​ລິວ​ຊິ້ວມິ​ງ ຄູ​ຝຶກ​ດາບ​ໄທ​ເກັກ​ກ່າວ​ວ່າ, ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ​ບ່ອນ​ເປົ່າ​ຫວ່າງ​ແຄບ​​ໂພດ ຈົນວ່າຫຼິ້ນດາບ​ບໍ່​ສະ​ດວກ, ຫວັງ​ໃຫ້​ທາງ​ລັດລົງທຶນຫຼາຍກວ່າ​ເກົ່າ, ​ເອົາ​ໃຈ​ໃສ່ຫຼາຍກວ່າ​ເກົ່າ​ອີກ.

ທີ່​ຈິງ​ແລ້ວ, ຄວາມດີ​ໃຈ​ແລະ​ອຸກ​ໃຈ​ຂອງ​ມວນ​ຊົນ​​ໃນ​ເຂດ​ຄຸ້ມ​ໜົງກວ່າງ​ຕົງ​ລີ ​ເປັນ​ສະ​ພາບ​ຫຍໍ້​ຂອງ​ເຂດ​ຄຸ້ມ​ເຮືອນ​ຢູ່​​ແຫ່ງ​ອື່ນໆຂອງ​ປັກ​ກິ່ງ. ຂໍ້​ຂັດ​ແຍ່ງ​ລະຫວ່າງ​ຄວາມ​ຫ້າວ​ຫັນ​ອອກກຳລັງ​ກາຍ​ຂອງ​ໄທ​ເມືອງກັບການ​ຂາດ​ເຂີນ​ສະໜາມ​ແລະ​ອຸປະກອນ​ອອກກຳ​ລັງ​ກາຍ, ກໍ່​ແມ່ນ​ໜຶ່ງ​ໃນ​ບັນຫາ​ຈຸດ​ໜັກ​ທີ່​ອົງການ​ປົກຄອງ​ນະຄອນ​ປັກ​ກິ່ງ​ຈະ​ແກ້​ໄຂ​​ເພື່ອ​ມວນ​ຊົນ. "ກົດ​ຂໍ້​ກຳ​ນົດການ​ຫັດກາຍ​ທົ່ວ​ປວງ​ຊົນ​ນະຄອນ​ປັກ​ກິ່ງ" ທີ່​ເລີ່​ມມີ​ຜົນ​ບັງຄັບ​ໃຊ້​ແຕ່​ວັນ​ທີ 1 ມີນາ​ປີ​ນີ້​ເປັນຕົ້ນ​ໄປ​, ​ໄດ້​ສະໜອງ​ຂອບ​ການ​ປົກຄອງ​ດ້ວຍ​ກົດໝາຍ​ໃຫ້​ແກ່​ການ​ຫັດກາຍ​ທົ່ວ​ປວງ​ຊົນ. ຄຽງ​ຄູ່​ກັບ​ວຽກ​ງານ​ກະກຽມ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະດວກ, ​ເຊື່ອ​ວ່າສິ່ງ​ກໍ່ສ້າງ​ກິລາ​ຢູ່​ເຂດ​ຄຸ້ມ​ເຮືອນ​ຢູ່​ໃນ​ນະຄອນ​ປັກ​ກິ່ງ​ກໍ່​ຈະ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນຢ່າງ​​ຈະ​ແຈ້ງ.