ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-31 19:02:27    
ຫວຽດ​ນາມ​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ຂ່າວ​ສານ​ກົດ​ໝາຍ​ຫວຽດ​ນາມ-​ຈີນ-​ອາ​ຊີ​ອາ​ຄະ​ເນ

cri
ຕາມ​ຂ່າວ​ຈາກ​ກະຊວງ​ການ​ຄ້າ,​ວັນ​ທີ29ມີນາ​ປີ2006,​ຢູ່​ຮາ​ໂນຍສະ​ມາຄົມ​ທະນາຍ​ຄວາມ​ຫວຽດ​ນາມ​ໄດ້​ຈັດ​ພິທີ,​ປະກາດ​ສ້າງ​ຕັ້ງ​ສູນ​ຂໍ້​ມູນ​ຂ່າວ​ສານ​ກົດ​ໝາຍ​ຫວຽດ​ນາມ-​ຈີນ-​ອາຊີ​ອາຄະ​ເນ​ຢ່າງ​ເປັນ​ທາງ​ການ.​ຮອງ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດ​ນາມ,​ທ່ານ​ຫູ​ຊຽນ​ເວີນ,​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳ​ຫວຽດ​ນາມ​ພ້ອມ​ດ້ວຍ​ເອກ​ອັກ​ຄະ​ລັດຖະ​ທູດ​ແລະ​ທີ່​ປຶກ​ສາ​ຂອງ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ​ປະຈຳ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຕາມ​ຄຳ​ເຊີນ.

ສູນ​ດັ່ງກ່າວ​ຂຶ້ນ​ກັບມາຄົມ​ທະນາຍ​ຄວາມ​ຫວຽດນາມ,​ວຽກ​ງານ​ຕົ້ນຕໍ​ແມ່ນ​ເກັບ​ໂຮມ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ກົດໝາຍ​ກົດ​ບັນຍັດ​ຂອງ​ຫວຽດ​ນາມ,​ຈີນ​ແລະ​ບັນດາ​ປະ​ເທດ​ອາຊີ​ອາຄະ​ເນ,​ແລະ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສານດ້ານ​ກົດ​ໝາຍ​ແລະ​ການ​ບໍລິການ​ໃຫ້​ຄຳ​ປຶກສາ​ແກ່​ຫົວ​ໜ່ວຍ​ງານ​ແລະ​ບຸກຄົນ​ຂອງ​ປະ​ເທດ​ເຫຼົ່າ​ນີ້.