ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 09:11:03    
ອັງກໍວັດ-ບ່ອນທີ່ເຮັດໃຫ້ຄົນປາຖະໜາຫາ(1)

cri

ຢູ່​ໃນ​ທຸງຊາດ​ຂອງ​ລາຊະ​ອານາຈັກ​ກຳປູ​ເຈຍ​ມີ​ຮູບ​ທາດ​ສັກສິດ​ທ່ີຄື້ງນື້ງຢູ່​ສູງ​ສູງ,ນັ້ນ​ກໍ​ຄື​ພະ​ເຈດີ​ອັງ​ກໍ​ວັດ ​ເຊ່ິງ​ເປັນ​ເຄຫະ​ສະຖານທ່ີ​ເປັນ​ຕົວ​ແທນ​ອັນ​ໜ້າ​ເອກອ້າງ​ຂອງ​ຊາດ​ຂະ​ແມ.​

 

ທ່ານ​ຈ່າງ​ປີງ​ລິນ ​ແຫ່ງບໍລິສັດ​ທ່ອງ​ທ່ຽວ​ສາກົນ​ຊີ​ນຮວາ​ປັກ​ກ່ິງ ບອກ​ພວກ​ເຮົາວ່າ:​ໃນ​ຕົ້ນ​ປີ​2003 ບໍລິ​ສັດ​ທ່ອງ​ທ່ຽວ​ດ່ັງກ່າວ​ໄດ້​ຈັດການ​ທ່ອງ​ທ່ຽວ​ໄປກຳປູ​ເຈຍ,​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕິດ​ໃຈ​ທ່ີ​ສຸດ.​ໃນ​ນັ້ນ ການ​ໄປ​ທ່ຽວ​ອັງ​ກໍ​ວັດ​ແມ່ນ​ເລື້ອງ​ເຮັດ​​​ໃຫ້​ແຂກ​ທ່ອງ​ທ່ຽວ​ດີ​ໃຈ​ທ່ີ​ສຸດ,​ແລະ​ເປັນ​ບ່ອນ​ທຽວ​ທ່ີ​ສຳຄັນ​ກວ່າ​ໝູ່.

 

​​ໃນ​ພາສາ​ກຳປູ​ເຈຍ,ອັງ​ກໍ​ແປ​ວ່າ​ນະຄອນຫຼວງ. ນະຄອນຫຼວງ​ນີ້​ເລ່ິມສ້າງ​ຂື້ນ​ເມ່ືອ​ສັດຕະວັດ​ທີ9ຫາ​ທີ 13,​ເປັນ​ນະຄອນຫຼວງ​ຂອງ​ລາຊະ​ອານາຈັກ​ເຈັນ​ລາ​ໃນ​ສະ​ໄໝ​ບູຮານຂອງ​ກຳປູ​ເຈຍເປັນ​ເວລາ 630ປີ.​ເຈົ້າຊີວິດ 42 ອົງ​ໃນ​ລາຊະວົງ​ຕ່າງໆ​ລ້ວນ​ແຕ່​ໄດ້​ສ້າງ​ນະຄອນຫຼວງ​ອັງ​ກໍ​ເພ່ິມຕ່ືມ.​ເພາະສະ​ນັ້ນຈ່ິງ​ເຮັດ​ໃຫ້​ນະຄອນຫຼວງ​ອັງ​ກໍ​ກາຍ​ເປັນ​ນະຄອນ​ໃຫຍ່ທ່ີສົມ​ຊ່ື.

 

​ເມ່ືອກ່າວ​ເຖິງ​ນະຄອນ​ຫຼວງອັງ​ກໍ,ທ່ານ​ຈ່າງ​ປີງ​ລິນ​ໄດ້​ເວົ້າ​ຍ້ອງ​ບ່ໍ​ເຫືອດ​ປາກ.ທ່ານ​ເວົ້າວ່າ:ອັງ​ກໍ​ແມ່ນ​ມໍລະດົກ​ປະຫວັດສາດ​ອັນ​ລ້ຳ​ຄ່າ​ຂອງ​ກຳປູ​ເຈຍ​ແລະ​ກໍ​ແມ່ນ​ຂອງ​ມ່ິງ​ເມືອງອັນ​ສະ​ຫ່ງາ​ລາສີ​ແຫ່ງ​ອາ​ລິ​ຍະ​ທຳ​ບູຮານ​ຂອງ​ມວນ​ມະນຸດ.ປີ1992ອົງການ​ມໍລະດົກ​ໂລກ​ສະຫະ​ປະຊາ​ຊາດ​ໄດ້​ຈັດ​ເຂົ້າ​ໄວ້​ໃນ​ລາຍ​ຊ່ື​ມໍລະດົກ​ໂລກ.

 

   ບູຮານ​ນະ​ສະຖານ​ອັງ​ກໍ​ວັດ ​ໄດ້​ໂຮມ​ແຈກ​ຢາຍ​ກັນ​​ຢູ່​ອ້ອມ​ເມືອງ​ຊຽມລຽບ,​ໃນ​ນັ້ນ ລວມມີ​ບູຮານ​ນະ​ສະຖານ​ສຳຄັນຫຼາຍໆແຫ່ງ,ມີ​ເຄຫະ​ສະຖານ​ຕ່າງໆ​ຢ່າງງຫຼວງຫຼາຍ,ວັດ​ຫີນ​ແລະ​ເຈດີ​ຫີນ​ທີ່ລື​ຊ່ື​ກ່ວາ​ໝູ່​ແມ່ນ​ໂຮມ​ກັນ​ຢູ່​ອັງ​ກໍ​ທົມ​ແລະ​ອັງ​ກໍ​ວັດ.ບູຮານ​ນະ​ສະ​ຖານອ່ືນໆ​ທ່ີ​ລື​ຊ່ື​ມີ​ຫໍ​ກາງຫາວ,ມີ​ພະ​ລາຊະ​ວັງ,ສະໜາມ​ຫຼວງ,ປະຕູ​ເມືອງ​ແລະ​ບ່ອນ​ຫົດສົງ​ພະ​ວໍລະ​ກາຍ​ຂອງ​ເຈົ້າ​ຊີວິດ​ເປັນ​ຕົ້ນ.

 

ບູຮານ​ນະ​ສະຖານ​ອັງ​ກໍ​ວັດ ຕົ້ນ​ຕໍ​ປະກອບ​ດ້ວຍ​ເຄຫະ​ກ່ໍ​ດ້ວຍ​ຫີນ​ທ່ີ​ງາມ​ສະ​ຫ່ງາ​ແລະ​ຮູບຄວັດ​ຫີນ​ຊາຍ​ທ່ີ​ຍອດ​ຢ້ຽມ.​ເຄຫະ​ກ່ໍ​ດ້ວຍ​ຫີນ​ລ້ວນ​ແ່ຕ​ແມ່ນໂງ່ນຫີນ​ກ້ອນ​ບັກ​ໃຫ່ຍ. ບາງ​ໂງ່ນມີ​ນ້ຳໜັກ 8 ​ໂຕນ.​ເຈດີ​ຫີນ​ກໍ​ແມ່ນ​ກ່ໍ​ດ້ວຍ​ຫີນ. ຢູ່​ທາງ​ນອກ​ຄວັດ​ເປັນ​ພະພຸດ​ທະຮູບ​ຫຼາຍ​ອົງ​ທ່ີ​ມີ​ວາດຊົງ​ຕ່າງ​ກັນ. ຮູບຄວັດ​ພະ​ເກດ​ເກສາ​ບາງ​ອົງ​ສູງ 6​ ແມັດ​ປາຍ, ​ເປັນ​ຮູບ​ທ່ີ​ມີ​ຊີວິດ​ຊີວາ. ​ແລະ​ມີ​ຊ່ື​ລື​ນາມ​ໃນ​ໂລກ​ຍ້ອນ​ເປັນ​ຮອຍ​ຍິ້ມ​ຂອງ​ຂະ​ແມ. ລະບຽບ​ຮູບຄວັດ​ຂອງ​ອັງ​ກໍ​ວັດ​ທ່ີ​ມີ​ຊ່ື​ສຽງ​ດົ່ງ​ດັງ​ກ່ວາ​ໝູ່​ແມ່ນ​ຍາວ​ຕັ້ງ 800ກວ່າ​ແມັດ, ​ແມ່ນ​ຮູບຄວັດ​ທ່ີ​ດີ​ເລີດ​ກວ່າ​ໝູ່​ຂອງ​ຂະ​ແມ.

 

​ອັງ​ກໍ​ທົມ​ແບ່ງ​ເປັນ​ອັງ​ກໍ​ໃຫ່ຍ ອັງ​ກໍ​ນ້ອຍ. ອັງ​ກໍ​ນ້ອຍ​ແມ່ນ​ນ່ືງ​ໃນ​ເຄຫະ​ສະຖານ​ອັນ​ສະ​ຫງ່າ​ລາສີ​ກວ່າ​ໝູ່,​​ແມ່​ນ​ຄົນຂົນກ້ອນ​ຫີນ​ໄປ​ກອງ​ຂຶ້ນ​ແລ​້ວກໍ​ເປັນຮູບຢູ່​ເທິງ​ພູ​ຍາວ 1025 ​ແມັດ​,ກວ້າງ 800​ ແມັດ. ຢູ່​ທາງ​ນອກ​ມີ​ຄອງ​ນ້ຳ​ອ້ອມ​ເມືອງ​ທີ່ກ້ວາງ 190​ ແມັດ,ຕາມ​ເວົ້າ​ກັນ​ວ່າ, ​ແຫ່ງ​ນີ້​ແມ່ນ​ສຸສານ​ຂອງະເຈົ້າ​ຊີວິດ​ສຸລິຍະ​ວາຣະມັນລັດຊະການ​ທີ​ສອງ.

 

ອັງ​ກໍ​ໃຫຍ່ປະກອບ​ດ້ວຍ​ເຄຫະ​ສະ​ຖານ 10 ກວ່າ​ຫັຼງ,ສ່ິງ​ກ່ໍສ້າງ​ທ່ີ​ລື​ຊ່ື​ກວ່າ​ໝູ່​ມີ​ກຳ​ແພງ​ເມືອງ ,ປະຕູ​ເມືອງ 5 ​ແຫ່ງ,ພ້ອມ​ດ້ວຍ​ວັດ​ພະ​ພູນ,ວັດ​ປີ​ເມ​ອະ​ນາ​ກັດ, ​ແລະ​ສະໜາມ​ຫຼວງ​ພະ​ລາຊະ​ວັງ​ເປັນ​ຕົ້ນ.ການ​ສ້າງສາ​ມາ​ເປັນ​ເວລາ​ປະມານ200ປີ​ຈ່ິງ​ສ້າງ​ສຳ​ເລັດ.ມັນ​ແມ່ນ​ກາງ​ນະຄອນ​ອັງ​ກໍ​ວັດ,​ແລະ​ກໍ​ເປັນ​ເລື້ອງ​ອັດສະຈັນ​ໃນ​ປະຫວັດ​ການ​ກ່ໍສ້າງອີກດ້ວຍ.

 

ຈຸ້ມ​ເຄຫະ​ພາກ​ຕາ​ເວັນ​ອອກ​ແມ່ນ​ໄດ້​ກ່ໍສ້າງ​ມາ300ກວ່າປີ​ຈ່ິງ​ສຳ​ເລັດ.ຈຸ້ມ​ເຄຫະ​ພາກ​ເໜືອ​ຕົ້ນຕໍ​ແມ່ນ​ປະກອບ​ດວຍວັດ​ພະ​ຄານ ,ວັດ​ນາກ​ປ່ຽນ,ວັດ​ວັນ​ຕະ​ໄລ​ເປຼ​ແລະ​ວັດ​ອ່ືນໆ.ຂະໜາດ​ຂອງ​ມັນ​ໃຫຍ່ພິລຶກ:ທັງ​ມີ​ເນື້ອ​ທ່ີ​ກ້ວາງ​ຂວາງ​ເປັນ​ເຄຫະ​ສະຖານ​ອັນ​ເຮືອງ​ຮຸ່ງ​ແລະ​ມີ​ການຈັດ​ວາງ​ຢ່າງ​ສະຫຼາດ​ສອດສ່ອງ,​ແມ່ນ​ມີ​ໜ້ອຍ​ທ່ີ​ສຸດ​ໃນ​ໂລກ.

 

​ໝົດ​ນະ​ຄອນອັງ​ກໍແມ່ນ​ເຕັມ​ໄປ​ດ້ວຍ​ສີສັນ​ເທບ​ນິຍາຍ​ທາ​ງສາສະໜາ,ຢ່າງ​ວ່າ ຢູ່​ສອງ​ຂ້າງ​ຂົວ​ຂ້າມ​ຄອງ​ນ້ຳ​ປ້ອງ​ກັນ​ເມືອງ ຕ່າງມີຣູບຄວັດ​ຫນ 27ອົງ,​ເບື້ອງ​ຊ້າຍ​ແມ່ນ​ຮູບຄວັດ​ເທວະ​ດາ, ​ເບື້ອງ​ຂວາ​ແມ່ນ​ຮູບຄວັດ​ຜີ​ມານ,​ໃນ​ມື​ຜີ​ມານ​ຈັບ​ນາກ 7 ຫົວ,ຕາມ​ຄຳ​ເວົ້າ​ທ່ີ​ເລ່ົາ​ລື​ກັນ​ຂອງ​ສາສະໜາ​ພາມ, ນາກ​ແມ່ນ​ພະ​ທ່ີ​ນ່ັງ​ຂອງ​ພະ​ເຈົ້າ​ພິສະ​ໜູ.