ທ່ານຜູ້ຟັງທີ່ຮັກແພງ, ຄົນເຮົາດຳລົງຊີວິດໃນໂລກນີ້, ມີຂອງສອງຢ່າງເບິ່ງໄປແລ້ວຄືຈັ່ງວ່າໃຊ້ບໍ່ໝົດເປັນຈັກເທື່ອ, ທີ່ຈິງແລ້ວພັດມີຈຳກັດ. ແຕ່ຖ້າໃຊ້ຢ່າງເໝາະສົມ, ກໍສາມາດໃຊ້ສິ່ງທີ່ມີຈຳກັດສອງຢ່າງນີ້ໄດ້ຢ່າງເຕັມສ່ວນແລ້ວ, ບັນລຸຈຸດປະສົງຂອງຕົນເອງ.
ຂອງສອງຢ່າງນີ້, ອັນໜຶ່ງແມ່ນເງິນ, ອີກອັນໜຶ່ງແມ່ນເວລາ. ສອງຢ່າງນີ້ກໍແມ່ນສິ່ງທີ່ຄົນເຮົາມັກເວົ້າກັນມາຕະຫຼອດທຸກເຊັ່ນຄົນຢ່າງບໍ່ມີມື້ສຸດສ້ຽງຈັກເທື່ອ, ໃນລາຍການພາກນີ້, ຂ້າພະເຈົ້າຈະລົມເລື່ອງເງິນແລະເວລາທີມີຈຳກັດກັບຊີວິດຂອງຄົນເຮົາ.
ກ່ອນອື່ນ, ຂໍເວົ້າເລື່ອງເງິນ. ບໍ່ວ່າໃນຊາດນີ້, ເຈົ້າຈະຫາເງິນໄດ້ຫຼາຍເທົ່າໃດ, ເງິນທີ່ຈ່າຍອອກໄປແລ້ວນັ້ນຈຶ່ງແມ່ນເງິນຂອງເຈົ້າແທ້ໆ, ສ່ວນເງິນທີ່ຝ່າກຢູ່ໃນທະນາຄານນັ້ນຍັງບໍ່ແມ່ນເງິນຂອງໂຕເອງ. ຖ້າຝາກຢູ່ໃນທະນາຄານ, ບໍ່ໃຊ້ບໍ່ຈ່າຍແລ້ວ, ເງິນທີ່ຈົດຢູ່ໃນປື້ມຂອງເຈົ້າຈະມີຫຍັງຕ່າງກັບຈົດຢູ່ໃນປື້ມຂອງຜູ້ອື່ນ? ເມື່ອຄຶດແບບນີ້ແລ້ວ, ລອງຄິດໄລ່ເບິ່ງເງິນທີ່ເຮົາໃຊ້ຈ່າຍໄປຊາດນີ້ກໍຫຼາຍບໍ່ຢອກ, ພຽງແຕ່ວ່າເຮົາເອງບໍ່ຮູ້ວ່າມັນຫຼາຍປານໃດແທ້, ຄັນຊັ້ນ, ໃຊ້ເງິນແນວໃດຈຶ່ງນັບວ່າໃຊ້ຢ່າງເຕັມທີ່ແລະສົມເຫດສົມຜົນ?
ຢາກຕອບຄຳຖາມນີ້ໃຫ້ຖືກ, ກໍຕ້ອງຄຶດໃຫ້ຄັກແນ່ວ່າ, ໂຕເອງຕ້ອງການຫຍັງ. ການຫາເງິນແລະໃຊ້ເງິນບໍ່ແມ່ນຈຸດປະສົງຂອງເຮົາ, ຫາເງິນແມ່ນການສະແດງຄຸນຄ່າຊີວິດຂອງຕົນ, ໃຊ້ຈ່າຍ, ແມ່ນເພື່ອບັນລຸເປົ້າໝາຍຊີວິດຂອງຕົນ, ນີ້ຈຶ່ງແມ່ນເລື່ອງສຳຄັນທີ່ສຸດ.
ຖ້າເຈົ້າຢາກມີສຸຂະພາບແຂງແຮງ, ເຈົ້າກໍໃຊ້ຈ່າຍເງິນເຂົ້າໃນດ້ານການກິນການດື່ມແລະການຫັດກາຍບໍລິຫານເຫັນວ່າຈະເໝາະສົມກວ່າ.
ຖ້າເຈົ້າຢາກໃຫ້ຕົນເອງງາມ, ເຈົ້າກໍໃຊ້ຈ່າຍເງິນເພື່ອຮັກສາໃຫ້ຕົນມີກຳລັງວັງຊາເຕັມໂຕແລະມີຈິດໃຈມ່ວນຊື່ນ, ຈະມີຄວາມໝາຍຫຼາຍກວ່າໄປຊື້ເຄື່ອງນຸ່ງເຄື່ອງເອ້ລາຄາແພງໆມາໃສ່.
ຖ້າສິ່ງທີ່ເຈົ້າຢາກໄດ້ນັ້ນແມ່ນຄວາມໂຄລົບນັບຖືຈາກຜູ້ອື່ນ, ເຈົ້າກໍໃຊ້ຈ່າຍໃນດ້ານທີ່ສາມາດຫາຄວາມຮູ້ມາໃຫ້ຕົນແລະຍົກຄຸນທາດຂອງຕົນເອງໃຫ້ສູງຂຶ້ນຈະມີຜົນດີກວ່າໄປຊື້ເພັດນິນຈິນດາມາໃສ່ເອ້ອວດ, ຫຼືຕົບແຕ່ງເຮືອນຊານໃຫ້ຫຼູຫຼາປານພະລາຊະວັງ.
ແນ່ນອນແລ້ວວ່າ, ໃນຕະຫຼອດຊີວິດຂອງຄົນເຮົາ, ບາງທີກໍມີການໃຊ້ຈ່າຍແບບບໍ່ຖືກຕ້ອງ, ແຕ່ກໍ່ບໍ່ຕ້ອງກິນແໜງແຄງໃຈດອກ, ການກິນແໜງແຄງໃຈນຳເລື່ອງທີ່ຜ່ານໄປແລ້ວ, ແມ່ນບໍ່ມີປະໂຫຍດຫຍັງ, ສິ່ງທີ່ສຳຄັນ, ແມ່ນມື້ນີ້ເຮົາຈະເຮັດຫຍັງ?
ການໃຊ້ເວລາກໍ່ຄືກັນ, ກ່ອນອື່ນ, ເຈົ້າຕ້ອງມີເວລາສ່ວນໜຶ່ງຕອບສະໜອງຄວາມຕ້ອງການທາງດ້ານຮ່າງກາຍ, ຖັດມາແມ່ນຕ້ອງມີເວລາສ່ວນໜຶ່ງສຳລັບປະກອບສ່ອນຂອງຕົນໃຫ້ສັງຄົມ, ຈາກນັ້ນ, ເຈົ້າເອງກໍຈະໄດ້ສິ່ງທີ່ຕ້ອງການເພື່ອຊີວິດການເປັນຢູ່. ສຸດທ້າຍ, ຖ້າເຈົ້າຊ່າງຈັດວາງໃຫ້ເໝາະສົມພໍດ້ານພໍດີ, ແນ່ນອນເຈົ້າກໍຈະມີເວລາສ່ວນໜຶ່ງເປັນຂອງຕົນເອງ, ໃນເວລາທີ່ເປັນຂອງຕົນເອງນັ້ນ, ຖ້າສຸມຈິດສຸມໃຈເຮັດເລື່ອງທີ່ຕົນມັກ, ເຈົ້າກໍຈະໄດ້ຮັບຜົນສຳເລັດຢ່າງໃດຢ່າງໜຶ່ງແນ່ນອນໂດຍບໍ່ຕ້ອງສົງໃສ.
ມີຄົນມັກເອົາເວລາປຽບເໝືອນດັ່ງເງິນຄຳ, ເພື່ອຢາກບອກໃຫ້ຮູ້ຄຸນຄ່າຂອງເວລາ, ແຕ່ຄົນສະຫຼາດຄວນຮູ້ຈັກຄ່າຂອງເວລາໂດຍບໍ່ຕ້ອງເອົາເງິນຄຳມາປຽບທຽບ, ສ່ວນວ່າຄົນທີ່ເຫັນແກ່ຕົວໃນໂລກນີ້, ມັກສະແດງຄວາມເຫັນແກ່ຕົວຂອງຕົນໃນດ້ານຄອບຄອງເງິນຄຳ, ມີແຕ່ຄົນສ່ວນໜ້ອຍທີ່ບໍ່ໄລ່ກິໄລ່ກີໃນດ້ານເງິນຄຳ, ແຕ່ຫາກແມ່ນໄລ່ກິໄລ່ກີໃນດ້ານເວລາ, ໃຊ້ເວລາອັນມີຈຳກັດໃນຊີວິດໄປເຮັດຫຼາຍສິ່ງຫຼາຍຢ່າງ, ຊາບຊືມຄວາມດີຄວາມງາມໃນດ້ານຈິດອາລົມ.
ບາງຄົນມີເວລາຫຼາຍຢູ່, ແຕ່ບໍ່ແມ່ນໃຊ້ມາຊິມລົດຫວານຂອງຊີວິດ, ຫາກແມ່ນໃຊ້ໄປຫວນຄຶດລົດຂົມຂອງຊີວິດ, ບໍ່ແມ່ນໃຊ້ມາຮັກຜູ້ອື່ນຫຼືຮັບເອົາຄວາມຮັກຈາກຜູ້ອື່ນ, ຫາກໃຊ້ມາຄຄຽດຂົມ, ອາຄາດບາດໝາງແລະບາດໃຈຜູ້ອື່ນ, ບໍ່ແມ່ນໃຊ້ມາເຮັດວຽກເພື່ອນຳເອົາສິ່ງໃດສິ່ງໜຶ່ງມາໃຫ້ໂລກມະນຸດ, ຫາກມີແຕ່ສິ້ນເບືອງສິ່ງທີ່ຜູ້ອື່ນຜະລິດ. ເວລາແບບນີ້, ມີແຕ່ເຮັດໃຫ້ຈິດໃຈຕົນເອງວູບວາບ, ບໍ່ມ່ວນບໍ່ຊື່ນແລະບໍ່ມີເນື້ອໃນ, ເວລາແບບນີ້ບໍ່ມີກໍ່ຢາເຖາະ, ເພື່ອຫຼີກເວັ້ນບໍ່ໃຫ້ຊີວິດຖືກທໍລະມານ.
ທີ່ຈິງແລ້ວ, ໃນຕະຫຼອດຊີວິດຂອງເຈົ້ານັ້ນ, ເຈົ້າມີເງິນຄຳແລະມີເວລາຫຼວງຫຼາຍ, ແຕ່ເຈົ້າຄວນຄຶດເລື້ອຍໆວ່າ, ເຈົ້າໄດ້ເອົາເງິນຄຳແລະເວລາເຫຼົ່ານີ້ໄປເຮັດຫຍັງແດ່. ລອງຖາມຕົນເອງວ່າ:
ເຈົ້າໄດ້ສ້າງຄຸນຄ່າໃຫ້ແກ່ຊີວິດຕົນເອງແລ້ວບໍ່?
ເຈົ້າໄດ້ນຳຄວາມມ່ວນຊື່ນມາໃຫ້ຄົນທີ່ຢູ່ອ້ອມຂ້າງເຈົ້າແລ້ວບໍ່?
ເຈົ້າໄດ້ສ້າງສິ່ງໃດສິ່ງໜຶ່ງໃຫ້ໂລກແລ້ວບໍ່?
ເຈົ້າໄດ້ເຮັດໃຫ້ຊີວິດຂອງຕົນເອງມີຄວາມໝາຍແລ້ວບໍ່?
|