ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 14:20:11    
ຜູ້​ປະ​ກອບ​ອາ​ວຸດ​ຂອງ​ອົງ​ການ​ຮາ​ມັດສ໌​ບໍ່​ເຂົ້າ​ຮ່ວມ​ອົງ​ການ​ຄວາມ​ປອດ​ໄພ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 2 ​​ເມສາ,ຢູ່​ກາ​ຊາ,ທ່ານ​ຊາ​ອິດ ຊິ​ອາມ ລັດຖະ​ມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປາ​ເລັສຕີນ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ​ວ່າ,ຜູ້​ປະກອບ​ອາວຸດ​ຂອງ​ອົງການ​ຮາ​ມັດສ໌ບໍ່ຫ່ອນ​ຊິ​ເຂົ້າ​ຮ່ວມ​ອົງການ​ຄວາມ​ປອດ​ໄພ.

ທ່ານ​ຊິ​ອາມ​ເວົ້າ​ວ່າ,​ເມື່ອ​ພິຈາ​ລະນາ​ເຖິງການ​ຫາບ​ແບກ​ທາງ​ການ​ເງິນ,ອົງການ​ຄວາມ​ປອດ​ໄພຈະ​ບໍ່​ເປີດ​ກວ້າງ​ອີກ.ປະຈຸ​ບັນ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ບໍ່​ໄດ້​ເຊັນ​ລັດ​ຖະ​ດຳລັດ​ໃດໆ​ເພື່ອ​ປ່ຽນສິດ​ອຳນາດ​ຂອງ​ກະຊວງ​ພາຍ​ໃນ,ສະ​ນັ້ນ,ວຽກ​ງານ​ຄວາມ​ປອດ​ໄພ​ຍັງ​ຄຸ້ມ​ຄອງ​ໂດຍ​ກະຊວງ​ພາຍ​ໃນ.

ທ່ານ​ຊິ​ອາມ​ຍັງ​​ໄດ້ປະຕິ​ເສດຂ່າວ​ທີ່​ວ່າ​ກອງ​ພົນນ້ອຍ​ຄັສຊາມ ຝ່າຍ​ປະກອບ​ອາວຸດ​ທີ່​ຂຶ້ນ​ກັບ​ອົງ​ການ​ຮາ​ມັດສ໌ຈະ​ເຂົ້າ​ຮ່ວມ​ອົງ​ການ​ຄວາມ​ປອດ​ໄພ,​ແລະ​ກ່າວ​ວ່າ,ກະ​ຊວງ​ພາຍ​ໃນ​ບໍ່​ມີ​​ແຜນ​ການ​ແນວ​ນີ້,ບັນຫາ​ນີ້​ຫາລື​ກັນ​ບໍ່​ໄດ້.