ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 14:37:53    
ວຽກ​ງານ​ນັບ​ບັດ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ໄທ​ດຳ​​ເນີນ​ໄປ​ຢ່າງ​​ເຄັ່ງ​ຕຶງ

cri Author: cai
ຕາມ​ຂ່າວCRI:ຕອນ​ບ່າຍ 3 ​ໂມງ​ວັນ​ທີ 2 ​ເມສາ,​ເວລາ​ທ້ອງ​ຖິ່ນ,ວຽກ​ງານ​ປ່ອນ​ບັດ​ເລືອກ​ຕັ້ງສະ​ພາ​ຜູ້​ແທນ​ລາຊະ​ດອນ​ຊຸດ​​ໃໝ່​ຂອງ​ໄທ​ທີ່​ຈັດ​ຂຶ້ນຢູ່​ເຂດ​ເລືອກ​ຕັ້ງ 400 ​ແຫ່ງ​ຂອງ​ໄທ​​ໄດ້​ສິ້ນ​ສຸດ​ລົງໃນ​ເວລາ​ດຽວ​ກັນ,ຫຼັງ​ຈາກ​ນັ້ນ,ກໍ່​ເລີ່​ມນັບ​ບັດໃນ​ທັນທີ.

ແຕ່​ພາຍຫຼັງ​ການປ່ອນ​ບັດສິ້ນ​ສຸດ​ລົງ​ແລ້ວບໍ່​ດົນ,ຢູ່​ສະຖານ​ທີ່​ປ່ອນ​ບັດ​ສອງ​ແຫ່ງ​ຂອງ​ຈັງ​ຫວັດ​ນາ​ລາ​ທິ​ວາດ ພາກ​​ໃຕ້​ຂອງ​ໄທໄດ້​ເກີດ​ເຫດການລະ​ເບີດ​ຢ່າງ​ກະທັນ​ຫັນ,ຢ່າງ​ໜ້ອຍພາ​ໃຫ້​ທະຫານ 4 ຄົນ​ແລະ​ຕຳຫຼວດຜູ້​ໜຶ່ງ​ບາດ​ເຈັບ.

ຕາມ​ໄດ້​ຊາບ,ກະ​ວ່າ,ຜົນ​ການ​ນັບ​ບັດ​ຈະ​ປະກາດ​ໃນ​ຕອນ​ຄ່ຳ​ວັນ​ທີ 3 ​ເມສາ ​ເວລາ​ທ້ອງ​ຖິ່ນ.ຍ້ອນ 3 ​ພັກ​ຝ່າຍ​ຄ້ານສຳຄັນ​ຄັດຄ້ານ​ການ​ເລືອກ​ຕັ້ງ​ເທື່ອ​ນີ້,ສະ​ນັ້ນ,ຄົນ​ທັງ​ຫຼາຍ​ຄາດຄະ​ເນ​ໂດຍ​ທົ່ວ​ໄປ​ວ່າ,ພັກ​ໄທ​ຮັກ​ໄທ​ທີ່​ນຳ​ໂດຍ​ທ່ານ​ທັກສິນ.ຊິນນະ​ວັດຈະໄດ້​ຮັບ​ທີ່​ນັ່ງ​ເຄິ່ງໜຶ່ງ​ຂຶ້ນ​​ໄປຢ່າງບໍ່​ມີ​ບັນ​ຫາ,​ແຕ່​ຜົນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ໂດຍທົ່ວ​ໄປແລະ​ປະກອບ​ລັດຖະ​ບານ​ຊຸດ​ໃໝ່​ຢ່າງ​ສະ​ດວກ​ໄດ້​ຫຼື​ບໍ່​ນັ້ນ​ໄດ້​ກາຍ​ເປັນ​ຈຸດ​ສຸມທີ່​ຄົນ​ທັງຫຼາຍ​ສົນ​ໃຈ​ນຳ.