ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 17:48:14    
ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເກາະ​ດອນ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ປະ​ກົດ​ມີ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ຢ່າງ​ຟົດ​ຟື້ນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ກອງ​ປະຊຸມ​ຂັ້ນ​ລັດຖະ​ມົນຕີ​ຄັ້ງ​ປະຖົມ​ມະ​ເລີກ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ພັດທະ​ນາ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນກັບປະ​ເທດ​ເກາະດອນ​ມະ ຫາ​ສະ​ໝຸດ​ປາຊີ​ຟິກ​ຈະ​ໄຂ​ຂຶ້ນ​ຢູ່​ຟີ​ຈີ​ແຕ່​ວັນ​ທີ5​ຮອດ​ວັນ​ທີ6​ເມສາ.​ຫວ່າງ​ມໍ່ໆ​ນີ້,​ທ່ານ​ລິວ​ເຈ​ອີ່ ຫົວ​ໜ້າ​ກົມ​ທະ​ວີບອາ​ເມ​ລິ​ກາ​ເໜືອ​ແລະທະວີບ​ໂອ​ຊຽນນີ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ການພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເກາະດອນ​ມະຫາ​ສະ​ໝຸດ​ປາ​ຊີ​ຟິກປະກົດ​ມີ​ທ່ວງ​ທ່າ​ຂະຫຍາຍ​ຕົວ​ຢ່າງ​ຟົດ​ຟື້ນ.

ທ່ານ​ເວີນ​ເຈຍ​ປາວ ນາຍົກ​ລັດຖະ​ມົນ​ຕີ​ຈີນ​ຈະ​ໄປ​ຢ້ຽມຢາມ​ຟີ​ຈີ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ4ຮອດ​ວັນ​ທີ5​ເມສາ,​ຈາກ​ນັ້ນ​ຈະ​ເຂົ້າ​ຮ່ວມ​ພິທີ​ໄຂ​ກອງ​ປະຊຸມ​ຂັ້ນ​ລັດຖະ​ມົນຕີ​ຄັ້ງ​ປະຖົມ​ມະ​ເລີກ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ພັດ​ທະນາ​ເສດ​ຖະກິດ​ລະຫວ່າງ​ຈີນກັບ​ປະ​ເທດ​ເກາະ​ດອນ​ມະຫາ​ສະ​ໝຸດ​ປາຊີ​ຟິກ.

ທ່ານ​ລິວ​ເຈ​ອີ່​ເວົ້າ​ວ່າ,​ນີ້​ແມ່ນ​ນາຍົກ​ລັດຖະ​ມົນຕີ​ຈີນ​ຢ້ຽມຢາມ​ປະ​ເທດ​ເກາະ​ດອນ​ມະ​ຫາ​ສະໝຸດ​ປາຊີ​ຟິກ​ຢ່າງ​ເປັນ​ທາງ​ການ​ເປັນ​ຄັ້ງ​ທຳ​ອິດ,​ທ່ານ​ແນະນຳ​ວ່າ,ປີ​ກາຍ​ນີ້,​ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ເກາະ​ດອນ​ມະ​ຫາ​ສະ​ໝຸດ​ປາຊີ​ຟິກ​ມີ838​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ​58%.