ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-03 20:05:14    
ຄວາມ​ລັບ​ໃນ​ຊີ​ວິດ​ປະ​ຈຳ​ວັນ

cri Author: shuo

ຢູ່​ເທິ​ງຫົວ​ຂອງ​ຄົນ​ເຮົາ​ມີ​ຜົມ​ຫນ້ອຍ​ຫຼາຍປານ​ໃດ,​ແລະ​ຜົມຫຼົ່ນຊູ່​ມື້​ປົກກະຕິ​ບໍ່​ກິນ​ເຂົ້າຄາບ​ຫນຶ່ງ​ຕ້ອງການ​ເວລາ​ຍ່ອຍ​ດົນ​ປານ​ໃດ?ດົນ​ປານ​ໃດ​ຄົນ​ເຮົາ​ຈິ່ງ​ພັບ​ຕາ​ເທື່ອ​ຫນຶ່ງໆ​ແລະ​ອື່ນໆ,ບັນຫາ​ທີ່​ພົວພັນ​ກັບ​ມະນຸດ​ເຮົາ​ເຫຼົ່ານີ້​ກໍ​ຍັງ​ມີ​ຕັ້ງ​ເປັນ​ແສນ​ບັນຫາ,ສະນັ້ນ,​ ​ເຮົາ​ຈິ່ງ​ຂໍ​ຕັ້ງບາງ​ບັນຫາ​ທີ່​ພົວພັນ​ກັບຊີວິດປະຈຳວັນ​ເພື່ອ​ແກ້​ຂໍ້​ຂ້ອງ​ໃຈ​ຂອງ​ພວກ​ທ່ານ.

ຄົນ​ເຮົາ​ດົນ​ປານ​ໃດ​ຈິ່ງ​ພັບ​ຕາ​ເທື່ອ​ຫນຶ່ງ​?​ໃຫ້​ຄຳ​ຕອບ​ກໍ​ແມ່ນ​ມະນຸດ​ເຮົາ​ໂດຍ​ທົ່ວ​ໄປ​​ແລ້ວ​ປະມານ 5 ວິນາທີ​ໃດ​ຈະ​ພັບ​ຕາ​ເທື່ອ​ຫນຶ່ງ,ດັ່ງນັ້ນ,ຄົນ​ທຳ​ມະ​ດາ​ຜູ່​ຫນຶ່ງ​ຖ້າວ່າ​ມື້ຫນຶ່ງ​ຕ້ອງ​ຕື່ນ​ຢູ່​​ເຖິງ 4 ລ້ານ 2 ​ແສນ​ເທື່ອ.

ທ່ານ​ຮູ້​ບໍ່​ວ່າ,​ໃນ​ເວລາ​ຄົນ​ເຮົາ​ໃຊ້​ແຂ້ວ​ມາ​ກັດ​ມາ​ຫຍໍ້າ​ເກັ່ງ,ສາມາດ​ໃຊ້​ແຮງ​ແຂ້ວ​ກົກ​ເຖິງ 120 ກະ​ໂລ.

ຄົນ​ເຮົາ​ຕ້ອງ​ກິນ​ເຂົ້າຄູ່​ມື້,ດຽວ​ນີ້​ຢາກ​ຮູ້​ວ່າ,ກິນ​ເຂົ້າລົງ​ໄປ​ຄາບ​ຫນຶ່ງ,ຈະ​ຕ້ອງການ​ເວລາດົນ​ປານ​ໃດ ອາຫານ​ໃນ​ທ້ອງ​ຈິ່ງ​ຍ່ອຍ​ຫມົດ.

ກະ​ເພາະ​ອາຫານ​ຂອງ​ຄົນ​ເຮົາ​ບັນລຸ​ອາ​ຫານ​ໄດ້​ປະມານ 1 ລິດ,ຈາກ​ກະ​ເພາະ​ຄ່ອຍໆ​ຍ່ອຍ​ໄປ​ຫາ​ພາກສ່ວນ​ອື່ນ​ກໍ​ຕ້ອງການ​ເວລາ​ແຕ່ 2 ຊົ່ວ​ໂມງ​ເຖິງ 6 ຊົ່ວ​ໂມງ.

ມັນ​ແຕ່​ເລີ່ມ​ກິນ​ອາ​ຫານ​ຄຳ​ທຳ​ອິດ​ລົງ​ໄປ 12 ຊົ່ວ​ໂມງ,​ໄສ້​ອ່ອນ​ຈິ່ງ​ເລີ່ມ​ລະ​ບາຍ​ສິ່ງ​ປະ​ຕິ​ກູນ​ອອກ.

ທ່ານ​ຜູ່​ຟັງ​ທີ່​ໂຄ​ລົບ,ປະ​ຈຸ​ບັນ​ແມ່ນ​ຍຸກ​ສະ​ໄຫມ​ອະ​ວະ​ກາດ,ນັກ​ບິນ​ອະ​ວະ​ກາດ​ຂັບ​ເຮືອ​ເຫາະ​ຈັກ​ກະ​ວານ​ເຂົ້າ​ສູ່​ອະ​ວະ​ກາດ,ມັນ​ບໍ່​ແມ່ນ​ເລື້ອງ​ປະ​ຫຼາດ​ຫຍັງ​ອີກ​ແລ້​ວ,​ແຕ່​ຄົນ​ເຮົາ​ຕ່າງ​ສົນ​ໃຈ​ນຳ​ບັນ​ຫາ​ທີ່​ວ່າ​ເມື່ອ​ມະ​ນຸດ​ອະ​ວະ​ກາດ​ໄປ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ອະ​ວະ​ກາດ​ນັ້ນ,ຮ່າງກາຍ​ຂອງ​ເຂົາ​ເຈົ້າ​ໄດ້​ມີ​ການ​ປ່ຽນ​ແປງ​ຫຍັງ​​ແດ່?

ຕາມ​ຂໍ້​ມູນ​ທີ່​ເຂົາ​ເຈົ້າ​ໃຫ້​ຮູ້,​ເມື່ອ​ມະນຸດ​ອະ​ວະ​ກາດ​ຢູ່​ໃນ​ຫ້ອງ​ທົດ​ລອງ​ອະ​ວະ​ກາດ​ນັ້ນ,ຍ້ອນ​ກະ​ດູກ​ສັນ​ຫລັງ​ຢຽດ​ອອກ,ຄວາມ​ສູງ​ຂອງ​ເຂົາ​ເຈົ້າຈິ່ງ​ອາດ​ຈະ​ເພີ່ມ​ຂຶ້ນ​ແຕ່ 3,5—5,5 ຊັງ​ຕິ​ແມັດ,ຍ້ອນ​ອະ​ໄວ​ຍະ​ວະ​ໃນ​ການ​ເຄື່ອນ​ຂຶ້ນມາ​ທາງ​ເທິງ,​​ແອວ​ເຂົາ​ເຈົ້າ​ຈິ່ງ​ອາດ​ຈະ​ກິ່ວ​ເຂົ້າ 7- 8 ຊັງ​ຕິ​ແມັດ,ກົກ​ຂາ​ແລະ​ບີ​ແຄ່ງ​ກໍ່​ຈະ​ລີບ​ເຂົ້າ,ມູນ​ເຫດ​ແມ່ນ​ຍ້ອນ​ກ້ອນ​ຊີ້ນ​ແຄ່ງ​ຂາ​ບັງຄັບ​ໃຫ້​ເລື​ອດ​ແລະ​ຂອງ​ແຫຼວ​ໄຫຼ​ຂຶ້ນ​ສູ່​ຂ້າງ​ເທິງ​ຂອງ​ຮ່າຍ​ກາຍ.

ຕໍ່​ເສັ້ນ​ຜົມ​ທີ່​​ເກີດຢູ່​ເທິງ​ຫົວ​ຕົນ​ເອງ​ນັ້ນ,ຄົນ​ເຮົ​າກໍ​ມີ​ຂໍ້​ຂ້ອງ​ໃຈ​ຢູ່​ຫຼາຍ,ຜົມ​​ເສັ້ນ ແລບໆ​ຕັ້ງ​ຫຼວງ​ຫຼາຍ​ພາຍ​ມາກ​ຈົນ​ມັນ​ບໍ່​ຖ້ວນ​ນັ້ນ​,​ເຮັດ​ໃຫ້​ຄົນ​ເຮົາ​ຕັ້ງ​ບັນ​ຫາ​ຂຶ້ນຖາມ​ວ່າ,ຄົນ​ຜູ່​ຫນຶ່ງ​ແມ່ນ​ມີ​ຜົມ​ຈັກ​ເສັ້ນ​ກັນ​ແທ້?

ຄຳ​ຕອບ​ກໍ​ແມ່ນ​ຄົນ​ທຳ​ມະ​ດາ​ມີ​ຜົມ​ຢູ່​ປະມານ 1 ​ແສນ​ເສັ້ນ,ສ່ວນ​ຄົນ​ຜົມ​ແດງ​ອາດ​ຈະ​ມີ​ຜົມ​ຫນ້ອຍ​ກວ່າ​ຄື​ຢູ່​ໃນ​ປະມານ 9 ​ຫມື່ນ​ເສັ້ນ,ສ່ວນ​ຄົນ​ຜົມ​ສີ​ທອງ​ນັ້ນ​ມີ​ຜົມ​ຫຼາຍ​ກວ່າ​ຈັກ​ຫນ້ອຍ​ຄື​ມີ​ປະ​ມານ 1 ​ແສນ 4 ​ຫມື່ນ​ເສັ້ນ,​ໃນ​ເວ​ລາ​ຫວີ​ຜົມ​ແຕ່​ລະ​ມື້,ຫຼາຍໆ​ຄົນ​ອາດຈະ​ສັງ​ເກດ​ເຫັນ​ວ່າ​ມີ​ຜົມ​ຫຼົ່ນ​ທຸກ​ມື້,ສະ​ນັ້ນ,ຈິ່ງ​ສົງ​ໄສ​ວ່າ,ຜົມ​ຫຼົ່ນ​ແນວ​ຖີຄູ່​ມື້,ມັນ​ຊິ​ບໍ່​ຫມົດ​ຫວະ?ທີ່​ຈິງ​ແລ້ວ,ທ່ານ​ບໍ່​ຕ້ອງ​ຢ້ານ​ດອກ,​ເພາະ​ວ່າ​ທຳ​ມະ​ດາ​ແລ້ວ,ຜົມ​ຫຼົ່ນ​ມື້​ລະ 50 ຫາ 100 ​ເສັ້ນ​ແມ່ນ​ເປັນ​ເລື້ອງທຳ​ມະ​ດາ,​ເພາະ​ມີ​ຜົມ​ເສັ້ນ​ໃຫມ່​ປົ່ງ​ຂຶ້ນມາ​ແທນ.

ຕາ​ເວັນ​ແມ່ນ​ມີ​ການ​ພົວພັນ​ກັບ​ຊີ​ວິດ​ຂອງ​ມວນ​ມະນຸດ​ຢ່າງ​ສະ​ຫນິດ​ແຫນ້ນ​ທີ່​ສຸດ,​ເມື່ອ​ເປັນ​ແນວ​ນັ້ນ,ຄົນ​ເຮົາ​ຈິ່ງ​ຢາກ​ຮູ້​ວ່າ,​ໃນ​ດວງ​ຕາ​ເວັນ​ນັນມັ້ນ​ມີ​ຫຍັງ​ແດ່?ມັນ​ມີ​ຄວາມ​ຮ້ອນ​ແຮງ​ປານ​ໃດ​ແລະ​ມັນ​ຈະ​ດັບມອດ.

ຕາມ​ການຄົ້ນຄວ້າ ດວງ​ຕາ​ເວັນ​ແມ່ນ​ອາຍ​ຮ້ອນ​ເປັນ​ອຸ້ມ​ລຸ້ມຢູ່​ກ້ອນ​ຫນຶ່ງ,ຕົ້ນ​ຕໍ​ແມ່ນ​ອາຍ​ອິດ​ໂດຼ​ແຊນ,ປະມານ 73% ​ແລະ​ອາຍ​ເຮ​ລຽມ 25% ອູ​ນຫະພູມ​ຢູ່​ໃຈກາງ​ດວງ​ຕາ​ເວັນ​ຮ້ອນ​ປະມານ 15 ລ້ານ​ອົງ​ສາ​ຊັງ​ຕີ​ກະ​ລາດ,ອູນ​ຫະ​ພູມ​ຢູ່​ວົງ​ນອກ​ຮ້ອນ​ປະ​ມານ 5 ​ພັນ 5 ຮ້ອຍ​ອົງ​ສາ​ຊັງ​ຕີ​ກະ​ລາດ,ອີກ 5 ຕື້​ປີ ດວງ​ຕາ​ເວັນ​ກໍ່ຈະ​ເຮັດ​ໃຫ້​ອາຍ​ອິດ​ໂດຼ​ແຊນ​ໄຫ​ມ້ຈົນ​ຫມົດ​ແລ້ວ​ກາຍ​ເປັນ​ອາຍ​ເຮ​ລຽມ ດວງ​ຕາ​ເວັນ​ກໍ່​ຈະ​ກາຍ​ເປັນ​ກ້ອນ​ແດງ​ອັນ​ມະ​ຫຶ​ມາ​ກ້ອນ​ຫນຶ່ງ,​ເຊິ່ງ​ອາດ​ຈະ​ໃຫຍ່​ອອກ​ຈົນ​ກາຍ​ໂຄ​ຈອນ​ຂອງ​ຫນ່ວຍ​ໂລກ​ແລ້ວ​ເຜົາ​ຫນ່ວຍ​ໂລກ​ພວກ​ເຮົາ​ຈົນ​ກາຍ​ເປັນ​ເທົ່າ​ຖ່ານ​ຈົນ​ບໍ່​ມີ​ສິ່ງ​ທີ່​ມີ​ຊີວິດ​ອີກ.​

ທ່ານ​ຜູ່​ຟັງ​ທີ່​ໂຄລົບ,ຍັງ​ມີ​ຄົນ​ຖາມ​ວ່າ,​ແມງ​ທຳລາຍ​ຮ້າຍ​ແຮງ​ກວ່າ​ຫມູ່​ຢູ່​ໃນ​ໂລກ​ນີ້​ແມ່ນ​ແມງ​ຫຍັງ?​ຕາມ​ເຈົ້າ​ຫນ້າ​ທີ່​ຄົ້ນ​ຄວ້າ​ເວົ້າວ່າ,​ເທົ່າ​ທີ່​ຮູ້,ຕັກ​ແຕນ​ທະ​ເລ​ຊາຍ​ອາດ​ຈະ​ແມ່ນ​ຈຳ​ນວນ​ແມງ​ທີ່​ທຳ​ລາຍ​ຮ້າຍ​ແຮງ​ກວ່າ​ຫມູ່​ຢູ່​ໃນ​ໂລກ.ຕັກ​ແຕນ​ເຫຼົ່າ​ນີ້​ມັກ​ຢູ່​ຕາມ​ເຂດ​ແຫ້ງ​ແລ້ງ​ແລະ​ເຄິ່ງ​ແຫ້ງ​ແລ້ງ​ແລະ​ເຄິ່ງ​ແຫ້ງ​ແລ້ງ​ໃນ​ອາ​ຟຼິ​ກາ ​ໃນ​ພາກ​ຕາ​ເວັນ​ອອກ​ກາງ​ແລະ​ອິນ​ເດຍ.ຕັກ​ແຕນ​ທະ​ເລ​ຊາຍ​ປະ​ເພດ​ນີ້ກິນ​ພຶດ​ຫຼາຍ​ທີ່​ສຸດ,ຝູງ​ຫນຶ່ງ​ມື້​ຫນຶ່ງ​ມັນ​ອາດ​ກິນ​ພືດ​ຫມົດ​ຕັ້ງ 2 ຫມື່ນ​ໂຕນ.

ຍັງ​ມີ​ຄົນ​ຖາມ​ວ່າ,ພະ​ຍາດ​ທີ່​ມັກ​ເປັນ​ດຸກ​ວ່າ​ຫມູ່​ແມ່ນ​ພະ​ຍາດ​ຫຍັງ?​ຕາມ​ສະ​ຖິ​ຕິ,ພະ​ຍາດ​ຕິດ​​ແປດ​ທີ່​ມັກ​ເກີດ​ເລື້ອ​ຍ​ແມ່ນ​ເປັນ​ວັດ​ຂີ້​ມູກ​ຍ້ອຍ,ສ່ວນ​ພະຍາດ​ທີ່​ບໍ່​ຕິດ​​ແປດ​ທີ່​ມັກ​ເກີດ​ນັ້ນ​ແມ່ນ​ເຈັບ​ແຂ້ວ,ຄົນ​ທີ່​ວ່າ​ເຈັບ​ແຂ້ວ​ຕະ​ຫຼອດ​ຊີ​ວິດ​ນັ້ນ​ແມ່ນ​ມີ​ຫນ້ອຍ​ທີ່​ສຸດ.