|
 |
(GMT+08:00)
2006-04-04 15:22:47
|
 |
ທ່ານຮຸຍລຽງຢູ້ພົບປະເຈົ້າຍິງສີຣິນທອນ
cri
Author: cai
ຕາມຂ່າວສານຊີນຮວາ:ວັນທີ 3 ເມສາ,ຢູ່ປັກກິ່ງ,ທ່ານຮຸຍລຽງຢູ້ ຮອງນາຍົກລັດຖະມົນຕີຈີນໄດ້ພົບປະສົມເດັດມະຫາຈະກຼີ ສີຣິນທອນ ເຈົ້າຍິງລາຊະອະນາຈັກໄທທີ່ສະເດັດມາຢ້ຽມຢາມຈີນ.
ຕາງໜ້າລັດຖະບານຈີນ,ທ່ານຮຸຍລຽງຢູ້ຍິນດີຕ້ອນຮັບເຈົ້າຍິງສີຣິນທອນສະເດັດຢ້ຽມຢາມຈີນອີກ,ໄດ້ຊົມເຊີຍເຈົ້າຍິງສີຣິນທອນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກັນແລະມິດຕະພາບລະຫວ່າງປະຊາຊົນຈີນໄທໃນຫຼາຍປີມານີ້.ທ່ານເຊື່ອວ່າ,ໃຕ້ຄວາມເອົາໃຈໃສ່ແລະການສະໜັບສະໜູນຂອງຜູ້ນຳສອງປະເທດ,ການພົວພັນລະຫວ່າງຈີນກັບໄທຍ່ອມຈະໄດ້ຮັບການຂະຫຍາຍຕົວໃຫຍ່ກວ່າເກົ່າ.
ເຈົ້າຍິງສີຣິນທອນຊົງກ່າວວ່າ,ໃນການສະເດັດຢ້ຽມຢາມຈີນແຕ່ລະເທື່ອ,ສົມເດັດກໍ່ສະເດັດເຫັນການປ່ຽນແປງຢ່າງມະຫາສານຂອງຈີນດ້ວຍຄວາມປິຕິຊົມຊື່ນ.ເທື່ອນີ້,ສົມເດັດຈະສະເດັດໄປທັດສະນະສຶກສາຢູ່ເຂດແຄມທະເລພາກຕາເວັນອອກສຽງໃຕ້ຂອງຈີນອີກ,ເພື່ອເພີ່ມທະວີຄວາມເຂົ້າໃຈຈີນຕື່ມອີກ.
ໂດຍຕອບສະໜອງຄຳເຊີນຂອງລັດຖະບານຈີນ,ເຈົ້າຍິງສີຣິນທອນສະເດັດຢ້ຽມຢາມຈີນແຕ່ວັນທີ 3 ຮອດວັນທີ 13 ເມສາ.
|
|
|