ຕາມຂ່າວCRI: ວັນທີ 4 ເມສາ, ສື່ມວນຊົນໄທລາຍງານວ່າ, ສະຖິຕິເບື້ອງຕົ້ນຂອງການເລືອກຕັ້ງທົ່ວໄປຂອງໄທສະແດງໃຫ້ເຫັນວ່າ, ພັກໄທຮັກໄທທີ່ນຳພາໂດຍທ່ານທັກສິນ ຊິນນະວັດ ນາຍົກລັດຖະມົນຕີຮັກສາການຂອງໄທຊີງໄດ້ 459 ທີ່ນັ່ງໃນ 500 ທີ່ນັ່ງຂອງສະພາຜູ່ແທນລາຊະດອນ, ໄດ້ຮັບໄຊຊະນະແນ່ນອນແລ້ວ.
ຕາມຂ່າວແຈ້ງວ່າ, ພັກໄທຮັກໄທຊີງໄດ້ 360 ທີ່ນັ່ງໃນ 400 ເຂດເລືອກຕັ້ງທີ່ມີຜູ່ສະໝັກຮັບເລືອກຕັ້ງພຽງຜູ່ດຽວ ແລະ 99 ທີ່ນັ່ງໃນ 100 ເຂດລະບອບຈົດທະບຽນຊື່ພັກການເມືອງ.
ໃນເວລາໃຫ້ສຳພາດຕໍ່ໂທລະພາບໃນຕອນຄ່ຳວັນທີ 3 ເມສາ, ທ່ານທັກສິນ ຊິນນະວັດກ່າວວ່າ, ພັກໄທຮັກໄທທີ່ນຳພາໂດຍທ່ານນັ້ນ ໄດ້ບັດເລືອກຕັ້ງ 16 ລ້ານບັດຈາກ 28 ລ້ານບັດ, ອັດຕາລື່ນກາຍ 57%.
ນັບມາຮອດຕອນທ່ຽງວັນທີ 4 ເມສາ, ຄະນະກຳມະການເລືອກຕັ້ງຂອງໄທຍັງບໍ່ທັນໄດ້ປະກາດຜົນການເລືອກຕັ້ງທົ່ວໄປ. ມື້ດຽວກັນ ຄະນະກຳມະການເລືອກຕັ້ງຂອງໄທປະກາດວ່າ, ຈະຈັດການເລືອກຕັ້ງເພີ່ມເຕີມໃນ 39 ເຂດທີ່ບໍ່ໄດ້ເລືອກຕັ້ງອອກສະມາຊິກສະພາໃນວັນທີ 9 ເມສາ.
ລັດຖະທຳມະນູນໄທໄດ້ລະບຸໄວ້ວ່າ, ຢູ່ເຂດເລືອກຕັ້ງທີ່ມີຜູ່ສະໝັກຮັບເລືອກຕັ້ງພຽງຜູ່ດຽວ, ຜູ່ສະໝັກຮັບເລືອກຕັ້ງຕ້ອງໄດ້ບັດເລືອກຕັ້ງ 20% ຂຶ້ນໄປຈຶ່ງຖືວ່າໄດ້ຮັບການເລືອກຕັ້ງ; ມີແຕ່ສະມາຊິກສະພາ 500 ທ່ານໄດ້ເລືອກຕັ້ງກຳເນີດຂຶ້ນທັງໝົດແລ້ວ ຈຶ່ງສາມາດໄຂກອງປະຊຸມສະພາຜູ່ແທນລາຊະດອນຄັ້ງປະຖົມມະເລີກຫາລືການປະກອບຄະນະລັດຖະບານໄດ້.
|