ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-04 16:50:18    
ຜູ່​ລົງທຶນ​ແບບ​ສ່ຽງ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ຊົມ​ຊອບ​ວິ​ສາ​ຫະ​ກິດ​ເຕີບ​ໂຕ​ໄວ​ຂອງ​ຈີນ(ສຽງ)

cri Author: LM

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ​ໃນຫຼາຍປີ​ມໍ່ໆ​ມາ​ນີ້, ຄຽງ​ຄູ່​ກັບ​ເສດຖະກິດ​ຈີນ​ໄດ້​ພັດ​ທະ​ນາ​ຢ່າງ​ສືບ​ເນື່ອງ​ແລະ​ໝັ້ນທ່ຽງ, ​​ປີ​​ໃດກໍ່​ມີ​ວິ​ສາ​ຫະກິດ​ໃໝ່ຕັ້ງຂຶ້ນ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ໃນ​ນັ້ນ ມີວິ​ສາ​ຫະກິດງວດ​ໜຶ່ງ​ທີ່​ເຕີບ​ໂຕ​ໄວ​​ແລະ​ຈະ​ໄດ້ຜົນ​ກຳ​ໄລ​ດີ​ໃນອະ​ນາ​ຄົດ​ແລະ​​ມີ​ອະນາ​ຄົດ​​ກວາງ​ໄກແຫ່ງການ​ພັດທະນານັ້ນ ​ໄດ້​ຮັບ​ຄວາມ​ຊົມ​ຊອບ​ຈາກ​ອົງການ​ລົງທຶນ​ແບບ​ສ່ຽງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ, ຕົວຢ່າງ​ຄື ບໍລິສັດ​ເຄືອ​ຂ່າຍ​ໄປ​ຕູ້ ​ເຊິ່ງ​ເປັນ​​ເຄືອ​ຂ່າຍ​ຊ່ອຍ​ຊອກທາງພາສາ​ຈີນທີ່​ມີ​ຊື່​ສຽງ​ດົ່ງ​ດັງ ​ແລະ​ບໍລິສັດ​ເອ​ເລັກ​ໂຕຼນິກຈົ່ງ​ຊິ່ງທີ່​ຄົ້ນ​ຄວ້າ​ແຜ່ນ​ຊິ​ບ ສາລະພັດ​ສື່ດີ​ຈີ​ຕອນ​ເປັນຕົ້ນລ້ວນ​ແຕ່​ໄດ້​ທຶນ​ຈາກ​ຜູ່​ລົງທຶນ​ແບບ​ສ່ຽງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ. ​ໃນ​ລາຍການ​​ແຈ້ງ​ຂ່າວເສດຖະກິດ​ຈີນ​ພາກ​ນີ້, ພວກ​ເຮົາ​ຈະ​ສະ​ເໜີ​ສະ​ພາບ​ການ​ຜູ່​ລົງທຶນ​ແບບ​ສ່ຽງ​ຂອງ​ຈີນ​ແລະ​ຕ່າງປະ​ເທດລົງທຶນ​ໃນ​ວິ​ສາ​ຫະກິດ​ເຕີບ​ໂຕ​ໄວ​ຂອງ​ຈີນ​.

​ເຂດ​ວິ​ທະຍາ​ສາດເຕັກ​ໂນ​ໂລ​ຢີຈົ່ງ​ກ່ວນຊຸນປັກ​ກິ່ງ​ແມ່ນ​ສູນ​ປະດິດ​ສ້າງ​ວິທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີທີ່​ສຳຄັນ​ກວ່າ​ໝູ່​ຂອງ​ຈີນ. ​ປັດຈຸບັນ, ຢູ່​​ເຂດ​ຈົ່ງ​ກ່ວນ​ຊຸນມີ​ວິ​ສາ​ຫະ​ກິດ 1 ໝື່ນ 7000 ​ແຫ່ງ, ​ໃນ​ນັ້ນ ສ່ວນຫຼາຍຢູ່​ໃນ​ໄລຍະ​ປະດິດ​ສ້າງຂັ້ນ​ຕົ້ນຫຼືຢູ່​ໃນ​ໄລຍະ​ເຕີບ​ໂຕ. ​ໃນ​ວິ​ສາ​ຫະກິດ​ເຕີບ​ໂຕ​ໄວ​ກວ່າ​ໝູ່ 50 ​ແຫ່ງ​ຂອງ​ຂະ​ແໜງ​ການ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ແຜ່ນ​ດິນ​ໃຫຍ່​ຈີນ, ມີ 40% ຂຶ້ນ​ໄປ​ແມ່ນ​ຢູ່​ໃນ​ເຂດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີຈົ່ງ​ກ່ວນ​ຊຸນ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ໂກ​ຫົງ ຮອງ​ປະທານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ເຂດ​ວິ​ທະ​ຍາສາດ​ເຕັກ​ໂນ​ໂລ​ຢີຈົ່ງ​ກ່ວນ​ຊຸນກ່າວ​ວ່າ, ​ໃນ 2 ປີ​ຜ່ານມາ​, ​ເຂດນີ້​ມີ​ວິ​ສາ​ຫະ​ກິດ​ຕັ້ງ​ຂຶ້ນ​ໃໝ່ 4000 ​ແຫ່ງ​ຕໍ່​ປີ, ​ໃນ​ນັ້ນ ວິ​ສາ​ຫະກິດ​ລາຍ​ຮັບ​ຈາກ​ການຈຳ​ໜ່າຍ​ລື່ນ​ກາຍ 100 ລ້ານ​ຢວນທີ່​ເພີ່ມ​ຂຶ້ນ​ໃໝ່​ນັ້ນ ມີ​ເຖິງ 100 ​ແຫ່ງ​ສະ​ເລ່ຍຕໍ່​ປີ, ວິ​ສາ​ຫະ​ກິດ​ລາຍ​ຮັບ​ຈາກ​ການ​ຈຳ​ໜ່າຍ​ລື່ນ​ກາຍ 100 ລ້ານຢວນນັ້ນ ມີ​ປະມານ 600 ​ແຫ່ງ, ຜົນ​ງານ​ທຸ​ລະ​ກິດ​ຂອງ​ວິ​ສາ​ຫະ​ກິດ​ເຕີບ​ໂຕ​ໄວ​ໄດ້​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ, ນີ້​ໄດ້​ດຶງ​ດູດ​ອົງ​ການ​ລົງ​ທຶນ​ແບບ​ສ່ຽງ​ຂອງ​ຕ່າງປະ​ເທດ​ມາ​ລົງທຶນ. ທ່ານ​ໂກ​ຫົງ​ເວົ້າຕໍ່​ນັກ​ຂ່າວ​ວ່າ: ຕົວ​ເລກ​​ໃນ​ບົດ​ລາຍ​ງານ​ກ່ຽວ​ກັບການ​ລົງທຶນ​ຕັ້ງວິ​ສາ​ຫະກິດ​ໃໝ່​ຂອງ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ​ກາຍ​ນີ້, ປັກ​ກິ່ງ​ມີ​ວິ​ສາ​ຫະກິດ 72 ​ແຫ່ງ​ໄດ້​ດຶງ​ດູດ​ທຶນ​ຕັ້ງວິ​ສາ​ຫະກິດ​ຈາກ​ຕ່າງປະ​ເທດ 378 ລ້ານ​ໂດ​ລາ​ສະຫະລັດ, ຄອງ​ອັນ​ດັບ​​ໜຶ່ງ​ຂອງຈີນ.

​ໃນຫຼາຍປີ​ມໍ່ໆ​ມາ​ນີ້, ​ອິນ​ເຕີ​ເນັດ ​ໂທລະ​ຄົມ​ເຄື່ອນ​ທີ່​ແລະ​ຊອຟ​ແວ​ຂອງ​ຈີນ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ​ໃນ​ນັ້ນວິ​ສາ​ຫະກິດ​ເຕີບ​ໂຕ​ໄວ​ທີ່​ປະກົດ​ຕົວ​ຢ່າງຫຼວງ​ຫຼາຍ​ນັ້ນ​ໄດ້​ດຶງ​ດູດ​ສາຍຕາ​ຂອງ​ອົງການ​ລົງທຶນ​ແບບ​ສ່ຽງ​ຂອງ​ຕ່າງປະ​ເທດ, ກາຍ​ເປັນ​ຈຸດ​ໜັກ​ການ​ລົງ​ທຶນ​ຂອງ​ພວກ​ເຂົາ​ເຈົ້າ. ​ໂດຍ​ໄດ້ມອງ​ເຫັນ​ອະນາຄົດ​ອັນ​ດີງາມ​ທີ່​ຈະ​ໄດ້​ຮັບ​ການ​ຕອບ​ແທນ​ອັນ​ມະ​ຫາສານ, ອົງການ​ລົງທຶນ​ແບບ​ສ່ຽງ​ຂອງ​ຕ່າງປະ​ເທດ​ໄດ້​ພາກັນ​ເຂົ້າສູ່​ຕະຫຼາດ​ຈີນ, ສະ​ແຫວ​ງຫາ​ວິ​ສາ​ຫະກິດ​ທີ່​ມີ​ຄວາມ​ສາມາດບົ່ມ​ຊ້ອນ​ໃນ​ການ​ພັດທະນາ.

ກຸ່ມ​ຕົວ​ເລກ​ສາກົນ​ອາ​ເມ​ລິ​ກາຫຼື IDG ​ແມ່ນອົງກາ​ນລົງທຶນ​ແບບ​ສ່ຽງ​ສາກົນທີ່​ເຂົ້າ​ຕະ ຫຼາດ​ຈີນ​ກ່ອນ​​ໝູ່. ຕັ້ງ​ແຕ່​ເຂົ້າສູ່​ຕະຫຼາດຈີນ​ເມື່ອ​ປີ 1992 ​ເປັນຕົ້ນມາ, ​ບໍລິ​ສັດ​ດັ່ງ​ກ່າວ​ໄດ້​ລົງ​ທຶນ​ໃສ່​ວິ​ສາ​ຫະກິດ​ຈີນ 150 ​ກວ່າ​ແຫ່ງ, ຕົ້ນຕໍ​ລົງທຶນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ທີ່​ເຕີບ​ໂຕ​ໄວ. ທ່ານ​ລີ​ຈ້ຽນກວ່າ​ງ ຮອງ​ປະທານ​ມູນ​ນິທິ​ລົງທຶນ​ປະດິດ​ສ້າງ​ເຕັກ​ໂນ​ໂລ​ຢີ​ຂອງ​ກຸ່ມ IDG ​ເວົ້າຕໍ່​ນັກ​ຂ່າວ​ວ່າ: ຂົງ​ເຂດ​ລົງ​ທຶນຂອງ​ພວກ​ຂ້າພະ​ເຈົ້າ​ຕົ້ນ​ຕໍ​ແມ່ນ​ຂົງ​ເຂດ IT. ຂົງ​ເຂດ​ທີ​ໜຶ່ງ​ແມ່ນ​ອິນ​ເຕີ​ເນັດ. ຂົງ​ເຂດ​ທີ​ສອງ​ແມ່ນ​ທຸລະ​ການ​ທີ່​ມີ​ມູນ​ຄ່າ​​ເພີ່ມ​ໃນ​​ເຄືອ​ຂ່າຍໂທລະ​ຄົມ​ເຄື່ອນ​ທີ່. ຂົງ​ເຂດ​ທີ​ສາມ​ແມ່ນ​ຊອຟ​ແວ. ຂົງ​ເຂດ​ທີ​ສີ່​ແມ່ນ​ການ​ບໍລິການ​ແລະ​ເຕັກໂນ​ໂລ​ຢີດ້ານ​ໂທລະ​ຄົມ. ​ແຕ່​ກ່ອນ ກອງ​ທຶນ​ພວກ​ຂ້າ​ພະ​ເຈົ້າ​ມີ 90% ຂຶ້ນ​ໄປ​​ໄດ້ລົງທຶນ​ໃນ 4 ຂົງ​ເຂດ​ດັ່ງກ່າວ.

ທ່ານ​ລີ​ຈ້ຽນກວ່າ​ງກ່າວ​ວ່າ, ການ​ລົງທຶນ​ແບບ​ສ່ຽງຢູ່​ຈີນ​ ອັດຕາ​ຄ່າ​ຕອບ​ແທນ​ສູງ​ເຖິງ 40%, ສູງ​ກວ່າ​ການ​ລົງທຶນ​​ຂອງ​ກຸ່ມ IDG ຢູ່​ອາ​ເມ​ລິ​ກາຫຼາຍ​ເຕີບ. ​ໃນ 3-4 ປີ​ຂ້າງ​ໜ້າ, ກຸ່ມ IDG ຍັງ​ຈະ​ລົງ​ທຶນ​ຢູ່​ຈີນ 500 ລ້ານ​ຮອດ 600 ລ້ານ​ໂດ​ລາ​ສະຫະລັດ​ອີກ.

​ປັດຈຸບັນ ອົງການ​ລົງທຶນ​ແບບ​ສ່ຽງ​ສາກົນ​ທີ່​ດຳ​ເນີນ​ທຸລະ​ກິດ​ຢູ່​ຈີນ​ມີ​ປະມານ 30 ກວ່າ​ແຫ່ງ, ກຸ່ມ​ວີ​ຮາ​ເປີ ຊອຟ​ແບງ​ຍີ່ປຸ່ນ​ແລະ​ກຸ່ມ​ໂກນ​ດ໌​ແມນ​ຊາສ໌​ກໍ່​ມີ​ທຸລະ​ກິດອ່າວ​ຄຶກ​ຄັກ. ພວກ​ເຂົາ​ເຈົ້າ​ເຄື່ອນ​ໄຫວຢູ່​ເຂດ​ເສດຖະກິດ​ອ່າວ​ຄຶກຄັກ​​ແລະ​ເຂດ​ວິທະຍາສາດ​​ເຕັກ​ໂນ​ໂລ​ຢີ​ຂອງ​ຈີນ, ລົງ​ທຶນ​ແລະ​​ເອົາ​ໃຈ​ໃສ່​ໂຄງການທີ່ມີ​ອະນາຄົດ​ການ​ພັດທະນາ​ດີ​. ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທີ່​ອົງ​ການ​ລົງທຶນ​ແບບ​ສ່ຽງ​ສາກົນ​ເຫີ່​ກັນ​ມາ​ລົງທຶນ​ແລ້ວ.

ວິ​ສາ​ຫະກິດ​ເຕີບ​ໂຕ​ໄວ​ຂອງ​ຈີນ​ບໍ່​ພຽງ​ແຕ່​ໄດ້​ດຶງ​ດູດການ​ລົງ​ທຶນ​ແບບສ່ຽງ​ຈາກ​ຕ່າງ​ປະ​ເທດ​ທໍ່​ນັ້ນ, ຍັງ​ມີ​ກຳລັງ​ແຮງ​ອັນ​ມະຫາສານທີ່​ດຶງ​ດູດ​ຜູ່​ລົງທຶນ​ແບບ​ສ່ຽງ​ຂອງ​ຈີນ​ອີກ​ດ້ວຍ. ບໍ​ລິສັດອິນ​ໂຟ​ເທັກສ໌ລົງທຶນ​ຕັ້ງວິ​ສາ​ຫະກິດ​​ຈຳກັດ​ແມ່ນ​ບໍລິສັດ​ລົງທຶນ​ແບບ​ສ່ຽງ​ແຫ່ງ​ໜຶ່ງ​ຂອງ​ຈີນທີ່​ສ້າງຕັ້ງຂຶ້ນ​ເມື່ອ​ປີ 2000, ລົງທຶນສະ​ເພາະ​ແຕ່​ຂົງ​ເຂດຂໍ້​ມູນ​ຂ່າວສານ​ເຕັກ​ໂນ​ໂລ​ຢີ ​ເຊັ່ນ ວົງ​ຈອນ​ໄຟຟ້າ IC ຊອຟ​ແວ​ ​ຊີກ​ສ່ວນ​ແລະ​ອາ​ໄຫຼ່​ເປັນຕົ້ນ. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ, ທ່ານ​ໂຈ່​ວ ນິງ ຮອງ​ຜູ່​ອຳນວຍ​ການ​ໃຫຍ່​ບໍລິສັດ​ດັ່ງກ່າວ​ເວົ້າວ່າ: ທາງບໍລິສັດ​ໄດ້​ລົງທຶນ​​ເຂົ້າໃນ​ບາງ​ໂຄງການ​ແລ້ວ, ​ໃນ​ນັ້ນມີ​ໂຄງການ​ໜຶ່ງ​ໄດ້​​ເຂົ້າ​ຕະ​ຫຼາດ​ຫຼັກ​ຊັບ​ນາ​ສ໌ດາກຢ່າງ​ສຳ​ເລັດ​ຜົນ​ໃນ​ປີ​ກາຍ, ​ໂຄງການ​ນັ້ນ​ແມ່ນ​ບໍລິສັດ​ອອກ​ແບບ​​ແຜ່ນ​ຊິບ, ບໍ​ລິ​ສັດ​ນີ້ແມ່ນ​ບໍລິສັດ​ອອກ​ແບບ​ແຜ່ນ​ຊິ​ບຈີນ​ແຫ່ງ​ທຳ​ອິດ​ທີ່​ເຂົ້າຕະຫຼາດ​ຫຼັກ​ຊັບ​ນາສ໌​ດາກ.

ບໍລິສັດ​​ແຜ່ນຊິ​ບທີ່​ບໍລິສັດ​ອິນ​ໂຟ​ເທັກລົງທຶນຕັ້ງຂຶ້ນ​ນັ້ນ ​ກໍແມ່ນ​ບໍລິສັດ​ເອ​ເລັກ​ໂຕຼ​ນິກ​ຈົ່ງ​ຊິ່ງ​ທີ່​ເຂົ້າຕະຫຼາດຫຼັກຊັບ​ນາສ໌ດາກ​ອາ​ເມ​ລິ​ກາ​ໃນ​ທ້າຍ​ປີ​ກາຍ, ​ແຜ່ນ​ຊິ​ບສາລະ​ພັດ​ສື່​ດີ​ຈີ​ຕອນ​ທີ່​ບໍລິສັດ​ດັ່ງກ່າວ​ຄົ້ນຄວ້າ​ຜະລິດ​ນັ້ນ ​ໄດ້​ຮັບ​ລາງວັນ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ກ້າວ​ໜ້າ​ລະດັບ​ຊາດຊັ້ນທີ​ໜຶ່ງ​ຂອງ​ຈີນ​ໃນ​ປີ 2004, ​ແມ່ນບໍລິສັດ​ຕົວ​ແທນ​​ຂອງ​ວິ​ສາ​ຫະ​ກິດ​ເຕີບ​ໂຕ​ໄວ​ຂອງ​ຈີນ. ຕັ້ງ​ແຕ່​ສ້າງຕັ້ງຂຶ້ນ​ເມື່ອ​ປີ 1999 ​ເປັນຕົ້ນມາ, ​ຜະລິດ​ຕະພັນ​ຂອງ​ບໍລິສັດ​ດັ່ງກ່າວ​ໄດ້​ກວມໂກ​ຕາ​ໃນຕະຫຼາດ​ໂລກ 70% ຂຶ້ນ​ໄປ.

ປັດຈຸບັນ, ອົງການ​ລົງທຶນ​ແບ​ບສ່ຽງ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​ພວມ​ຕັ້ງໜ້າ​ຊອກ​ໂອກາດ​ລົງ​ທຶນ​ຢູ່ນອກ​ຂົງ​ເຂດ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ​ແລະ​ພາກັນ​ປັບປຸງ​ຍຸດ​ໂທ​ບາຍ​ແລະ​ທ່າ​ອ່ຽງ​ຂອງການ​ລົງທຶນ. ຕົວຢ່າງ​ຄື ກຸ່ມ IDG ນອກຈາກ​ສືບ​ຕໍ່ລົງທຶນ​ໃນຂະ​ແໜງ​ການ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ແລ້ວ, ​ໃນ 2 ປີ​ມາ​ນີ້ ຍັງ​ໄດ້​ຂະຫຍາຍ​ຂອບ​ເຂດ​ລົງທຶນ​ໄປ​ຮອດ​ຂະ​ແໜງ​ການ​ລື້​ນ​ເລີງ​ເປັນຕົ້ນ, ສ່ວນ​ບໍລິສັດ​ລົງທຶນ​ອິນ​ໂຟ​ເທັກກໍ່​ເລີ່​ມ​ໃສ່​ໃຈ​ນຳ​ໂຄງການ​ຈຳນວນ​ໜຶ່ງ​ໃນ​ຂົງ​ເຂດ​ພະລັງງານ​ໃໝ່ ອຸປະກອນ​ໃໝ່​ແລະ​ຢຸກຢາ​ຊີວະ​ພາບ​ເປັນຕົ້ນ.

​ໃນ​ຂະນະ​ທີ່​ຜູ່​ລົງທຶນ​ແບບ​ສ່ຽງ​ຊົມ​ຊອບ​ວິ​ສາ​ຫະກິດ​ຈີນ​ນັ້ນ, ​ເຂດ​ອຸດສາຫະ​ກຳ​ໄຮ​ເທັກ​ຈີນຫຼາຍ​ແຫ່ງກໍ່​ພວມ​ພະຍາຍາມ​ດຶງ​ດູດ​ການ​ລົງທຶນ​ແບບ​ສ່ຽງ​ໃຫ້​ໄດ້​ຫຼາຍ​ກວ່າ​ເກົ່າ​. ກໍ່​ຄື​ກັນ​ກັບ​ເຂດ​ວິທະຍາສາດ​ເຕັກ​ໂນ​​​ໂລ​ຢີຈົ່ງ​ກ່ວນຊຸນປັກ​ກິ່ງ, ​ເຂດ​ວິ​ທະ​ຍາ​ສາດ​ໄຮ​ເທັກ​ຊຽງ​ໄຮ້​ກໍ່​ພວມ​ຄົ້ນຄວ້າ​ແລະ​ຊອກ​ຫາ​ຊ່ອງ​ທາງ​ລົງທຶນ​ແບບ​ສ່ຽງ​ໃນ​ການ​ສ້າງ​ສາ​ພັດ​ທະນາ, ​ເພີ່ມ​ທັດສະນະ​ຄະຕິ​ລົງທຶນ​ແບບ​ສ່ຽງ, ສ້າງ​ສະພາບ​ແວດ​ລ້ອມ​​ໃຫ້ການ​ລົງທຶນ​ແບບ​ສ່ຽງ. ນອກຈາກ​ຕັ້ງໜ້າ​ດຶງ​ດູດ​ກາ​ນ ລົງທຶນ​ແບບ​ສ່ຽງ​ແລ້ວ, ຊຽງ​ໄຮ້​ແລະ​ປັກ​ກິ່ງ​ຍັງ​ຕັ້ງໜ້າ​ດຶງດູດ​ມູນ​ນິທິ​ປະດິດ​ສ້າງ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​ແຫ່ງ​ຊາດ ກອງ​ທຶນ​ປະດິດ​ສ້າງ​ທ້ອງ​ຖິ່ນ​ແລະ​ສ້າງຕັ້ງບໍລິສັດ​ລົງທຶນ​ຕັ້ງວິ​ສາ​ຫະກິດ​, ສະໜັບສະໜູນ​ການ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໃນຫຼາຍດ້ານ.