ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-04 18:00:50    
ແນະນຳCDແຜ່ນໃໝ່​ຂອງ​ທ່ານ​ລິວ​ເຕີ​ຮວາ

cri Author: MO




ໃນ​ລາຍການ​ມື້​ນີ້, ຂ້າພະ​ເຈົ້າຂໍ​ແນະນຳ​ເພງ​ໃນCD​ແຜ່ນ​ໃໝ່​ສຸດ​ທີ່​ຊື່ວ່າ"Ji xu tan qing" ລົມ​ເລື່ອງ​ຄວາມ​ຮັກ​ຕໍ່ ຂອງ​ທ່ານ​ລິວ​ເຕີ​ຮວາ ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຂອງ​ຮົງ​ກົງ​ຈີນ​ສູ່​ຟັງ.

ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"gong xi fa cai" ຂໍ​ໃຫ້​ລ້ຳ​ລວຍ ຂັບ​ຮ້ອງ​ໂດຍ​ທ່ານ​ລິວ​ເຕີ​ຮວາ. ​ເນື້ອ​​ເພງ​ມີ​ຢູ່​ວ່າ: ຂ້ອຍ​ຂໍໃຫ້​ເຈົ້າຈົ່ງ​ລ້ຳ​ລວຍ, ຂໍ​ໃຫ້​ເດັກນ້ອຍ​ໝົດ​ທຸກ​ຄົນສະຫຼາດ, ມີ​ປັນຍາ​, ຂ້ອຍຂໍ​​ໃຫ້ທ່ານ​ທັງຫຼາຍຈົ່ງ​ຍິ້ມ​ແຍ້​ມຕະຫຼອດ, ​ຮັກ​ແພງ​ສາມັກ​ຄີ​ກັນ, ມື້​ໜ້າ​ພວກ​ເຮົາ​ຍິ່ງ​​​ເກັ່ງ​ກວ່າ​ເກົ່າ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ"gong xi fa cai" ຂໍ​ໃຫ້​ລ້ຳ​ລວຍ ​ໃນ​CD​ແຜ່ນໃໝ່​ຂອງ​ທ່ານ​ລິວ​ເຕີ​ຮວາທີ່​ຊື່ວ່າ"Ji xu tan qing". ລົມ​ເລື່ອງ​ຄວາມ​ຮັກ​ຕໍ່.

ຕໍ່​ໄປ​ເຊີນ​ຟັງ​ເພງຊື່​ດຽວ​ກັນ​ກັບCD​ແຜ່ນ​ໃໝ່​ຂອງ​ທ່ານ​ລິວ​ເຕີ​ຮວາ​ຄື​ເພງ"Ji xu tan qing". ລົມ​ເລື່ອງ​ຄວາມ​ຮັກ​ຕໍ່. ນີ້​ແມ່ນ​ເພງ​ຮັກ​ໂລ​ມັງ​ຕິກ, ​ແຕ່ງ​ຈາກ​ເລື່ອງ​"ທ້າວລຽງ​ຊານໂປກັບ​ນາງ​ຈູ້​ອິງ​ຖາ​ຍ"​ ​ນິທານຄວາມ​ຮັກ​ບູຮານ​ທີ່ອັດສະຈັນ​ຂອງ​ຈີນ. ທ່ານ​ລິວ​ເຕີ​ຮວາ​ໄດ້​ໃຊ້​ສຽງ​ເພງ​ສີ​ເສົ້າໆ, ວາດພາບ​ຄວາມ​ສຸດ​ວິ​ໄສ​ໃນ​ໃຈ​ຜູ້​ຊາຍ​ຂອງ​ສັງຄົມ​ຍຸກ​ປະຈຸ​ບັນ​ທີ່ປະສົບ​ຄວາມ​ຮັກ​ທີ່​ໜ້າສັງ​ເວດ​ແບບ"ທ້າວລຽງ​ຊານໂປກັບ​ນາງ​ຈູ້​ອິງ​ຖາຍ"​. ​ເນື້ອ​ເພງ​ມີ​ຢູ່​ວ່າ: ຂ້ອຍ​ບໍ່​ມີ​ໂຊກ​ມາ​ແຕ່​ເກີດ​ບໍ່? ຂ້ອຍ​ມັກ​ພັດ​ພາກ​ຈາກ​ກັນ​ແທ້​ບໍ່? ຂ້ອຍ​ຈະຕ້ອງ​ຊິງ​ຄວາມ​ເປັນຄວາມ​ຕາຍ​ແທ້​ບໍ່? ທ້ອງຟ້າ​ໃຫຍ່​ປານ​ນີ້, ​ແຕ່​ໃຈ​ຂ້ອຍ​ໃຫຍ່​ບໍ່​ທໍ່ມັນ, ນ້ຳຕາ​ໄຫຼປານ​ຝົນ​ຢູ່ນອກ​ປະຕູ​ໄຫຼຈົນ​ຊອດ​ແຈ້ງ. ​ໃນ​​ເຮືອນ ມີ​ແຕ່​ຂ້ອຍ​ຜູ້​ດຽວ, ​ໃຈ​ປ່ຽວພອຍ, ມີ​ແຕ່​ລືມ​ເວລາ​ນີ້, ຢາກ​​ປ່ຽນ​ເປັນ​ແມງກະ​ເບື້ອ, ສືບ​ຕໍ່ລົມ​ຄວາມ​ຮັກ​ໃນ​ດອກ​​ໄມ້.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ"Ji xu tan qing". ລົມ​ເລື່ອງ​ຄວາມ​ຮັກ​ຕໍ່.
1  2