ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-04 18:30:56    
ທ້າວ​ຢາວ​ມີງ​ໄດ້​ຖືກ​ປະ​ກວດ​ເປັນ​ນັກ​ກິ​ລາ​ຍອດ​ຢ້ຽມ​ປະ​ຈຳ​ອາ​ທິດ​ເທື່ອ​ທີ2

cri
ຕາມ​ຂ່າວສານ​ຊີນ​ຮວາ,​ໃນ​ອາທິດ​ທີ່​ຜ່ານ​ມາ,​ທ້າວ​ຢາວ​ມິງ ກອງ​ກາງ​ຂອງ​ທິມ​Rocket ​ໄດ້​ຖືກ​ປະ​ກວດເປັນ​ນັກ​ກິລາ​ຍອດ​ຢ້ຽມຂອງ​ພາກ​ຕາ​ເວັນ​ຕົກປະ​ຈຳອາ​ທິດຂອງ​ການ​ແຂ່ງຂັນ​NBA ທີ່​ໄດ້​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ2​ເມ​ສາ​ຍ້ອນ​ມີ​ການ​ປະພຶດ​ອັນ​ດີ​ເດັ່ນ​ຄື ສະ​ເລ່ຍ​ແລ້ວ​ໄດ້​33,3​ຄະ​ແນນ ອັດ​ຕາ​ໂຍນ​ບານ​ເຂົ້າ​ບ້ວງ​ສູງ​ເຖິງ​62,5%​ແລະ​ຍາດ​ໄດ້​ບານ​ກະ​ເດັນ​ຈາກ​ແປ້ນ​12,3​ເທື່ອ​ໃນ​ການ​ແຂ່ງ​ຂັນ ທຸກ​ນັດ.

ຜູ້​ທີ່​ໄດ້​ຮັບ​ນາມມະຍົດ​ນັກ​ກິລາ​ຍອດ​ຢ້ຽມ​ຂອງ​ພາກ​ຕາ​ເວັນ​ອອກ​ແມ່ນ​ທ້າວ​ແຈມສ໌ ຂອງ​ທິມຄາ​ວາ​ເລຍ.​ນີ້​ແມ່ນ​ເພິ່ນ​ໄດ້​ຮັບນາມ​ມະ​ຍົດ​ດັ່ງ​ກ່າວ​ເປັນ​ເທື່ອ​ທີ5​ໃນ​ລະ​ດູ​ການ​ແຂ່ງ​ຂັນ​ເທື່ອ​ນີ້​​ແລະ​ແມ່ນ​ເທື່ອ​ທີ8​ໃນ​ຊີວິດ​ອາຊີບ​ຂອງ​ເພິ່ນ.

ທ້າວ​ຢາວມິ​ງ​ແມ່ນ​ໄດ້​ຮັບ​ນາມ​ມະຍົດ​ດັ່ງ​ກ່າວ​ເປັນ​ເທື່ອ​ທີ2​ຂອງ​ລະດູ​ການ​ແຂ່ງ​ຂັນ​ຄັ້ງ​ນີ້​ແລະ​ກໍ່​ແມ່ນ​ຕັ້ງ​ແຕ່​ໄດ້​ເຂົ້າ​ຮ່ວມ​ລະ​ດູ​ການ​ແຂ່ງຂັນ​NBA​4​ເທື່ອ​ມານີ້,​ໃຕ້​ການ​ນຳ​ພາ​ຂອງ​ເພິ່ນ,​ໃນ​ອາທິດ​ແລ້ວ​ນີ້ທິມ​Rocket​ໄດ້​ຮັບ​ໄຊຊະ​ນະ​2ນັດ​ແລະ​ເສຍ​ໄຊ​1ນັດ.