ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-04-04 21:05:23    
ທ່ານ​ເຈຍ​ຊິ້ງ​ຫລີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ໄທ​ທຳ​ຄວາມ​ພະ ຍາ​ຍາມ​ຊຸກ​ຍູ້​ການ​ພົວ ພັນ​ສອງ​ປະ​ເທດ​ໃຫ້​ກ່າວ​ຂຶ້ນ​ຂັ້ນ​ໃດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ

cri
ຕາມ​ຂ່າວcri:ວັນ​ທີ 4 ​ເມສາ,ຢູ່​ປັກ​ກິ່ງ,​ໃນ​ເວລາ​ທ່ານ​ເຈຍ​ຊິ້ງຫລິນ ປະ​ທານ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ​ພົບ​ປະ​ເຈົ້າຍິງ​ສິລິນທອນ​ຂອງ​ໄທ​ທີ່​ມາສະ​ເດັດ​ປະພາດ​ປະ​ເທດ​ຈີນ,ທ່ານ​ກ່າວ​ວ່າ,ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ໄທ​ທຳ​ຄວາມ​ພະຍາຍາມ,ຊຸກ​ຍູ້ການ​ພົວພັນ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນ​ຂັ້ນ​ໃດ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ເຈຍ​ຊິ້ງ​ຫລິນ​ເວົ້າວ່າ,ຈີນ​ໄທ​ແມ່ນ​ປະ​ເທ​ດ​ໃກ້​ຄຽງ​ທີ່​ດີ​ຕໍ່​ກັນ,​ຕັ້ງ​ແຕ່​ສ້າງສາຍ​ສຳພັນ​ການ​ທູດ​ມາ​ນີ້,​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ເມືອງ​ເສດຖະກິດ​ແລະ​ວັດ​ທະນະ​ທຳ​ໄດ້​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ແລະ​ມີ​ປະສິດ​ທິຜົນ.ທ່ານ​ຊົງ​ເຊີຍ​ພະ​ບໍລົມ​ມະ​ວົງສາ​ນຸວົງ​ຂອງ​ໄທ​ໄດ້​ປະກອບ​ສ່ວນອັນ​ສຳຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວພັນ​ຈີນ​ໄທ​ແລະ​ມິດ​ຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຊາດ​ໃຫ້​ຂະຫຍາຍຕົວ.

ເຈົ້າຍິງ​ສິລິ​ນທອນ​ໄດ້​ຂອບ​ພະ​ໄທ​ນຳ​ລັດຖະ​ບານ​ຈີນ​ທີ່​ໄດ້​ໃຫ້ການ​ຊ່ອຍ​ເຫືຼອ​ແກ່​ໄພ​ຄຶ້ນ​ຊູ​ນາ​ມີ​ຂອງໄທ,​ສົມ​ເດັດ​ຊົງ​ກ່າວ​ວ່າ,ພະ​ອົງ​ຊົງມັກ​ວັດທະ​ນະທຳ​ຈີນ,ຫວັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ມິດ​ຕະພາບ​ລະຫວ່າງ​ປະຊາຊົນ​ຈີນ​ໄທ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ​ສອງ​ຝ່າຍ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ວັດທະນະທຳ​ການ​ສຶກສາ.